ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ທ່ານ Giuliani ນຳໜ້າ ໃນການຖືກຄັດເລືອກ ເປັນລັດຖະມົນຕີຕ່າງປະເທດ ຂອງທ່ານທຣຳ


ອະດີດເຈົ້າຄອງນະຄອນ New York ທ່ານ Rudy Giuliani ມາເຖິງ Trump Tower.

ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່​ຂອງ​ສະຫະລັດ ທ່ານ Donald Trump ​ກຳ​ລັງຄັດ​ເລືອກ ວ່າ ໃຜແດ່ຈະ​ເປັນ​ພາກສ່ວນ​ຢູ່ໃນ​ຄະນະ​ລັດຖະບານ​ຂອງ​ທ່ານ ຊຶ່ງແຫຼ່ງຂ່າວ​ທີ່ຮູ້ເລື້ອງດີ ກ່າວ​ວ່າ ອະດີດ​ເຈົ້າ​ຄອງ​ນະຄອນ​ New York ທ່ານ Rudy Giuliani ກຳລັງ​ມີ​ຄະ​ແນນ ນຳໜ້າ​ໝູ່ ​ທີ່​ອາດຈະ​ເປັນລັດຖະມົນຕີ​ຕ່າງ ປະ​ເທດ​ຄົນ​ຕໍ່​ໄປຂອງ​ສະຫະລັດ.

ທ່ານ Giuliani ​ມີ​ປະສົບພະ​ການ ​ເຄີຍ​ເປັນ​ໄອ​ຍະ​ການ​ລັດຖະບານ​ກາງ ​ແຕ່​ບໍ່​ມີປະສົບ​ການ​ດ້ານນະ​ໂຍບາຍຕ່າງປະ​ເທດ ຄື​ດັ່ງ​ບັນດາ​ຜູ້​ທີ່​ເຄີຍ​ໄດ້​ກຳ​ຕຳ​ແໜ່​ງ ດັ່ງກ່າວ​ຜ່ານ​ມາ.

ທ່ານ John Kerry ​ໄດ້​ເປັນ​ປະທານ​ຄະນະ​ກຳມະການ ຄວາມສຳພັນກັບຕ່າງ ປະເທດ ຂອງ​ສະພາ​ສູງ ກ່ອນ​ທີ​ທ່ານ​ຈະໄດ້​ເຂົ້າ​ກຳ​ຕຳ​ແໜ່​ງລັດຖະມົນຕີ​ຕ່າງປະ​ເທດ. ທ່ານ​ນາງ Condoleezza Rice ​ໄດ້​ເປັນ​ທີ່​ປຶກສາດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໃຫ້​ແກ່ອະດີດ​ປະທານາທິບໍດີ George W. Bush​. ທ່ານ Collin Power ​ໄດ້​ເປັນ​ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລະ​ຍັງ​ໄດ້​ກຳ​ໜ້າ​ທີ່ອະວຸໂສ​ໃນກອງທັບ. ທ່ານ​ນາງ Madeleine
Albright ​ໄດ້​ເປັນ​ເອກ​ອັກຄະ​ລັດ ຖະທູດ​ຢູ່​ສະຫະ​ປະຊາ​ຊາດມາ​ກ່ອນ.

​ແຕ່​ວ່າ ທ່ານ Giuliani ​ໄດ້​ເປັນ​ຜູ້​ສະໜັບສະໜູນຢ່າງ​ເດັດດ່ຽວ ໃນການ​ໂຄສະ​ນາ​ຫາ​ສຽງ​ໃຫ້ທ່ານ Trump ​ແລະ​ບຸກຄົນ​ທັງ​ສອງ​ ໄດ້ຮູ້​ຈັກ​ການມາ​ເປັນ​ເວລາ​ຍາວ​ນານ.

ພາບບັນທຶກອະດີດປະທານສະພາຕໍ່າທ່ານ Newt Gingrich ກ່າວຢູ່ການໂຄສະນາຫາສຽງ ທີ່ສູນກາງ Sharonville Convention ໃນລັດ Cincinnati.
ພາບບັນທຶກອະດີດປະທານສະພາຕໍ່າທ່ານ Newt Gingrich ກ່າວຢູ່ການໂຄສະນາຫາສຽງ ທີ່ສູນກາງ Sharonville Convention ໃນລັດ Cincinnati.

