ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ ຈູ​ລີ​ອາ​ນີ, ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ ນິວຢອກ, ຕອນນີ້​ເປັນ​ບຸກ​ຄົນ​ສຳ​ຄັນ ໃນ​ການ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ


ທ່ານ ຣູ​ດີ ຈູ​ລີ​ອາ​ນີ, ທະ​ນາຍ​ຄວາມ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ກ່າວ​ຄຳ​ປາ​ໄສ​ໃນ​ງານ​ໂຄ​ສະ​ນາ​ຫາ​ສຽງ, ເມືອງ ຜອດ​ສ​໌​ມັດ, ລັດ ນິວ​ແຮມ​ເຊີ. 1 ສິງ​ຫາ, 2018.
ທ່ານ ຣູ​ດີ ຈູ​ລີ​ອາ​ນີ, ທະ​ນາຍ​ຄວາມ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ກ່າວ​ຄຳ​ປາ​ໄສ​ໃນ​ງານ​ໂຄ​ສະ​ນາ​ຫາ​ສຽງ, ເມືອງ ຜອດ​ສ​໌​ມັດ, ລັດ ນິວ​ແຮມ​ເຊີ. 1 ສິງ​ຫາ, 2018.

​ມັນ​ໄດ້​ເປັນ​ຫົນ​ທາງ​ທີ່​ຍາວ ແລະ ແປກ ສຳ​ລັບ​ທ່ານ ຣູ​ດີ ຈູ​ລີ​ອາ​ນີ, ໄອ​ຍະ​ການຫົ​ວ​ຈັດ
ຜູ້​ທີ່​ໄດ້​ມີ​ຊື່​ສຽງ​ໃນ​ຖາ​ນະ​ເປັນ “ເຈົ້າ​ເມືອງ​ຂອງ ອາ​ເມ​ຣິ​ກາ” ສຳ​ລັບ​ການ​ນຳ​ພາ​ຂອງ​
ລາວ​ໃນ​ນະ​ຄອນ ນິວ​ຢ​ອກ ຫຼັງ​ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 11 ກັນ​ຍາ 2001.

ຄັ້ງ​ນຶ່ງ​ທ່ານ​ເອງ​ກໍ​ເຄີຍ​ຖືກ​ພິ​ຈາ​ລະ​ນາ​ດັ່ງ​ກັບ ​ຜູ້​ລົງ​ແຂ່ງ​ຂັນ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​
ຣີ​ພັບ​ບ​ລີ​ກັນ​ທີ​ມີ​ຄວາມ​ຫວັງ​, ທ່ານ ຈູ​ລີ​ອາ​ນີ ຕອນນີ້​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຕອບ​
ໂຕ້​ຄືນ​ການ​ກ່າວ​ຫາ​ທີ່​ວ່າ ​ທ່ານ​ເປັນ​ບຸກ​ຄົນ​ສຳ​ຄັນ​ໃນ ຂ່າວນອງ​ນັນ​ສາ​ກົນ​ທີ່​ໄດ້​ເຮັດ​
ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ປະ​ເຊີນ​ກັບ​ການ​ຟ້ອ​ງ​ຮ້ອງ​.

ໃນ​ໄລ​ຍະ​ສອງ​ປີ​ທີ່​ຜ່ານ​ມາ, ທ່ານ ຈູ​ລີ​ອາ​ນີ ອາ​ຍຸ 65 ປີ, ໄດ້​ຈັດ​ກອງ​ປະ​ຊຸມຫຼາຍ​ຄັ້ງ​ກັບ
​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ​ປະ​ເທດ ຢູ​ເຄ​ຣນ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະຊັກ​
ຊວນ​ໃຫ້ລັດ​ຖະ​ບານ​ຂອງ​ປະ​ເທດ​ນັ້ນ​ ເປີດ​ການ​ສືບ​ສວນ​ສອບ​ສວນ​ທີ່​ເພັ່ງ​ເລັງ​ໃສ່​ອະ​
ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໂຈ ໄບ​ເດັນ ແລະ ລູກ​ຊາຍຂອງ​ເພິ່ນ, ທ່ານ ຮັ້ນ​ເຕີ ໄບ
​ເດັນ, ຜູ້​ທີ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຄະ​ນະ​ກຳ​ມະ​ການ​ຂອງ​ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ ຢູ​ເຄ​ຣນ
ເອີ້ນ​ວ່າ ບູ​ຣິ​ສ​ມາ ໂຮ​ລ​ດິງ​ສ໌ (Burisma Holdings).

ໃນ​ເວ​ລາ​ດຽວ​ກັນ, ທ່ານ ຈູ​ລີ​ອາ​ນີ ກໍ​ໄດ້​ຜັກ​ດັນ​ສຳ​ລັບ​ການ​ສືບ​ສວນ​ສອບ​ສວນ​ຕ່າງ​ຫາກ
ກ່ຽວ​ກັບ ການຮ່ວມ​ມື​ທີ່​ຖືກ​ກ່າ​ວ​ຫາ ລະ​ຫວ່າງ ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ກັບ ຄະ​ນະ​ໂຄ​ສະ​ນາ​
ຫາ​ສຽງ​ຂອງ​ທ່ານນາງ ຮິ​ລ​ແລ​ຣີ ຄ​ລິນ​ຕັນ ໃນ​ການ​ເລືອກ​ຕັ້ງ​ປີ 2016, ໂດຍ​ແນະ​ນຳ​ວ່າ
ທ່ານ ໂຈ ໄບ​ເດັນ ໄດ້ຫຼິ້ນ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ສົມ​ຮູ້​ຮ່ວມ​ຄິດ ​ທີ່ບໍ່​ໄດ້​ມີ​ການພິ​ສູດ
ຫຼັກ​ຖານ​.

ທ່ານ ໂຈ​ ໄບ​ເດັນ, ໄດ້​ຖືກ​ພິ​ຈາ​ລະ​ນາ​ວ່າ ​ເປັນ​ຜູ້​ທີ່​ເບິ່ງ​ຄື​ວ່າ​ຈະ​ເປັນ​ຄູ່​ແຂ່ງ​ຂັນ​ຂອງ​ທ່ານ
ທ​ຣຳ ຫຼາຍ​ທີ່​ສຸດ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2020, ແລະ ເປັນ​ຄູ່​ແຂ່ງ​ຂັນ​ທີ່​ມີ​ລາຍ​
ງານ​ວ່​າ ເປັນ​ຜູ້​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ຄວາມ​ເປັນ​ຫ່ວງຫຼາຍ​ທີ່​ສຸດ. ທ່ານ ຈູ​ລີ​ອາ​ນີ ໄດ້​
ກ່າວ​ວ່າ ທ່ານໄດ້​ເອົາ​ການ​ດຳ​ເນີນ​ການ​ດັ່ງ​ກ່າວນີ້ຕາມ​ຄວາມ​ສາ​ມາດ​ທີ່​ທ່ານ​ມີ ໃນ​ຖາ​
ນະ​ເປັນ​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG