ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຍຄວາມ ຈະບໍ່ອະນຸຍາດໃຫ້ທ່ານ ທຣຳ ໄປ ໃຫ້ປາກຄຳ ໃນການສອບສວນ ເລື່ອງ ຣັດເຊຍ


ທະນາຍຄວາມຂອງປະທານາທິບໍດີ ດໍໂນລ ທຣຳ, ທ່ານ ຣູດີ ຈູລີອານີ, ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ສວນຫຍ້າທິດໃຕ້ ຂອງທຳ
ນຽບຂາວ. ນະຄອນຫຼວງວໍຊິງຕັນ, 30 ພຶດສະພາ, 2018.
ທະນາຍຄວາມຂອງປະທານາທິບໍດີ ດໍໂນລ ທຣຳ, ທ່ານ ຣູດີ ຈູລີອານີ, ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ສວນຫຍ້າທິດໃຕ້ ຂອງທຳ ນຽບຂາວ. ນະຄອນຫຼວງວໍຊິງຕັນ, 30 ພຶດສະພາ, 2018.

ທ່ານ ຣູດີ ຈູລີອານີ ທະນາຍຄວາມຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ກ່າວວ່າ ມັນເປັນ “ຄຳຖາມເປີດກວ້າງໄວ” ທີ່ວ່າ ທ່ານ ທຣຳ ຈະຕອບຄຳຖາມຕ່າງໆ
ຈາກບັນດານັກສືບສວນສອບສວນທີ່ກຳລັງກວດສອບການແຊກແຊງຂອງ ຣັດເຊຍ
ໃນການເລືອກຕັ້ງປີ 2016 ຫຼືບໍ່, ແຕ່ວ່າກຸ່ມນັກກົດໝາຍຂອງທ່ານ ແມ່ນກຳລັງມີແນວ
ໂນ້ມທີ່ຈະບໍ່ອະນຸຍາດໃຫ້ທ່ານຖືກສຳພາດ.

ທ່ານ ທຣຳ ໄດ້ກ່າວມາດົນແລ້ວວ່າ ທ່ານຢາກຕອບຄຳຖາມຕ່າງໆຈາກໄອຍະການພິ
ເສດ ທ່ານ ໂຣເບີດ ມອລເລີ, ແຕ່ທ່ານ ຈູລີອານີ ໄດ້ກ່າວຕໍ່ໂທລະພາບຂ່າວ ABC ໃນ
ວັນອາທິດວານນີ້ວ່າ, “ເຂົາເຈົ້າກຳລັງເລີ່ມທີ່ຈະຕັດສິນໃຈ” ບໍ່ອະນຸຍາດໃຫ້ຜູ້ນຳ
ສະຫະລັດ ໄປນັ່ງໃຫ້ຖາມ. ທ່ານ ຈູລີອານີ ໄດ້ສະເໜີວ່າ ທ່ານ ທຣຳ ອາດຕົກໃນກັບ
ດັກການໃຫ້ປາກຄຳເທັດ ແລະ ຖືກຕັ້ງຂໍ້ຫາວ່າຂີ້ຕົວະພາຍໃຕ້ຄຳສາບານ, ເຊິ່ງແມ່ນ
ການກະທຳຜິດທາງອາຍາ.

ທ່ານ ຈູລີອານີ, ອະດີດຜູ້ປົກຄອງນະຄອນ ນິວຢອກ ໄດ້ກ່າວວ່າ, ກຸ່ມນັກກົດໝາຍ
ຂອງທ່ານ ທຣຳ ອາດອະນຸຍາດໃຫ້ສຳພາດໄດ້ ຖ້າມັນ “ສັ້ນ ແລະ ຕົງປະເດັນ,” ແຕ່ມີ
“ແນວໂນ້ມວ່າຈະບໍ່ອະນຸຍາດໃຫ້ເກີດຂຶ້ນເລີຍ.”

