ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຮງໄຟຟ້າ ຖ່ານຫີນ ຍັກໃຫຍ່ ກຳລັງຈະອັດລົງ ໃນອອສເຕຣເລຍ


ອາຍຫຼືຄວັນ ກຳລັງພຸ້ງຂຶ້ນສູ່ທ້ອງຟ້າ ຈາກໂຮງໄຟຟ້າ ລິດແດລ ໃກໆກັບ ມັສແວລບຣຸກ ເໜືອນະຄອນຊິດນີ 170 ກມ
ວັນທີ 2 ພະຈິກ 2011.
ອາຍຫຼືຄວັນ ກຳລັງພຸ້ງຂຶ້ນສູ່ທ້ອງຟ້າ ຈາກໂຮງໄຟຟ້າ ລິດແດລ ໃກໆກັບ ມັສແວລບຣຸກ ເໜືອນະຄອນຊິດນີ 170 ກມ ວັນທີ 2 ພະຈິກ 2011.

ບໍລິສັດນຶ່ງ ໃນບັນດາບໍລິສັດພະລັງງານ ທີ່ໃຫຍ່ທີ່ສຸດ ຂອງ ອອສ ເຕຣເລຍ​ເວົ້າວ່າ
ຕົນຈະອັດໂຮງໄຟ​ຟ້າຖ່ານຫີນ ທີ່ໃຫຍ່ແຫ່ງນຶ່ງ ຂອງຕົນເພາະ ວ່າ ຕົນຈະໄປລົງ
ທຶນໃສ່ແຫຼ່ງພລັງງານທົດແທນ ເຖິງແມ່ນວ່າຈະໄດ້ຮັບຄວາມ ກົດດັນຈາກລັດຖະ
ບານແຄນເບີຣາວ່າບໍ່ໃຫ້ປິດກໍຕາມ ຊຶ່ງ ຟຽລ ເມີເຊີ ມີລາຍ ງານມາຈາກນະຄອນ
ຊິດນີ ດັ່ງສາລີ ຈະນຳສະເໜີທ່ານ ໃນອັນດັບຕໍ່ໄປ.

ມັນເປັນການຊຸດໂຊມ ເປັນອັນຕະລາຍ ແລະແພງຫຼາຍ, ນັ້ນເປັນຄຳເວົ້າຂອງໜັງ
ສືິພິມສະບັບນຶ່ງ ທີ່ບັນລະຍາຍກ່ຽວກັບໂຮງໄຟ​ຟ້າລິດແດລ ຊຶ່ງເວົ້າເພີ່ມໃສ່ວ່າ
“ນັ້ນເປັນຕົວຢ່າງທີ່ດີທີ່ສຸດຂອງການເຊື່ອມ​ໂຊມລົງ ຂອງອຸດສາຫະກຳຖ່ານຫີນ.”

ໂຮງ​ໄຟ​ຟ້າດັ່ງກ່າວໄດ້​ສ້າງສຳເລັດເພື່ອ​ໃຊ້ງານ ໃນປີ 1973 ດ້ວຍຄວາມຄາດໝາຍ
ວ່າ ຈະມີອາຍຸ 25 ປີ ແຕ່ມັນກໍໄດ້ສືບຕໍ່ຜ​ະລິດໄຟຟ້າ ຢູ່ພາຍໃນປະເທດ ທີ່ແລ່ນດ້ວຍ
ຖ່ານຫີນມາ ເພື່ອບໍລິການພະລັງໄຟຟ້າຫຼາຍກວ່າ 60 ເປີເຊັນ.ລັດຖະບານອອສເຕຣ
ເລຍຢາກໃຫ້ໂຮ​ງ​ໄຟ​ຟ້າດັ່ງກ່າວດຳເນີນຕໍ່ໄປ ເປັນເວລາ ອີກສອງສາມປີ ເພາະຢ້ານ
ວ່າ ຈະຂາດໄຟຟ້າໃຊ້ ທັງເປັນຫ່ວງວ່າ ພາກສ່ວນ ພະລັງງານຂອງລັດ ທີ່ມີຄວາມ
ອ່ອນໄຫວບົ່ມຊ້ອນ ຈະມີບັນຫາ. ເມື່ອສອງປີກ່ອນ ພາຍຸຮ້າຍແຮງ ໄດ້ທຳລາຍສາຍ
ໄຟຟ້າ ສ້າງຄວາມມືດມົນ ໃຫ້ແກ່ລັດທາງພາກໃຕ້ຂອງອອສເຕຣເລຍໄປທົ່ວ. ນອກ
ຈາກນັ້ນແລ້ວ ບັນ ດາລັດຖະມົນຕີທັງຫຼາຍ ຍັງມີຄວາມກັງວົນນຳອີກນຳເລື້ອງການ
ໃຊ້ເປັນການ ເມືອງ ລາຄາໄຟຟ້າສຳລັບເຮືອນຊານ ທີ່ແພງຂຶ້ນຢ່າງໃຫຍ່ເມື່ອບໍ່ຫຼາຍ
ປີຫຼັງໆ ນີ້.

ແຕ່ວ່າບໍ​ລິ​ສັດ​ພະ​ລັງງານຍັກໃຫຍ່ ເອຈີແອລ ພວມວາງແຜນວ່າ ຈະວ່າຈ້າງ ໃຫ້ໂຮງ
ໄຟຟ້າດັ່ງກ່າວຢຸດເຊົາກິດຈະການຢູ່ໃນຮ່ອມພູ ນິວຊາວເວນ ອັນມີລວມທັງ ພະລັງ
ງານແສງພະ ອາທິດແລະລົມນຳ. ບໍລິສັດດັ່ງກ່າວ ເນັ້ນໜັກວ່າ ການຕັດສິນໃຈຂອງ
ຕົນ ແມ່ນໃນທາງດ້ານເສດຖະກິດ ບໍ່ແມ່ນດ້ານອຸດົມການ.

