ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງປະຊຸມສຸດຍອດ G-7 ປະກາດກອງທຶນ ການສຶກສາ ສຳລັບເດັກຍິງ


ນັກຮຽນທັງຫຼາຍເດີນທາງເຂົ້າຫ້ອງຮຽນ ທີ່ໂຮງຮຽນເອກະຊົນ Every Nation ໃນເມືອງ ມາເຄນີ (Makeni) ປະເທດ ຊີແອຣາ ເລອອນ. 20 ເມສາ, 2012.
ນັກຮຽນທັງຫຼາຍເດີນທາງເຂົ້າຫ້ອງຮຽນ ທີ່ໂຮງຮຽນເອກະຊົນ Every Nation ໃນເມືອງ ມາເຄນີ (Makeni) ປະເທດ ຊີແອຣາ ເລອອນ. 20 ເມສາ, 2012.

ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ໄດ້ປະກາດໃນວັນເສົາວານນີ້ວ່າ
ໄດ້ມີການຕົກລົງຫາເງິນເກືອບ 3 ພັນລ້ານ ໂດລາ ເພື່ອຊ່ວຍເປັນທຶນໃຫ້ແກ່ບັນດາ
ເດັກຍິງ ແລະ ແມ່ຍິງຜູ້ທີ່ມີຄວາມສ່ຽງໃນທົ່ວໂລກ.

ການາດາ ຈະປະກອບສ່ວນ 300 ລ້ານໂດລາ ເຂົ້າໃນມູນນິທິດັ່ງກ່າວ. ເຢຍຣະມັນ,
ຍີ່ປຸ່ນ, ອັງກິດ ແລະ ທະນາຄານໂລກ ກໍລວມຢູ່ໃນຜູ້ສະໜັບສະໜູນຕື່ມອີກ.

ທ່ານນາຍົກລັດຖະມົນຕີ ໄດ້ທຳການປະກາດໃນວັນສຸດທ້າຍຂອງກອງປະຊຸມສຸດ
ຍອດ G-7 ເຊິ່ງໄດ້ຈັດຂຶ້ນໃນແຂວງ ເກເບັກ.

ກຸ່ມຂອງບັນດາແມ່ຍິງຕ່າງໆ ທີ່ໄດ້ພົບປະ ກັບທ່ານ ທຣູໂດ ຢູ່ນອກກອງປະຊຸມສຸດ
ຍອດ ໄດ້ມີຄວາມປິຕິຍິນດີ ກ່ຽວກັບ ຂ່າວຂອງຄຳໝັ້ນສັນຍາ ທີມີນໍ້າໃຈນັ້ນ ເຊິ່ງເກີນ
ຄວາມຄາດໝາຍຂອງກຸ່ມຕ່າງໆ.

ຜູ້ໄດ້ຊະນະລາງວັນ ໂນແບລ ນາງ ມາລາລາ ຢູຊັຟໄຊ ຜູ້ທີ່ຖືກປືນຍິງຖືກຫົວໃນປະ
ເທດ ປາກິສຖານ ຍ້ອນການໂຄສະນາຫາສຽງເພື່ອສິດທິຂອງພວກເດັກຍິງ ໃນການ
ໄດ້ຮັບການສຶກສາ ໄດ້ກ່າວວ່າ “ມັນຈະເຮັດໃຫ້ບັນດາແມ່ຍິງໄວໜຸ່ມ ໃນປະເທດທີ່
ກຳລັງພັດທະນາ ມີໂອກາດທີ່ຈະດຳເນີນອາຊີບ ແທນທີ່ຈະແມ່ນການແຕ່ງງານກ່ອນ
ໄວ ແລະ ແຮງງານເດັກ.”

ນາງ ຢູຊັຟໄຊ, ເຊິ່ງປັດຈຸບັນນີ້ ກຳລັງຮຽນຢູ່ມະຫາວິທະຍາໄລ ອັອກສຝອດ ໃນປະ
ເທດ ອັງກິດ, ໄດ້ກ່າວວ່າ ຄຳໝັ້ນສັນຍາ ໃນການຊ່ວຍເຫຼືອນັ້ນ “ໄດ້ມອບໂອກາດໃຫ້
ພວກເຮົາທຸກຄົນທີ່ຈະສ້າງໂລກໃຫ້ເປັນບ່ອນທີ່ປອດໄພກວ່າເກົ່າ, ມີສຸຂະອະນາໄມ
ທີ່ດີກວ່າເກົ່າ ແລະ ຮັ່ງມີຂຶ້ນກວ່າເກົ່າ.”

ອີງຕາມຖະແຫຼງການຂອງລັດຖະບານສະບັບນຶ່ງ, ທຶນຊ່ວຍເຫຼືອດັ່ງກ່າວຈະຖືກໃຊ້
ໃນການຊື້ອຸປະກອນໃຫ້ແກ່ພວກເດັກຍິງ ແລະ ແມ່ຍິງ, ລວມທັງອົບພະຍົບ, ທີ່ມີທັກ
ສະຄວາມສາມາດ ເຊິ່ງເປັນທີ່ຕ້ອງການສຳລັບວຽກງານແຫ່ງອະນາຄົດ.

ທ່ານ ເດວິ ມໍລີ, ປະທານອົງການ UNICEF ປະຈຳປະເທດ ການາດາ ໄດ້ກ່າວວ່າ
“ອົງການ UNICEF ເຊື່ອວ່າ ສິດທິໃນການໄດ້ຮັບການສຶກສາ ແມ່ນສິ່ງທີ່ເປັນພື້ນ
ຖານຄືເປັນສິດທິໃນການໄດ້ຮັບອາຫານ ຫຼື ການພັກອາໄສ, ແລະ ຈະເປັນການສະ
ໜອງໃຫ້ແກ່ພວກເດັກຍິງທີ່ມີທັກສະຄວາມສາມາດຕ່າງໆ ທີ່ເຂົາເຈົ້າຕ້ອງການເພື່ອ
ທຳລາຍວົງຈອນຂອງວິກິດການ ແລະ ຄວາມທຸກຍາກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG