ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານສູງສຸດ ການາ ຕັດສິນ ຜົນການເລືອກຕັ້ງ


ສານ​ສູງ​ສຸດ Ghana ​ໄດ້​ປະກາດ​ວ່າ ທ່ານ John Mahama
​ໄດ້​ຮັບໄຊຊະນ ະ​ເປັນປະທານາທິບໍດີ.
ສານ​ສູງ​ສຸດ Ghana ​ໄດ້​ປະກາດ​ວ່າ ທ່ານ John Mahama ​ໄດ້​ຮັບໄຊຊະນ ະ​ເປັນປະທານາທິບໍດີ.
ສານ​ສູງ​ສຸດ Ghana ​ໄດ້​ປະກາດ​ວ່າທ່ານ John Mahama
​ໄດ້​ຮັບໄຊຊະນະ​ເປັນປະທານາທິບໍດີ ​ ຕາມ​ການ​ຢັ່ງ​ສຽງ​ເລືອກ
​ຕັ້ງ​ ປະທານາທິບໍດີ​ ​ໃນ​ປີ​ກາຍ​ນີ້ ​ແລະ​ປະຕິ​ເສດຕໍ່​ການ​ທ້າ​ທາຍ
ຈາກຝ່າຍ​ຄ້ານ.

​ຜູ້​ພິພາກ​ສາ ທ່ານ William Atuguba ​ໄດ້ອ່ານ​ການ​ຕັດສິນ
​ຂອງ​ສານ​ໃນ​ວັນ​ພະຫັດ​ວານ​ນີ້ ​ວ່າ ທ່ານ Mahama ​ໄດ້ “ຖືກ
​ເລືອກ​ຢ່າງ​ຖືກ​ຕ້ອງ” ​ແລະ​ການ​ຮຽກຮ້ອງຈາກ ຝ່າຍ​ຄ້ານ ພັກ​ຮັກ​ຊາດ​ໃໝ່ ຫລື New Patriotic Party ນັ້ນ​ໄດ້​ຖືກ​ປະຕິ​ເສດ.

ຜົນ​ເລືອກ​ຕັ້ງທີ່​ເປັນທາງ​ການ ຈາກການ​ປ່ອນ​ບັດໃນ​ເດືອນ​ທັນວາ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Mahama ​ໄດ້ໄຊຊະນະ​ຢ່າງ​ຫວຸດ​ວິດ​ດ້ວຍ ຄະ​ແນນ​ສຽງ 50.7 ພັກ NPP ກ່າວ​ວ່າ ຜົນ​ຂອງການ​ເລືອກ​ຕັ້ງນັ້ນ​ເປັນ​ການ​ສໍ້​ໂກງ ຮ່ວມ​ທັງການ​ກ່າວ​ຫາທີ່​ວ່າມີ​ການ​ບິດ​ເບືອການ​ນັບຄະ​ແນນ​ສຽງ.

ຕໍາຫລວດ Ghana ​ໄດ້ສົ່ງ​ເຈົ້າ​ໜ້າ​ທີ່ 30.000 ຄົນ​ອອກ​ໄປ​ປະ​ຈໍາ​ໜ້າ​ທີ່ ​ກ່ອນ​ໜ້າການ​ຕັດສິນວັນ​ພະຫັດ ​ໃນ​ກໍລະນີເກີດ​ເຫດ​ວຸ້ນວາຍ.

​ໂຄສົກ​ຕໍາຫລວດ ທ່ານ Cephas Arthur ກ່າວ​ວ່າ ຕໍາຫລວດ​ຕຽມ​ພ້ອມ​ແລ້ວ ທີ່​ຈະ​ຮັກສາ​ບັນດາ​ເຈົ້າ​ໜ້າ​ທີ່​ ​ແລະ​ປະຈຳການ​ຢູ່​ຕາມ​ສະຖານີອັນ​ສໍາ​ຄັນຕ່າງໆ ​ເຊ​ນວ່າ ​ໂຮງ​ໄຟຟ້າ ​ແລະ​ທະນາຄານ Ghana​.

Ghana ​ໄດ້​ກາຍ​ມາ​ເປັນນຶ່ງ​ໃນ ອາ​ຟຣິກາ ທີ່​ເປັນ​ປະ​ເທດ​ຖຸ່ນທ່ຽງທີ່​ສຸດ ທີ່​ໄດ້​ມີ​ການ​ໂອນ​ອໍານາດ​ຢ່າງ​ສັນຕິ ນັບຕັ້ງ​ແຕ່ຕົ້ນຊຸມ​ປີ 1990 ​ເປັນ​ຕົ້ນ​ມາ​.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG