ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກຍິງ ທີ່ເຊື່ອກັນວ່າ ຕາຍແລ້ວ ຍ້ອນຖືກ ຄື້ນຟອງສຸນາມິ ພັດໄປ ໃນປີ 2004 ຍັງມີຊີວິດຢູ່


ນາງ Jamaliah (ຊ້າຍ) ກອດລູກສາວ ນາງ Raudhatul Jannah (ຂວາ) ຫຼັງຈາກທ້ອນໂຮມກັນຄືນ ທີ່ເມືອງ Meulaboh, ແຂວງ Aceh, ວັນທີ 7 ສິງຫາ 2014.
ນາງ Jamaliah (ຊ້າຍ) ກອດລູກສາວ ນາງ Raudhatul Jannah (ຂວາ) ຫຼັງຈາກທ້ອນໂຮມກັນຄືນ ທີ່ເມືອງ Meulaboh, ແຂວງ Aceh, ວັນທີ 7 ສິງຫາ 2014.

ເດັກ​ຍິງ​ອິນ​ໂດ​ເນ​ເຊຍ​ຄົນ​ນຶ່ງ ທີ່​ເຊື່ອ​ກັນວ່າ ຖືກຄື້ນຟອງ​ສຸ​ນາ​ມິພັດ
​ໄປ​ໃນ​ປີ 2004 ​ໄດ້​ຖືກ​ພົບ​ເຫັນຍັງ​ມີ​ຊີວິດ​ຢູ່​ຢ່າງປອດ​ໄພ ​ແລະ​ໄດ້
ທ້ອນ​ໂຮມ​ກັບ​ຄອບຄົວ​ຂອງ​ນາງ​ແລ້ວ ຊຶ່ງ​ເວລາ​ນີ້ ​ມີ​ອາຍຸ 14 ປີ.

​ໄດ້​ມີ​ຄົນ​ເຫັນນາງ Raudhatul Jannah ​ໄວ 4 ຂວບ ​ແລະອ້າ​ຍ
ຂອງ​ລາວ ​ໄວ 7 ຂວບ ຄັ້ງ​ຫຼ້າ​ສຸດ ​ເວລາ​ຄື້ນຟອງ​ຍັກ​ສຸ​ນາ​ມິ​ພັດ
​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າໄປ ໃນ​ແຂວງ ​Aceh ຕາ​ເວັນ​ຕົກ ​ເມື່ອ​
ວັນ​ທີ 26 ທັນວາ ປີ 2004.

​ເປັນ​ທີ່​ເຊື່ອກັນ​ວ່າ ນາງ​ໄດ້​ເສຍ​ຊີວິດ​ໄປ​ແລ້ວ ຈົນ​ມາ​ຮອດ​ເດືອນ
​ມິຖຸນາ​ຜ່ານ​ມາ ​ລຸງຂອງ​ລາວ​ໄດ້​ເຫັນ​ເດັກ​ຍິງ​ຄົນ​ນຶ່ງ ທີ່​ເບິ່ງ​ຄື​ກັນ
​ກັບ​ນາງ Jannah​ ແທ້ໆ​ນັ້ນ ຢູ່​ໃນ​ໝູ່ບ້ານນຶ່ງ​ອີກ.

​ລູງຂອງ​ລາວ​ໄດ້​ໄປ​ສອບ​ຖາມເບິ່ງ ກໍ​ໄດ້ຮູ້ຈັກ​ວ່າ ຊາວ​ປະມົງຄົນ​ນຶ່ງ​ໄດ້​ຊ່ອຍ​ຊີວິດ​ເດັກ​ຍິງ
​ຄົນ​ນີ້​ ຂຶ້ນ​ມາຈາກ​ທະ​ເລ ​ແລະ​ໄດ້ເອົາ​ນາງ​ໄປ​ໃຫ້​ແມ່​ຂອງ​ລາວລ້ຽງ​.

ສ່ວນ​ອ້າຍ​ຂອງ​ນາງ Jannah ທີ່​ຫາຍ​ສາບ​ສູນ​ໄປ​ພ້ອມ​ກັນ​ກັບ​ນາງ​ນັ້ນຍັງ​ຫາຍ​ສາບ​ສູນ​ຢູ່.

XS
SM
MD
LG