ຮອງປະທານາທິບໍດີຂອງການາໄດ້ສາບານຕົວເຂົ້າຮັບຕໍາແໜ່ງປະທານາທິບໍດີເມື່ອ
ວັນອັງຄານວານນີ້ ຫລາຍຊົ່ວໂມງຫຼັງຈາກທາງການການາປະກາດຂ່າວການເສຍຊີວິດ
ຢ່າງກະທັນຫັນຂອງປະທານາທິບໍດີ John Atta Mills.
ທ່ານ John Dramani Mahama ເຂົ້າກໍາຕໍາແໜ່ງສໍາລັບໄລຍະເວລາທີ່ຍັງເຫຼືອຂອງ
ທ່ານ Mills ທີ່ເສຍຊີວິດໄປໃນມື້ວານນີ້ ທີ່ໂຮງໝໍທະຫານໃນເມືອງຫຼວງ Accra ລວມ ອາຍຸໄດ້ 68 ປີ.
ຫ້ອງການປະທານາທິບໍດີ ເວົ້າວ່າ ທ່ານ Mill ໄດ້ເສຍຊີວິດລົງຢ່າງກະທັນຫັນ ແລະໃນເວລາ
ອັນບໍ່ສົມຄວນ ຄືບໍ່ເທົ່າໃດຊົ່ວໂມງຫຼັງຈາກລົ້ມເຈັບ. ບໍ່ໄດ້ມີການໃຫ້ລາຍລະອຽດກ່ຽວກັບ
ສາເຫດຂອງການເສຍຊີວິດຂອງທ່ານ.
ປະທານາທິບໍດີບາຣັກ ໂອບາມາ ໄດ້ກ່າວສະດຸດີທ່ານ Mills ໂດຍໄດ້ຍ້ອງຍໍຄວາມພະຍາ
ຍາມຂອງທ່ານ ໃນການປັບປຸງສິດທິມະນຸດ ແລະຄວາມເປັນຢູ່ຂອງປະຊາຊົນຂອງທ່ານ
ໃຫ້ດີຂຶ້ນ.
ປະທານາທິບໍດີ Mills ໄດ້ນໍາພາ ປະເທດການາ ມາຕັ້ງແຕ່ເດືອນມັງກອນ ປີ 2009 ຫຼັງ
ຈາກໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢ່າງຫວຸດຫວິດ ໃນປີ 2008.
ການເລືອກຕັ້ງຄັ້ງນັ້ນ ໄດ້ຮັບການຊົມເຊີຍວ່າ ເປັນຕົວຢ່າງທີ່ດີທີ່ບໍ່ຄ່ອຍຈະເຫັນກັນຂອງ
ການໂອນອໍານາດຢ່າງສັນຕິໃນ ອາຟຣິກາ. ການເລືອກຕັ້ງປະທານາທິບໍດີການາຄັ້ງຕໍ່ໄປ
ກໍານົດຈະມີໃນເດືອນທັນວາປີນີ້.
ເບິ່ງສະໄລດ໌ຮູບທີ່ກ່ຽວຂ້ອງກັບເລື້ອງນີ້