ຢ່າງໜ້ອຍປະຊາຊົນ 10 ຄົນເສຍຊີວິດໃນການາ ຫຼັງຈາກເຮືອບິນບັນທຸກລໍານຶ່ງ ແລ່ນໄປຕໍາລົດບັສຄັນນຶ່ງໃນຂະນະທີ່ກໍາລັງລົງຈອດເດີ່ນ.
ບັນດາເຈົ້າໜ້າທີ່ກ່າວວ່າ ເຮືອບິນໄອພົ່ນຂອງສາຍການບິນ Nigeria Allied Air ແລ່ນກາຍທາງແລ່ນທີ່ສະໜາມບິນນະຄອນ Accra ໃນຕອນແລງວັນເສົາວານນີ້ ແລະແລ່ນໄປຕໍາລົດຕູ້ນ້ອຍຄັນນຶ່ງທີ່ກໍາລັງແລ່ນຢູໃນທາງສາຍນຶ່ງໃກ້ໆກັບສະໜາມບິນນັ້ນ.
ບັນດາເຈົ້າໜ້າທີ່ກ່າວວ່າ ພວກລູກເຮືອທັງ 4 ຄົນໃນເຮືອບິນໄອພົ່ນ Boeing 727 ລອດຊີວິດ ແຕ່ພວກຜູ້ຄົນໃນລົດຕູ້ນ້ອຍ 10 ຄົນເສຍຊີວິດ.
ສາຍການບິນດັ່ງກ່າວຍັງບໍ່ທັນໄດ້ກ່າວຖ້ອຍຖະແຫຼງໃດໆອອກມາເທື່ອກ່ຽວກັບອຸບັດເຫດຕໍາກັນນີ້.