ທະນາຍຄວາມຂອງທ່ານ ທຣຳ ໄດ້ໂຕ້ແຍ້ງໃນຈົດໝາຍຍາວ 20 ໜ້າທີ່ສົ່ງຫາທ່ານ
ມອລເລີ ໃນເດືອນມັງກອນທີ່ຜ່ານມາ, ກ່ອນທີ່ທ່ານ ຈູລີອານີ ຈະມາເຂົ້າຮ່ວມໃນກຸ່ມ
ນັກກົດໝາຍຂອງທ່ານ ທຣຳ, ເຊິ່ງທ່ານບໍ່ສາມາດຖືກບັງຄັບໃຫ້ໄປອອກປາກຄຳຜ່ານ
ໝາຍຮຽກຂອງສານ ແລະ ໄດ້ໂຕ້ຖຽງວ່າ ທ່ານບໍ່ໄດ້ຂັດຂວາງຂະບວນການຍຸຕິທຳໂດຍ
ການປົດຜູ້ອຳນວຍ ການອົງການ FBI ທ່ານ ເຈມສ ໂຄມີ ໃນເວລາທີ່ທ່ານເປັນຜູ້ນຳພາ
ການສືບສວນສອບສວນ ຣັດເຊຍ ຍ້ອນວ່າ ໃນຖານະເປັນປະທານາທິບໍດີນັ້ນ ທ່ານ
ມີອຳນາດຢ່າງບໍ່ຈຳກັດ ທີ່ຈະຍົກເລີກການສືບສວນສອບສວນ.

ທ່ານ ຈູລີອານີ ໄດ້ເອີ້ນຈົດໝາຍ, ເຊິ່ງຖືກເປີດເຜີຍຄັ້ງທຳອິດໃນວັນເສົາທີ່ຜ່ານມາ
ໂດຍໜັງສືພິມ The New York Times ວ່າ, “ມີອິດທິພົນຫຼາຍ,” ແຕ່ບັນດາທະນາຍ
ຄວາມຂອງທ່ານ ທຣຳ ຈະໂຕ້ແຍ້ງຢູ່ໃນສານ ກ່ຽວກັບ ການພະຍາຍາມໃດໆທີ່ຈະ
ຮຽກຕົວທ່ານ ທຣຳ ໄປສອບຖາມ.

ທ່ານ ຈູລີອານີ ໄດ້ກ່າວວ່າ ບັນດາທະນາຍຄວາມຂອງທ່ານ ທຣຳ ຈະບອກກຸ່ມຂອງ
ທ່ານ ມອລເລີ ວ່າ “ພວກເຈົ້າມີທຸກຢ່າງທີ່ເຈົ້າຕ້ອງການ, ເອກະສານ 1 ລ້ານ 4 ແສນ
ສະບັບ, ສັກຂີພິຍານ 28 ຄົນ” ເພື່ອສະຫຼຸບການສືບສວນສອບສວນດັ່ງກ່າວ.

ທ່ານ ຈູລີອານີ ໄດ້ກ່າວວ່າ “ສະນັ້ນພວກເຮົາຈະເວົ້າວ່າ, “ໄວແດ່, ຍອມຮັບສາລະພາບ
ຊະ ແລະ ທຳການຕັດສິນໃຈຂອງເຈົ້າ.” ທ່ານໄດ້ເວົ້າເພີ່ມເຕີມວ່າ, ທ່ານ ທຣຳ “ເຊື່ອວ່າ
ທ່ານໄດ້ເວົ້າຄວາມຈິງ. ທ່ານກຳລັງເວົ້າຄວາມຈິງ” ທີ່ວ່າມັນບໍ່ມີການສົມຮູ້ຮ່ວມຄິດກັນ
ກັບ ຣັດເຊຍ ເພື່ອຊ່ວຍໃຫ້ທ່ານໄດ້ຮັບໄຊຊະນະ ແລະ ວ່າທ່ານບໍ່ໄດ້ຂັດຂວາງຂະ
ບວນການຍຸຕິທຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG