ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແມ່​ຍິງ ຊາວຫວຽດນາມ ຖືກຫລອກ ໄປເປັນ ໂສເພນີ ທີ່ ການາ


ແຜນ​ທີ່ການາ
ແຜນ​ທີ່ການາ
ລາຍງານ​ການ​ສືບສວນ ​ໄດ້​ຊ່ວ​ຍໃຫ້​ ຕຳຫລວດ​ໃນ
Ghana ທັບ​ມ້າງກຸ່ມ​ບັງຄັບ​ໃຫ້ພວກແມ່ຍິງເປັນໂສ​ເພນີ
ແລະ​ຊ່ວຍກູ້ເອົາແມ່​ຍິງ​ຊາວ​ຫວຽດນາມ​ຫົກ​ຄົນອອກ
ມາໄດ້.

ກຸ່ມດັ່ງກ່າວນີ້ ​ຊຶ່ງມີການກ່າວ​ຫາ​ວ່າ ບໍລິຫານງານ​ໂດຍ
ຜູ້​ຊາຍ​ຈີນ​ສອງ​ຄົນ ທີ່​ເມືອງ​ທ່າ​ Sekondi Takoradi
​ໄດ້​ຖືກ​ທັບ​ມ້າງ​ໃນ​ເດືອນ​ນີ້ສ່ວນນຶ່ງແລ້ວແມ່ນ ຍ້ອນ
ລາຍ​ງານຂອງ Anas Aremeyaw Anas ຂອງໜັງ​ສື​ພິມ New Cru-sading Guide.

ທ່ານ Anas ​ໄດ້​ກ່າວ​ຕໍ່ວີໂອ​ເອ ​ພະ​ແນ​ກພາສາຫວຽດນາມ​ວ່າ ທ່ານ​ແລະຕຳຫລວດ Ghana ​ໄດ້ໃຊ້ເວລາ 6 ເດືອນໃນ​ການ​ສືບ​ສວນ​ຄະດີ​ດັ່ງກ່າວ ໂດຍ ໄດ້ຮັບ​ການ​ຊ່ວຍ​ເຫລືອ​ຈາກອົງການຕຳ ຫລວດສາກົນທີ່ຮັບຜິດຊອບກ່ຽວກັບຄະ ດີອາຍາ.

ທ່ານ ກ່າ​ວວ່າ ພວກເຄາະ​ຮ້າຍ​ໄດ້​ຖືກ​ນຳໄປ​ຮັກສາ​ໄວ້ຢູ່​ທີ່​ບ່ອນທີ່​ປອດ​ໄພແລ້ວ ແລະ
ທ່ານ​ກ່າວ​ຕື່ມອີກ​ວ່າ:

“​ເຂົາ​ເຈົ້າ​ກ່າວ​ວ່າ ​ເຂົາເຈົ້າຢູ່ປະເທດຫວຽດນາມ​ແລະ​ມີ​ຜູ້ໃດ​ຜູ້​ນຶ່ງໄປຫາ​ເຂົາ​ເຈົ້າ ​ແລະ​ບອກ​ເຂົາ​ເຈົ້າ​ວ່າ ​ພວກເຂົາຢາກ​ນຳເອົາເຂົາເຈົ້າໄປ​ປະ​ເທດ​ນໍ​ເວ ​ແລະ​ເອົາ​ວຽກ​ທີ່ດີໆ​ໃຫ້ເຂົາ​ເຈົ້າເຮັດຢູ່ນໍ​ເວ. ​ເພາະ​ສະ​ນັ້ນ​ເຂົາ​ເຈົ້າ​ພາກັນ​ດີ​ໃຈຫຼາຍ​ກ່ຽວ​ກັບ​ໂອກາດດັ່ງ
ກ່າວ ​ແລະ​ເຂົາ​ເຈົ້າ ​ກໍໄດ້​ຕັດສິນ​ໃຈສວຍເອົາ​ໂອກາດ​ນີ້. ​ເຂົາ​ເຈົ້າ​ພາກັນແປກໃຈ ທີ່​ສາຍ​ການບິນ​ໄດ້​ນຳເຂົາ​ເຈົ້າ​ໄປຍັງ Ghana ​ແລະ​ຫລັງຈາກ ນັ້ນພວກເຂົາກໍນຳເອົາ
ເຂົາ​ເຈົ້າ​ໄປຍັງ​ເມືອງ Tema ທີ່ Ghana ​ແລະ​ເວລາ​ນັ້ນ​ແຫລະ ທີ່ພວກເຂົາເຈົ້າ​ເລີ້ມ​ຖືກ​ຍັງ​ຄັບ​ໃຫ້​ເປັນ​ໂສ​ເພນີ.”

ທ່ານ Anas ກ່າວ​ວ່າ ພວກ​ແມ່​ຍິງເຫຼົ່ານີ້ ​ໄດ້​ກ່າວ​ຕໍ່ທ່ານວ່າ ​ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ຊ່ອງທາງ​ຫລົບໜີ ​ແຕ່​ບໍ່ສຳເລັດ ​ເພາະວ່າພວກ​ຄ້າ​ມະນຸດໄດ້​ຍຶດ​ເອກ​ກະສາ​ນ​ເດີນທາງ​ຂອງ​ເຂົາ​ເຈົ້າໄວ້ ​ແລະ​ເຂົາ​ເຈົ້າກໍບໍ່ມີ​ເງິນ​ຕິດໂຕ.

​ເຈົ້າ​ໜ້າ​ທີ່ ສະຖານທູດ​ຫວຽດນາມ ທີ່​ໄນ​ຈີເຣຍ ​ຊຶ່ງເປັນຜູ້ຮັບຜິດຊອບ​ກ່ຽວກັບ ວຽກ​ງານດ້ານ​ກົງ​ສຸນ ​ຢູ່ Ghana ກ່າວ​ວ່າ ​ເຂົາ​ເຈົ້າ​ພວມດຳເນີນງານຮ່ວມກັບ ​ບັນດາເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ເພື່ອໃຫ້ການປົກ​ປ້ອງຄຸ້ມຄອງ​ພວກ​ແມ່​ຍິງຈຸນີ້.
XS
SM
MD
LG