ອະດີດ ເຈົ້າຄອງນະຄອນນິວຢອກ ທ່ານຣູດີ ຈູລີອານີ ກ່າວວ່າ ປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ ໄດ້ຈ່າຍເງິນຄືນ ໃຫ້ແກ່ທະນາຍຄວາມສ່ວນຕົວຂອງທ່ານ ໃນຈຳນວນ
130 ພັນໂດລາ ທີ່ຈ່າຍໃຫ້ດາວໂປ້ສະແດງຮູບເງົາເພື່ອໃຫ້ປິດປາກງຽບ ກ່ຽວກັບການ
ກ່າວຫາວ່ານາງມີຄວາມສຳພັນທາງຊູ້ສາວກັບທ່ານທຣຳ ໃນປີ 2006 ນັ້ນ.
ທ່ານຈູລີອານີ ຜູ້ຊຶ່ງຫາກໍເຂົ້າຮ່ວມໃນຄະນະທີມກົດໝາຍຂອງທ່ານທຣຳໄດ້ບອກກັບອົງການຂ່າວຟັອກສນິວສ໌ ໃນແລງວັນພຸດວານນີ້ວ່າ ທ່ານທຣຳ “ບໍ່ໄດ້ຮູ້ ກ່ຽວກັບລາຍ
ລະອຽດຂອງເລື່ອງນີ້, ເທົ່າທີ່ຂ້າພະເຈົ້າຊາບ, ແຕ່ທ່ານຮູ້ກ່ຽວກັບການຕົກລົງໂດຍ
ທົ່ວໄປ.”
ທ່ານທຣຳໄດ້ປະຕິເສດວ່າທ່ານບໍ່ມີຄວາມສຳພັນທາງຊູ້ສາວກັບນາງສຕອມມີ ດານຽລ
ແລະ ໃນເດືອນແລ້ວນີ້ ເວລາພວກນັກຂ່າວຖາມກ່ຽວກັບເລື່ອງການຈ່າຍເງິນນັ້ນ
ທ່ານທຣຳ ໄດ້ຕອບວ່າ “ບໍ່ຊາບ.”
ນາງດານຽລແມ່ນໄດ້ຟ້ອງ ທັງທ່ານທຣຳ ແລະທ່ານໂຄເຮັນ ທີ່ພົວພັນກັບການຈ່າຍ
ເງິນນີ້. ທະນາຍຄວາມຂອງນາງດານຽລ ທ່ານໄມໂກ ອາວີແນັຕຕີ ໄດ້ກ່າວວ່າ ຫຼັງຈາກ
ທີ່ທ່ານຈູລີອານີ ໄດ້ໃຫ້ຄວາມເຫັນແລ້ວນັ້ນ ຊາວອາເມຣິກັນ “ຄວນຈະມີຄວາມ
ໂກດແຄ້ນ.”
“ພວກເຮົາ ໄດ້ທຳນາຍມາໄດ້ຫຼາຍເດືອນແລ້ວວ່າ ຊາວອາເມຣິກັນທັງຫຼາຍ ໂດຍໄດ້
ມີການພິສູດໃຫ້ເຫັນວ່າ ໄດ້ຮັບຟັງເລື່ອງຂີ້ຕົວະ ກ່ຽວກັບການຈ່າຍເງິນ ຈຳນວນ
130 ພັນໂດລາ ແລະກ່ຽວກັບເລື່ອງທີ່ທ່ານທຣຳຊາບ, ເມື່ອໃດທີ່ທ່ານຮູ້ເລື່ອງ
ແລະທ່ານໄດ້ກະທຳຫຍັງແດ່ກ່ຽວກັບການພົວພັນຂອງເລື່ອງນີ້,” ນັ້ນແມ່ນຄຳເວົ້າ
ທ່ານອາວີແນັຕຕີ ທີ່ຂຽນລົງທາງທວິດເຕີ.
ໃນຕອນເຊົ້າຂອງວັນພຸດວານນີ້ ທຳນຽບຂາວໄດ້ປະກາດການປ່ຽນແປງອີກອັນນຶ່ງ
ກ່ຽວກັບທາງຄະນະທີມກົດໝາຍຂອງຕົນ.
ທ່ານ ແອັມເມັດ ຟລາດ ຜູ້ຊຶ່ງເຄີຍເຮັດວຽກແຕ່ບໍ່ປະສົບຜົນສຳເລັດໃນການປົກປ້ອງ
ປະທາ ນາທິບໍດີບິລ ຄລິນຕັນ ຈາກການຖືກຟ້ອງຮ້ອງ ແລະນອກນັ້ນ ຍັງເປັນທະນາຍ
ຄວາມຄົນສຳຄັນຂອງຄະນະທີ່ປຶກສາທາງດ້ານກົດໝາຍຂອງທຳນຽບຂາວ ໃນລະຫວ່າງ
ທີ່ປະທານາທິບໍດີຈອຣ໌ຈ ດັບເບິລຢູ ບຸຊ ເຂົ້າຮັບຕຳແໜ່ງເປັນສະໄໝທີ 2 ນັ້ນ ແມ່ນມາຮັບໜ້າທີ່ແທນທ່ານ ທາຍ ຄັບ.
“ທ່ານ ແອັມເມັດ ຟລາດ ຈະເຂົ້າຮ່ວມຄະນະພະນັກງານ ຂອງທຳນຽບຂາວ ເພື່ອເປັນ
ຕົວເເທນໃຫ້ປະທານາທິບໍດີ ແລະລັດຖະບານຂອງທ່ານທຣຳ ຕໍ່ສູ້ກັບການຕາມລ່າ
ຫາເລື່ອງຈັບຜິດທີ່ພົວພັນກັບຣັດເຊຍນັ້ນ. ທ່ານທາຍ ຄັບ ຜູ້ຊຶ່ງເປັນໝູ່ຂອງປະທານາ
ທິບໍດີ ແລະກໍເຮັດວຽກໄດ້ດີຫຼາຍ ຈະອອກກິນເບ້ຍບຳນານແລ້ວ ໃນທ້າຍເດືອນນີ້,”
ໂຄສົກຂອງທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີຣ໌ສ ໄດ້ກ່າວໃນຖະແຫຼງການ
ສະບັບນຶ່ງ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