ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ການໂຈມຕີ ທາງຄອມພິວເຕີ ເກີດຂຶ້ນ ຢູ່ທ່າເຮືອ ໃນ ອິນເດຍ


ເຮືອຫາປາລອຍຢູ່ກາງນໍ້າ ຕໍ່ໜ້າທ່າເຮືອ Jawaharlal Nehru ນະຄອນ ມຸມໄບ ປະເທດອິນເດຍ.

ການປະຕິບັດການໂຈມຕີທາງຄອມພິວເຕີໃນທົ່ວໂລກ ໄດ້ເກີດຂຶ້ນຢູ່ທ່າເຮືອຕູ້ຄອນເທນ
ເນີທີ່ໃຫຍ່ທີ່ສຸດຂອງ ອິນເດຍ ໃນວັນພຸດມື້ນີ້, ເປັນການເພີ່ມຄວາມເດືອດຮ້ອນໃຫ້ແກ່ລັດ
ຖະບານ ແລະ ທຸລະກິດຕ່າງໆທີ່ໄດ້ຮັບຜົນກະທົບໂດຍລະຫັດຮຽກຄ່າໄຖ່ທີ່ເອີ້ນວ່າ ransomware ທີ່ ຍຶດຂໍ້ມູນຂອງບັນຊີຜູ້ໃຊ້ເປັນຕົວປະກັນ ຈົນກວ່າຜູ້ເຄາະຮ້າຍຕົກລົງ
ທີ່ຈະຈ່າຍເງິນສຳລັບການປ່ອຍຕົວ.

ບັນຫາຕ່າງໆຢູ່ທ່າເຮືອ Jawaharlal Nehru ໃນນະຄອນ Mumbai ໄດ້ລວມເຖິງສະຖາ
ນີທີ່ປະຕິບັດການໂດຍບໍລິສັດຂົນສົ່ງສິນຄ້າຍັກໃຫຍ່່ ຂອງປະເທດ ເດັນມາກ A.P
Moller-Maersk. ບໍລິສັດດັ່ງກ່າວໄດ້ເວົ້າໃນວັນອັງຄານວານນີ້ ໃນຂະນະທີ່ການໂຈມຕີ
ໄດ້ແຜ່ລາມສ່ວນໃຫຍ່ໃນທະວີບ ຢູໂຣບ ແລະ ສະຫະລັດ ທີ່ລະຫັດຮ້າຍນັ້ນໄດ້ສົ່ງຜົນກະ
ທົບໃຫ້ສະຖານີຕ່າງໆ “ໃນທ່າເຮືອຈຳນວນຫຼາຍແຫ່ງ.”

ລັດຖະມົນຕີຮັກສາຄວາມປອດໄພທາງຄອມພິວເຕີຂອງ ອອສເຕຣເລຍ ທ່ານ Dan
Tehan ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດມື້ນີ້ວ່າ ບັນ ດາເຈົ້າໜ້າທີ່ຍັງບໍ່ໄດ້ຢືນຢັນໄວຣັສຄອມພິວເຕີອັນດຽວກັນວ່າ ມີຄວາມຮັບຜິດຊອບໃນການໂຈມຕີຮຽກຄ່າໄຖ່ ໃນບໍລິ
ສັດສອງແຫ່ງຂອງ ອອສເຕຣເລຍ, ແຕ່ວ່າ “ທຸກໆສັນຍານແມ່ນຈະຖືກຊີ້ໄປຫາ” ກໍລະນີ
ນັ້ນ.

ທະນາຄານ, ຫ້ອງການລັດຖະບານ ແລະ ສະໜາມບິນ ໃນປະເທດ ຢູເຄຣນ ກໍແມ່ນໜຶ່ງ
ຂອງບັນດາຜູ້ທີ່ລາຍງານຈຸທຳອິດ ກ່ຽວກັບ ການໂຈມຕີທາງຄອມພິວເຕີດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Experts: Global Cyberattacks to Increase
please wait

No media source currently available

0:00 0:02:13 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG