ບັນດາໄອຍະການຍີ່ປຸ່ນໄດ້ຕັດສິນໃສ່ຄຸກອະດີດປະທານ ຄະນະກຳມະການ ບໍລິສັດ
ລົດນິສັນ ທ່ານ ຄາລັອສ ກອນ ໃນຂໍ້ຫາໃໝ່ເລື້ອງການລະເມີດຄວາມເຊື່ອຖື ພາຍໃຕ້
ກົດລະບຽບຂອງບັນດາບໍລິສັທັງຫລາຍ.
ການກ່າວຫາໃໝ່ໄດ້ປະກາດໃນວັນຈັນມື້ນີ້ ຕ້ານທ່ານ ແລະເປັນມື້ທີ່ໄລຍະການກັກ
ໂຕທ່ານທີ່ຕັ້ງໄວ້ໄດ້ໝົດກຳນົດລົງ.
ທ່ານກອນ ອາຍຸ 65 ປີ ໄດ້ເລີ້ມຖືກກັກຂັງໃນເດືອນພະຈິກປີກາຍນີ້ ໃນຂໍ້ສົງໄສວ່າ
ວາງແຜນສົມຮູ້ຮ່ວມຄິດ ເລື້ອງລາຍໄດ້ຂອງທ່ານຈາກບໍລິສັດນິສສັນ ປະມານ 50
ເປີເຊັນ ລະຫວ່າງ ປີ 2010 ແລະ 2015.
ທ່ານໄດ້ຖືກປະກັນໂຕອອກມາຄ້ວຍເງິນຄໍ້າປະກັນ 9 ລ້ານໂດລາ ໃນຕົ້ນເດືອນມີນາ
ເພື່ອລໍຖ້າການດຳເນີນຄະດີ ແລະໄດ້ຖືກຈັບຄືນອີກໃນຕົ້ນເດືອນເມສາ ທີ່ພົວພັນກັບ
ການກ່າວຫາໃໝ່ວ່າ ສາຂາບໍລິສັດລົດຍົນ ນິສສັນ ໄດ້ໂອນເງິນ 2 ລ້ານ 5 ແສນໂດລາ
ອອກຈາກ 5 ລ້ານໂດລາ ຈາກຮ້ານຂາຍລົດແຫ່ງນຶ່ງຢູ່ປະເທດໂອມານ ໄປຫາບໍລິສັດ
ທີ່ຄວບຄຸມທັງໝົດໂດຍ ທ່ານ ກອນ ເພື່ອເປັນການໃຊ້ສ່ວນໂຕ.
ທ່ານໄດ້ປະຕິເສດການກ່າວຫາທັງໝົດທີ່ວ່ານັ້ນ.