ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳພັກຝ່າຍຄ້ານຂອງ ການາ ຄັດຄ້ານການ ກົດດັນ ໃຫ້ສ້າງລັດຖະບານລວມ


Fransiya osmonida samolyotlar qoldirgan izlar
Fransiya osmonida samolyotlar qoldirgan izlar

ປະທານຂອງ ພັກຝ່າຍຄ້ານສະພາແຫ່ງຊາດຂອງປະຊາຊົນ ຫຼື PNC ຂອງປະເທດ ການາ ກ່າວວ່າ ມັນເປັນຕາເສົ້າໃຈທີ່ວ່າ ກຸ່ມສັງຄົມພົນລະເມືອງ ແມ່ນກຳລັງກົດດັນປະທານາທິ ບໍດີທີ່ຖືກເລືອກໃໝ່ ທ່ານ Nana Addo Dankwa Akufo Addo ໃຫ້ກໍ່ຕັ້ງລັດຖະບານ ລວມໂດຍການເລືອກເອົາບັນດາລັດຖະມົນຕີ ຈາກພັກການເມືອງຄູ່ແຂ່ງເປັນສ່ວນໜຶ່ງ ຂອງລັດຖະບານຊຸດຕໍ່ໄປຂອງທ່ານ.

ທ່ານ Akufo Addo ຈາກພັກຊາດນິຍົມໃໝ່ ຫຼື NPP ຈະເຂົ້າດຳລົງຕຳແໜ່ງເປັນປະທາ ນາທິບໍດີແຫ່ງປະເທດ ການາ ຢ່າງເປັນທາງການໃນວັນທີ 7 ມັງກອນປີໜ້າ. ທ່ານໄດ້ເອົາ ຊະນະປະທານາທິບໍດີທີ່ດຳລົງຕຳແໜ່ງຢູ່, ທ່ານ John Dramani Maham ຈາກພັກສະ ພາປະຊາທິປະໄຕແຫ່ງຊາດ ຫຼື NDC ໃນການເລືອກຕັ້ງປະທານາທິບໍດີວັນທີ 7 ທັນວາທີ່ ຜ່ານມາ.

ປະທານພັກ PNC ທ່ານ Bernard Mornah ກ່າວວ່າ ປະຊາຊົນ ການາ ປາກົດວ່າຈະມີ ຄວາມໝັ້ນໃຈໃນນະໂຍບາຍເສດຖະກິດຂອງທ່ານ Akufo Addo ແລະ ຄຳສັນຍາຕ່າງໆ ທີ່ທ່ານໄດ້ກ່າວໄວ້ໃນລະຫວ່າງການໂຄສະນາຫາສຽງຂອງໄລຍະການເລືອກຕັ້ງ.

ທ່ານ Mornah ໄດ້ກ່າວວ່າ “ມັນແມ່ນໂຄງການ ແລະ ນະໂຍບາຍພວກນີ້ທີ່ປະຊາຊົນ ການາ ໄດ້ລົງຄະແນນສຽງເອົາ, ສ່ວນປະກອບທັງໝົດຂອງພັກ NPP ແມ່ນສິ່ງທີ່ປະຊາ ຊົນ ການາ ໄດ້ເລືອກເອົາ ແລະ ດັ່ງນັ້ນ, ມັນຈຶ່ງສົມເຫດສົມຜົນ ແລະ ເໝາະສົມສຳລັບ ພວກ ເຮົາທີ່ຈະອະນຸຍາດໃຫ້ພັກ NPP ປົກຄອງປະເທດ ອີງຕາມອົງປະກອບທັງໝົດ ທີ່ພວກເຂົາເຈົ້າໄດ້ສະເໜີຕໍ່ປະຊາຊົນແຫ່ງປະເທດ ການາ. ທຸກໆຢ່າງນອກເໜືອຈາກ ນີ້ແມ່ນຈະ ບັງຄັບໃຫ້ພັກ NPP ຍອມຮັບ ຫຼື ກຳນົດໃຫ້ພັກ NPP ວ່າ ພວກເຂົາເຈົ້າ ຄວນຮັບເອົາປະຊາຊົນຜູ້ທີ່ອາດຈະບໍ່ເຊື່ອຖືໃນໂຄງການຂອງພວກເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG