ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ຍິງ ທີ່ໂຈມຕີ ດ້ວຍລະເບີດ ສະຫຼະຊີບ ສັງຫານ 30 ຄົນ ຢູ່ ໄນຈີເຣຍ


ຄົນພາກັນເຕົ້າໂຮມກັນ ຢູ່ບ່ອນຖືກວາງລະເບີດສະຫຼະຊີບ ທີ່ຕະຫລາດໃນເມືອງ Maiduguri ປະເທດໄນຈີເຣຍ.
ຄົນພາກັນເຕົ້າໂຮມກັນ ຢູ່ບ່ອນຖືກວາງລະເບີດສະຫຼະຊີບ ທີ່ຕະຫລາດໃນເມືອງ Maiduguri ປະເທດໄນຈີເຣຍ.

ຢ່າງ​ໜ້ອຍ 30 ຄົນ​ໄດ້​ເສຍ​ຊີ​ວິດ ​ເວລາ​ຜູ້ຍິງ​ທີ່ໂຈມຕີດ້ວຍລະ
ເບີດສະຫລະ​ຊີບ​ຄົນ​ນຶ່ງ ​ໄດ້​ບີບຄະນວນລະເບີດໃຫ້ແຕກຂຶ້ນ
​ຢູ່ຕະຫລາດ​ປາ ທີ່ແອອັດ​ໄປ​ດ້ວຍ​ຝູງຊົນ ໃກ້​ກັບ​ວັດ​ອິສລາມ
ທີ່​ເມືອງ Maiduguri​ ທາງ​ພາກຕາ​ເວັນ​ອອກສຽງ​ເໜືອ​ຂອງ
​ໄນ​ຈີ​ເຣຍ. ນອກນັ້ນຍັງມີຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ຂະນະ
​ທີ່​ພວກ​ຄ້າຂາຍ​ ພາກັນ​ສູດ​ມົນ​ໃນ​ຕອນ​ບ່າຍ.

ບັນດາ​ຜູ້​ເຫັນ​ເຫດການກ່າວ​ວ່າ ຜູ້ຍິງ​ຄົນ​ທີ​ສອງ​ໄດ້​ຫລົບໜີ​
ໄປຈາກ​ເຂດ​ດັ່ງກ່າວ ​ແລະ​ໄດ້​ບີບຄະນວນລະເບີດໃຫ້ແຕກ
ຂຶ້ນ​ບໍ່​ເທົ່າ​ໃດ​ນາ​ທີ​ຕໍ່ມາ ​ແຕ່​ໄດ້ສັງຫານ​ພຽງ​ແຕ່​ໂຕ​ນາງ​ເອງ.

ຍັງ​ບໍ່​ທັນ​ມີ​ກຸ່ມໃດອ້າງເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນທີເທື່ອ ​ແຕ່​ວ່າ ພວກ​ຫົວ​ຮຸນ​ແຮງ​ຈັດ
Boko Haram ມັກ​ຈະ​ແນ​ເປົ້າ​ໝາຍ​ໃສ່​ພົນລະ​ເຮືອນ ຢູ່ທີ່​ຕະ​ຫລາດ ​ແລະ​ຄິວ​ລົດ​ເມແຫ່ງ
ຕ່າງໆ ​ໃນ​ເມືອງ Maiduguri ​ໃນ​ລະຫວ່າງ ທີ່ມີການກໍ່ກະ ບົດຂອງພວກເຂົາເຈົ້າຫົກປີ
ຜ່ານມານີ້.

ພວກ Boko Haram ​ໄດ້​ລັກພາ​ໂຕເດັກນ້ອຍ​ຜູ້​ຍິງ ​ແລະ​ຜູ້ຍິງ ຫລາຍ​ຮ້ອຍ​ຄົນ ​ແລະ​ຈຳ
ນວນ​ຜູ້ຍິງ​ທີ່ທຳການໂຈມຕີດ້ວຍລະ​ເບີດ​ສະຫລະ​ຊີບ​ໄດ້​ເພີ້​ມຂຶ້ນ ທີ່​ພາໃຫ້ມີ​ຄວາມ​ຢ້ານ​
ກົວວ່າ ​ເຂົາ​ເຈົ້າ​ນຳ​ໃຊ້​ພວກ​ທີ່​ຖືກ​ຈັບໄປເຫຼົ່ານັ້ນ​ເປັນ​ເຄື່ອງມື​ໃນການໂຈມ​ຕີ.

ພວກ Boko Haram ​ໄດ້​ເພີ້​ມການ​ໂຈມ​ຕີ ນັບ​ແຕ່​ປະທານາທິບໍດີຄົນ​ໃໝ່ຂອງ ​ໄນ​ຈີ​ເຣຍ
ທ່ານ Muhammadu Buhari ​ໄດ້​ປະກາດ​ວ່າ ກອງ​ບັນຊາ​ການ​ທະຫານ ກຳລັງ​ຍ້າຍ​ຈາກ
​ນະຄອນຫລວງ Abuja ​ໄປ​ຢູ່​ເມືອງ Maiduguri ​ທີ່​ລັດ Borno.

ການ​ໂຈມ​ຕີ​ມີ​ຂຶ້ນ ​ໃນ​ຂະນະ​ທີ່ໄນ​ຈີ​ເຣຍ ​ແລະ​ບັນດາ​ປະ​ເທດ​ເພື່ອນ​ບ້ານກຳລັງ​ກະກຽມ
ກອງເສີມຄວາມເຂັ້ມແຂງໃຫ້ແກ່ກຳລັງປະສົມ​ນາໆ​ຊາດ ຊຶ່ງ​ໃນ​ປີ​ນີ້​ຈະໄດ້​ຂັບ​ໄລ່ພວກ
Boko Haram ອອກໄປ​ຈາກ​ຕົວເມືອງ ​ແລະໝູ່​ບ້ານ ​ທີ່ພວກເຂົາ​ເຈົ້າ​ໄດ້​ຈັດ​ຕັ້ງ ໃນອັນ
ທີ່​ຮ້ອງ​ວ່າ ການ​ປົກຄອງ​ອິສລາມຂຶ້ນນັ້ນ.

Nigeria Violence
please wait
Embed

No media source currently available

0:00 0:00:22 0:00

XS
SM
MD
LG