ອະດີດ​ປະທານ​ສະພາ​ຕໍ່າ ທ່ານ New Gingrich ຊຶ່ງກໍ​ເປັນ​ຜູ້ສະໜັບສະໜູນທີ່ເຂັ້ມ​ແຂງຕໍ່​ທ່ານ Trump ອີກ​ຄົນ​ນຶ່ງ ​ໄດ້​ກ່າວ​ຕໍ່ໂທລະພາບ Fox News ​ໃນ​ວັນ​ຈັນ​ວານ​ນີ້ວ່່າ ທ່ານ Giuliani ອາດຢາກຈະ​ເປັນລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ຫລືຜູ້​ນຳພາ​ກະຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງສະຫະລັດ ​ແຕ່​ວ່າມັນ​ຈະ​ເປັນ​ເລື້ອງ​ທີ່ “ບໍ່​ໜ້າ​ເຊື່ອ” ຖ້າ​ຫາກ​ທ່ານ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້ເປັນ​ລັດຖະມົນຕີ​ຕ່າງ ປະ​ເທ​ດ.

ທ່ານ​ກ່າວ​ວ່າ “ທ່ານ​ບໍ່​ມີ​ຂໍ້​ມູນ​ໃດໆ ​ແຕ່​ຖ້າ​ຫາກ​ວ່າ ທ່ານ Rudy ຕ້ອງການ ​ແລ້ວ ທ່ານ​ກໍຈະ​ໄດ້​ຮັບໜ້າ​ທີ່.”

ທ່ານນາງ Nancy Pelosi ປະທານສະພາຕໍ່າສຽງສ່ວນນ້ອຍ ຈາກລັດ California ກ່າວຕໍ່ບັນດານັກຂ່າວຢູ່ ລັດຖະສະພາ ທີ່ນະຄອນຫລວງ Washington.
ທ່ານນາງ Nancy Pelosi ປະທານສະພາຕໍ່າສຽງສ່ວນນ້ອຍ ຈາກລັດ California ກ່າວຕໍ່ບັນດານັກຂ່າວຢູ່ ລັດຖະສະພາ ທີ່ນະຄອນຫລວງ Washington.

ທ່ານ Gingrich ກ່າວ​ເພີ້​ມອີກ​ວ່າ ທ່ານ Giuliani ຈະ​ນຳ​ເອົາ​ການ​ປະຕິ​ຮູບ​ທີ່​ຈຳ​ເປັນ​ມາ​ສູ່່ກະຊວງ​ຕ່າງປະ​ເທດ. ຜູ້​ສະໝັກ​ອີກ​ຄົນ​ນຶ່ງ​ທີ່ລາຍ​ງານ​ວ່າ​ຖືກພິຈາ ລະນາກໍ​ຄື ອະດີດ​ເອກ​ອັກຄະ​ລັດ​ຖະທູດ​ສະຫະ​ລັດ ປະຈຳສະຫະ​ປະຊາ​ຊາດ ທ່ານ John Bolton ​ທີ່​ໄດ້​ຮັບ​ໃຊ້​ຢູ່ໃນຕຳ​ແໜ່​ງດັ່ງກ່າວ ​ພາຍ​ໃຕ້ລັດຖະບານ ປະທານາທິບໍດີ Bush ​ແລະ​ຍັງ​ໄດ້​ໃຊ້​ເວລາ​ຫລາ​ຍປີ ຢູ່​ໃນ​ບົດບາດ​ເຈົ້າໜ້າທີ່ ຂັ້ນ​ສູງ​ສອງ​ຕຳ​ແໜ່​ງຂອງກະຊວງຕ່າງປະ​ເທດ.​

ທ່ານ Trump ຈະພົບ​ປະ​ໃນ​ວັນ​ອັງຄານ​ມື້​ນີ້ ​ກັບ​ຮອງ​ປະທານາທິບໍດີ​ທີ່ໄດ້ຖືກ​ເລືອກ ​ທ່ານ Mike Pence ​ເພື່ອ​ສືບ​ຕໍ່ທົບ​ທວນ​ເບິ່ງຜູ້​ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ ຕັ້ງ​ໃຫ້​ເຂົ້າຮັບ​ໜ້າ​ທີ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Transition
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG