ກ້ອນຫີນໃຫຍ່ ຫລື Asteroid ທີ່ມີຄວາມກວ້າງ 2,700 ແມັດ
ໄດ້ໂຄຈອນຜ່ານໂລກມະນຸດຂອງເຮົາ.
ກ້ອນຫີນໃຫຍ່ 1998 QE2 ບໍ່ໄດ້ເປັນອັນຕະລາຍໃດໆ ຂະນະ
ທີ່ມັນໂຄຈອນຜ່ານໄປ ຫ່າງຈາກໂລກມະນຸດເຮົາ ປະມານ 3
ລ້ານກິໂລແມັດ ຫລືປະມານ 15 ເທື່ອຂອງໄລຍະຈາກໂລກມະ
ນຸດ ໄປຫາເດືອນ.
ພວກນັກວິທະຍາສາດ ຂອງອົງການຄຸ້ມຄອງອະວະກາດສະຫະ ລັດຫຼື NASA ກ່າວວ່າ ກ້ອນຫີນ asteroid ນີ້ ບໍ່ໄດ້ໃສ່ຊື່ໃດໆທີ່ມີຄວາມໝາຍຢູ່ໂລກມະນຸດ.
ຊື່ຂອງ asteroid ແມ່ນຮວມທັງປີ ທີ່ກ້ອນຫີນອະວະກາດ ໄດ້ຖືກຄົ້ນພົບ ພ້ອມດ້ວຍລະ ຫັດທີ່ເປັນອັກສອນໂຕເລກ ທີ່ສະແດງໃຫ້ເຫັນວ່າ ເດືອນໃດແລະເວລາໃດໃນເດືອນທີ່ກ້ອນຫີນ ດັ່ງກ່າວໄດ້ຖືກຄົ້ນພົບ.
ການໂຄຈອນຜ່ານດັ່ງກ່າວ ແມ່ນຊ່ວຍຍົກລະດັບໃຫ້ມີການຕື່ນຕົວ ກ່ຽວກັບກ້ອນຫີນອະ ວະກາດຈຳນວນຫຼາຍໆລ້ານກ້ອນ ທີ່ໂຄຈອນຜ່ານໄປໃກ້ໆກັບໂລກມະນຸດຂອງເຮົາ.
ອົງການ NASA ກະປະມານວ່າ ຕົນໄດ້ຈົດບັນທຶກ 95 ເປີເຊັນຂອງກ້ອນຫີນ asteroid ທີ່ມີຂະໜາດໃຫຍ່ກວ່ານຶ່ງກິໂລແມັດ ທີ່ຢູ່ໃກ້ກັບໂລກມະນຸດ. ອົງການ NASA ກ່າວວ່າ ຕົນບໍ່ໄດ້ພົບເຫັນກ້ອນຫີນຂະໜາດນີ້ ທີ່ຫລິງເຫັນວ່າ ເປັນໄພອັນຕະລາຍແກ່ໂລກມະນຸດຂອງເຮົາ ໃນອະນາຄົດແຕ່ປະການໃດ.
ໃນເດືອນກຸມພາປີນີ້ ເກັດດາວຫຼືອຸກກາບາດຂະໜາດນ້ອຍກ້ອນນຶ່ງ ໄດ້ລະເບີດແບບບໍ່ຄາດ ຄິດຢູ່ເໜືອເມືອງ Chelyabinsk ໃນປະເທດຣັດເຊຍ ແລະພາໃຫ້ເກີດແຮງສັ່ນສະເທືອນທີ່ ເຮັດໃຫ້ປະຕູປ່ອງຢ້ຽມແຕກ ແລະມີຜູ້ບາດເຈັບຫຼາຍກວ່າ 1,000 ຄົນ.