ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸນຫະພູມສະເລ່ຍທົ່ວໂລກ ຮອດລະດັບສູງສຸດ ໃນເດືອນກໍລະກົດ


ແຟ້ມພາບ - ແມ່ຍິງຄົນນຶ່ງກຳລັງພັດວີໂຕເອງ ຢູ່ໃນນະຄອນມາດຣິດ ປະເທດສເປນ, ວັນທີ 10 ກໍລະກົດ 2023
ແຟ້ມພາບ - ແມ່ຍິງຄົນນຶ່ງກຳລັງພັດວີໂຕເອງ ຢູ່ໃນນະຄອນມາດຣິດ ປະເທດສເປນ, ວັນທີ 10 ກໍລະກົດ 2023

ອົງການ​ອຸຕຸນິຍົມ​ວິທະຍາ​ໂລກ​ກ່າວ​ວ່າ ​ສະ​ເລ່ຍອຸນຫະພູມໂລກໃນ​ເດືອນ​ກໍລະກົດ 2023 ​ແມ່ນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເປັນ​ສະຖິຕິ​ສູງ​ສຸດ​ກວ່າ​ເດືອນໃດໆ.

“ເດືອນ​ນີ້​ຄາດ​ວ່າ​ຈະຮ້ອນຂຶ້ນ​ຢູ່​ປະ​ມານ 1.5 ອົງ​ສາ​ເມື່ອ​ທຽບ​ໃສ່ຄ່າ​ສະ​ເລ່ຍ​ຂອງ​ປີ 1850 ຫາ 1900. ເຊັ່ນດຽວກັນ, ຄ່າສະເລ່ຍຂອງຊ່ວງເວລາກ່ອນຍຸກອຸດສາຫະກໍາ," ອີງ​ຕາມ​ການ​ກ່າວ​ຂອງທ່ານນາງ ຊາແມນທາ ເບີເກັສສ໌ (Samantha Burgess), ຮອງຜູ້ອໍານວຍການໜ່ວຍງານຕິດຕາມການປ່ຽນ ແປງຂອງສະພາບອາກາດ Copernicus ຢູ່ສູນພະຍາກອນອາກາດໃນໄລຍະ ກາງຂອງສະຫະພາບຢູຣົບ.

ການວັດແທກຈຳ​ນວນ​ນຶ່ງໄດ້ເລີ່ມຕົ້ນໃນປີ 1850, ແຕ່ບໍ່ຮອດປີ 1880 ທີ່ນັກວິ ທະຍາສາດໄດ້ເລີ່ມປະເມີນອຸນຫະພູມສະເລ່ຍຂອງດາວເຄາະໝົດທັງດວງ.

ທ່ານນາງ ເບີເກັສສ໌ (Burgess) ກ່າວວ່ານັກວິທະຍາສາດທີ່ສຶກສາບັນທຶກທາງ ປະຫວັດສາດ ແລະ ພູມອາກາດໃນຍຸກດຶກດຳບັນ (paleoclimate) ແລະ ພຣັອກຊີ (proxy) ຫຼືຕົວຢ່າງ ຈາກແຮ່ຕະກອນໃນຖ້ໍາ ແລະສິ່ງມີຊີວິດທີ່ກາຍ ເປັນປູນເຊັ່ນ ປະກາລັງ ແລະເປືອກຫອຍ, ພົບວ່າບັນທຶກການສັງເກດການມີ ອາຍຸຕ່າວຄືນໄປຫຼາຍສິບພັນປີ, ຖ້າບໍ່ແມ່ນຫຼາຍແສນ ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG