ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຍົາວະຊົນລາວເພດຍິງ ຈຳນວນບໍ່ນ້ອຍໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດ ຍ້ອນຖືກບັງຄັບໂດຍຜູ້ເປັນພໍ່ແມ່ຂອງພວກເຂົາເຈົ້າເອງ


ພາບ​ທີ່​ໂຄ​ສະ​ນາປຸກ​ລະ​ດົມ​ໃຫ້​ຄົນ​ລະ​ວັງ​ເພື່ອບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ຕັ້ງ​ໄວ້​ທີ່​ດ່ານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ນຶ່ງ​
ພາບ​ທີ່​ໂຄ​ສະ​ນາປຸກ​ລະ​ດົມ​ໃຫ້​ຄົນ​ລະ​ວັງ​ເພື່ອບໍ່​ໃຫ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະ​ນຸດ ຕັ້ງ​ໄວ້​ທີ່​ດ່ານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ນຶ່ງ​

ເຍົາວະຊົນລາວເພດຍິງຈຳນວນບໍ່ນ້ອຍໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດຂ້າມຊາດ ຍ້ອນຖືກບັງຄັບໂດຍຜູ້ເປັນພໍ່ແມ່ຂອງພວກເຂົາເຈົ້າເອງ ເພາະຕ້ອງການເງິນ ສຳລັບໃຊ້ຈ່າຍເພື່ອາການລ້ຽງດູຄອບຄົວ ຊຶ່ງຊົງລິດ ມີລາຍງານຈາກບາງກອກ

ຜູ້ປະສານງານເຄື່ອຂ່າຍເພື່ອຄຸ້ມຄອງແຮງງານອົບພະຍົບໃນອາຊຽນເປີດເຜີຍວ່າ ແຮງງານຕ່າງຊາດທີ່ລັກລອບເຮັດວຽກ ໂດຍຜິດກົດໝາຍໃນປະເທດໄທ ໂດຍສະ ເພາະແມ່ນແຮງງານຈາກມຽນມາ ກຳປູເຈຍ ແລະລາວນັ້ນໄດ້ຕົກເປັນເຫຍື່ອຂອງ ຂະບວນການຄ້າມະນຸດຂ້າມຊາດເພີ້ມຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະ 6 ປີທີ່ຜ່ານມາ ຊຶ່ງເຫັນໄດ້ຈາກການທີ່ຕຳຫລວດໄທ ສາມາດສະກັດກັ້ນການຄ້າມະນຸດໄດ້ເຖິງ 2,984 ກໍລະນີ ແລະຈັບຜູ້ຕ້ອງຫາໄດ້ 3,987 ຄົນ ໂດຍສາມາດໃຫ້ການຊ່ວຍ ເຫລືອຜູ້ທີ່ຕົກເປັນເຫຍື່ອໄດ້ເຖິງ 7,827 ຄົນ ແລະໃນນີ້ເກີນກວ່າ 90 ເປີເຊັນ ກໍຄືແຮງງານມຽນມາ ກໍາປູເຈຍ ແລະລາວ ທີີ່ລັກລອບເຮັດວຽກໃນໄທໂດຍຜິດ ກົດໝາຍ ຈຶ່ງເຮັດໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ຕະຫລອດເວລາ ເພາະ ເປັນແຮງງານທີ່ບໍ່ໄດ້ຮັບການຄຸ້ມຄອງຕາມກົດໝາຍແຮງງານ ໂດຍສະເພາະແຮງ ງານເພດຍິງທີ່ຖືກບັງຄັບໃຫ້ຂາຍບໍລິການທາງເພດນັ້ນ.

ຍິ່ງໄປກວ່ານັ້ນ ກໍຍັງປາກົດວ່າແຮງງານເພດຍິງໃນກຸ່ມດັ່ງກ່າວນີ້ໄດ້ຕົກເປັນເຫຍື່ອ ຂອງການຄ້າມະນຸດຂ້າມຊາດຍ້ອນຖືກບັງຄັບໂດຍຜູ້ເປັນພໍ່ແມ່ຂອງພວກດເຂົາເຈົ້າເອງ ເພາະຕ້ອງການເງິນສຳລັບໃຊ້ຈ່າຍເພື່ອການລ້ຽງດູຄອບຄົວເປັນສຳຄັນ ດັ່ງທີ່ເຍົາວະຊົນລາວເພດຍິງທີ່ຕົກເປັນເຫຍື່ອຂອງຂະບວນ ການຄ້າມະນຸດຂ້າມ ຊາດໃນໄທ ແລະໄດ້ຮັບການຊ່ວຍເຫລືອຈາກທາງການຕຳຫລວດໄທ ໃຫ້ການຢືນ ຢັນວ່າ:

“ນາຍໜ້າກະເປັນຄົນໄທບ້ານດຽວກັນ ຄ່າດອງລາວກໍໃຫ້ 30 ລ້ານ ຖ້າເຮົາໜີມາ ເຂົາເຈົ້າກະຊິຄູນສອງ ເສຍເງິນໃຫ້ເຂົາ 60 ລ້ານ ແຕ່ວ່າບໍ່ມີເງິນເສຍກະເລີຍໄດ້ ຢູ່ນຳເຂົາ ມາເຫັນໜ້າຄອບຄົວຮູ້​ສຶກວ່າດີໃຈທີ່ເຮົາກັບມາ ແຕ່ວ່າບໍ່ແມ່ນຄວາມດີ ໃຈຂອງຄອບຄົວເລີຍທີ່ເຫັນເຮົາກັບມາ ຊໍ້າຍັງຖາມວ່າເປັນຫຍັງຄືຕ້ອງຟ້າວກັບມາ ຄືບໍ່ຢູ່ນຳເຂົາກ່ອນ ຫາເງິນກ່ອນທັງທີ່ໄປນຳກັນ ອີ່ຫຍັງເຂົາຄືມີເງິນແຕ່ວ່າໂຕເອງ ໄປຢູ່ເຫັນປີແລ້ວ ຄືບໍ່ມີເງິນມາໃຫ້ພໍ່ ໃຫ້ແມ່ຄອບຄົວ.”

ທັງນີ້ໂດຍການຄ້າມະນຸດໃນປະເທດໄທກໍມີຢູ່ 3 ຮູບແບບດ້ວຍກັນ ອັນທີ 1 ກໍຄື ຄ້າໂສ​ເພ​ນີ ທີ່ສ່ວນໃຫຍ່ກໍແມ່ນເຍົາວະຊົນເພັດຍິງທີ່ອາຍຸຕໍ່າກວ່າ 18 ປີ ອັນທີ 2 ກໍຄືເລື້ອງການບັງຄັບໃຊ້ແຮງງານໃນເຮືອປະມົງ ສ່ວນໃຫຍ່ກໍຄືແຮງງານມຽນມາ ກໍປູເຈຍ ແລະລາວ ທີ່ເຂົ້າເມືອງໄທ ໂດຍຜິດກົດໝາຍທີ່ຖືກຫລອກໂດຍບັນດາ ນາຍໜ້າ ທີ່ຈັດຫາແຮງງານໃຫ້ເຮືອປະມົງ ແລະອັນທີ 3 ກໍຄື​ການສະແຫວງຫາ ປະໂຫຍດຈາກການນຳຄົນມາຂໍທານ ທີ່ສ່ວນໃຫຍ່ກໍແມ່ນເດັກນ້ອຍທີ່ຖືກພໍ່ແມ່ຂາຍ ຫລືຖືກລັກພາໂຕຈາກປະເທດເພື່ອນບ້ານມາປະເທດໄທເພີ້ມຂຶ້ນນັບມື້ ໂດຍໃນນີ້ກໍ ຮວມເຖິງ ສປປ. ລາວ ດ້ວຍ ຊຶ່ງເຮັດໃຫ້ຈະຕ້ອງດຳເນີນມາດຕະການປ້ອງກັນ ຢ່າງຮີບດ່ວນທີ່ສຸດ ດັ່ງທີ່ພົນເອກ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງການຢືນຢັນວ່າ:

ບັນຫາການຄ້າມະນຸດເ​ປັນອາດຊະຍາກຳທີ່ຮ້າຍແຮງ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຮ່າງກາຍ, ຊີວິດ, ກຽດສັກສີິ, ຈິດໃຈຂອງຜູ້ຖືກເຄາະຮ້າຍ, ຕໍ່ຄອບຄົວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະຄວາມໝັ້ນຄົງຂອງຊາດ ດັ່ງນັ້ນບັນດາອົງການຈັດຕັ້ງພັກລັດ, ຫົວໜ່ວຍທຸລະກິດ, ປະຊາຊົນ, ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະເພີິ້ມທະວີອອກແຮງຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ພ້ອມທັງເອົາໃຈໃສ່ເຮັດວຽກງານໂຄສະນາເພື່ອປະຊາຊົນລາວໄດ້ຮັບຮູ້, ເຂົ້າໃຈຜົນຮ້າຍຂອງການຄ້າມະນຸດ.

ໃນປັດຈຸບັນນີ້ມີແຮງງານລາວທີ່ເຮັດວຽກຢ່າງຖືກຕ້ອງໃນໄທ 213,203 ຄົນ ແຕ່ວ່ານາຍຈ້າງໃນໄທຍັງຕ້ອງການແຮງງານ​ເພີ່ມ​ຂຶ້ນອີກຫລາຍກວ່າ 8 ແສນຄົນ ຊຶ່ງທາງການໄທອະນຸຍາດໃຫ້ນຳເຂົ້າແຮງງານໂດຍຜ່ານບໍ​ລິ​ສັດ​ຈັດ​ຫາ​ງານ​ເທົ່າ​ນັ້ນ ສ່ວນ​ເຄືອ​ຂ່າຍ​ແຮງ​ງານ​ອົບ​ພະ​ຍົບ

ອົບພະຍົບໃນອາຊຽນ ກໍປະເມີນວ່າຈະມີແຮງງານລາວໄປລັກລອບເຮັດວຽກໃນໄທ ເພີີ້ມຂຶ້ນອີກຫລາຍກວ່າ 8 ແສນຄົນ ເພາະບັນຫາຄ່າຄອງຊີບທີ່ປັບໂຕຂຶ້ນສູງນັບ ມື້ ແຕ່ວ່າປະຊາຊົນລາວບັນດາເຜົ່າກັບຍັງມີລາຍໄດ້ເທົ່າເດີມ ໂດຍສະເພາະແມ່ນ ອັດຕາຄ່າຈ້າງຂັ້ນຕໍ່າໃນລາວ ທີ່ບໍ່ສອດຄ່ອງກັບສະພາບການໂຕຈິງນັ້ນ ກໍຄືສາ ເຫດທີ່ສຳຄັນທີ່ເຮັດໃຫ້ແຮງງານລາວຕ້ອງພາກັນເ​ດີນທາງໄປລັກລອບເຮັດວຽກໃນ ໄທທີ່ຄ່າຈ້າງສູງກວ່າລາວເຖິງ 5 ເທົ່າໂຕນັ້ນ.

XS
SM
MD
LG