ທ່ານ ແບຣັດ ແຣັດແມັນ ຫົວໜ້າບໍລິຫານໃນໄລຍະຂ້າມຜ່ານ ຂອງບໍລິສັດ ເອຈີແອລ
ກ່າວວ່າ ເຖິງແມ່ນລັດຖະບານຈະຂໍຮ້ອງກໍຕາມ ແຕ່ໂຮງງານໄຟຟ້າ ລິດແດລ ກໍຈະ
ອັດລົງ ຕາມທີ່ ໄດ້ກຳນົດໄວ້ ໃນອີກສີ່ປີຂ້າງໜ້າ. ທ່ານ ແຣັດແມັນ ກ່າວວ່າ: “ຍຸດທະ
ສາດຂອງພວກເຮົາ ໃນການທີ່ຈະຢຸດເຊົາໂຮງງານ ທີ່ສົ່ງອອກທາດຄາບອນຢ່າງ
ໃຫຍ່ຫຼວງນີ້ ແມ່ນບໍ່ມີອັນປ່ຽນແປງ. ພວກເຮົາພວມສືບ ຕໍ່ການບໍລິຫານ ເພື່ອທົບ
ທວນເບິ່ງຄືນ ແຜນການຕ່າງໆດັ່ງກ່າວ ແຕ່ວ່າ ດຽວນີ້ເຫັນວ່າບໍ່ມີອັນປ່ຽນແປງ ສຳ
ລັບວັນທີ ທີ່ຈະປິດໂຮງໄຟ​ຟ້າ ລິດແດນ ລົງ. ຂ້າພະເຈົາໄດ້ເວົ້າລົມ ແລະໄດ້ພົບພໍ້
ດ້ວຍຕົນເອງ ກັບທ່ານ ແອງກັສ ເທເລີ ລັດຖະມົນຕີໃໝ່ ຂອງກະຊວງພລັງງານ. ຂ້າພະເຈົ້າເຫັນວ່າເປັນການພົບພໍ້ກັນແບບສະບາຍສະບາຍ ຍ້ອນທ່ານເຂົ້າໃຈ
ເຖິງຄວາມກັງວົນເລື້ອງຄ່າໄຟຟ້າ ໃນນາມຂອງພວກຜູ້ບໍລິໂພກຊາວອອສເຕຣເລຍ
ທັງຫຼາຍ.”

ອອສເຕຣເລຍ ຍັງຄົງອາໄສເພິ່ງອີງຢ່າງໃຫຍ່ ຕໍ່ເຊື້ອໄຟຊີວະພາບຢູ່ ບໍ່ແມ່ນແຕ່ເພື່ອ
ແລ່ນໄຟຟ້າໃນເຂດທ້ອງຖິ່ນ ແຕ່ແມ່ນດ້ວຍເຫດຜົນທາງດ້ານເສດຖະກິດນຳ. ປະ
ເທດດັ່ງກ່າວ ໄດ້ສົ່ງອອກ ເປັນມູນຄ່າພັນໆລ້ານໂດລາ ຈຳພວກຖ່ານຫີນ ຊຶ່ງປັດຈຸ
ບັນ ແມ່ນເປັນສ່ວນປະ ກອບທີ່ສຳຄັນ ໃນການຜະລິດເຫຼັກກ້າ ແລະຖ່ານຫີນ ທີ່ໄດ້
ມາຈາກບໍ່ນໍ້າຮ້ອນ ທຳມະຊາດ ຊຶ່ງໃຊ້ໃນການທຳຄວາມອົບອຸ່ນແລະແລ່ນຈັກໄຟຟ້າ ຊຶ່ງສ່ວນຫຼວງ ຫຼາຍ ແມ່ນຂາຍໄປປະເທດຈີນແລະເອເຊຍອາຄະເນ.

ຢ່າງໃດກໍດີ ພວກນັກອະນຸລັກທຳມະຊາດກໍໂຕ້ແຍ້ງວ່າ ອຸດສາຫະກຳຖ່ານຫີນແມ່ນ
ກຳລັງຫຼຸດຖອຍລົງ ແລະອອສເຕຣເລຍຄວນຫັນໄປຢ່າງເອົາຈິງເອົາຈັງ ຫາແຫຼ່ງພລັງ
ງານທາງເລືອກ. ເຖິງແມ່ນ ແຄນແບຣາ ຈະສືບຕໍ່ຟັກໄຝ່ຫາຖ່ານ ຫີນຢູ່ ຍ້ອນວ່າມັນ
ຖືກ ແລະມີຢູ່ຢ່າງຫວງຫຼາຍ ໃນອອສເຕຣເລຍ. ການໃຊ້ພລັງງານແບບປະສົມປະ
ສານແມ່ນພວມມີການເປັນໄປ ໃນອອສເຕຣເລຍ. ການໃຊ້ພລັງງານແສງພະອາທິດ ກໍແມ່ນຄ່ອຍໆມີເພີ້ມຂຶ້ນ ຊຶ່ງສ່ວນຫຼາຍແມ່ນແຜງແສງຕາເວັນຢູ່ເທິງຫຼັງຄາເຮືອນ ແລະການໃຊ້ແກັສທຳ ມະຊາດກໍແມ່ນມີເພີ້ມຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG