ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກຝ່າ​ຍຄ້ານ​ໃນການາ ປະທ້ວງ ​ຜົນ​ການ​ເລືອກຕັ້ງ ປະ​ທາ​ນາ​ທິບໍດີ​ (ສະໄລດ໌)


ບັນດາຜູ້ສະໜັບສະໜູນຝ່າຍຄ້ານ ພັກຮັກຊາດໃໝ່ ຂອງການາ ພາກັນເດີນຂະບວນ ໄປຍັງສໍານັກງານຂອງພັກ ທີ່ເມືອງ Accra ໃນການປະທ້ວງຜົນການເລືອກຕັ້ງປະທານາທິບໍດີ.
ບັນດາຜູ້ສະໜັບສະໜູນຝ່າຍຄ້ານ ພັກຮັກຊາດໃໝ່ ຂອງການາ ພາກັນເດີນຂະບວນ ໄປຍັງສໍານັກງານຂອງພັກ ທີ່ເມືອງ Accra ໃນການປະທ້ວງຜົນການເລືອກຕັ້ງປະທານາທິບໍດີ.
ບັນດາ​ຜູ້​ນໍາ​ພັກຝ່າ​ຍຄ້ານຂອງ Ghana ​ປະຊຸມກັນ ​ໃນ​ວັນ
​ອັງຄານ​ມື້​ນີ້ ​ເພື່ອ​ຕັດສິນ​ໃຈ​ວ່າ​ ຈະ​ທ້າ​ທາຍ​ຜົນ​ການ​ເລືອກຕັ້ງ
ປະ​ທາ​ນາ​ທິບໍດີ​ ​ເມື່ອອາທິດ​ແລ້ວ​ນີ້ ຫລື​ບໍ່?

ບັນດາ​ສະມາຊິກ​ພັກ​ຂອງ ທ່ານ Nana Akufo-Addo ຜູ້​ສະມັກ​ເລືອກ​ຕັ້ງ​ຈາກ​ຝ່າຍ​ຄ້ານ ກ່າວ​ຫາ​ວ່າ ມີ​ຄວາມ​ຜິດປົກກະຕິ​ໃນ​ການ​ປ່ອນ​ບັດ ທີ່​ມອບ​ໄຊຊະນະ​ຢ່າງ​ໝິ່ນໆ ​ແກ່ ປະ​ທາ​ນາ​ທິບໍດີ John Dramani Mahama ນັ້ນ.

ທ່ານ Akufo-Addo ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຮັບ​ເອົາ​ການ​ປລາໄຊ.
ພັກ ຮັກ​ຊາດ​ໃໝ່ ຂອງ​ທ່ານ ກໍາລັງເກັບ​ກໍາຂໍ້​ມູນຈາກໜ່ວຍ​ປ່ອນ​ບັດ​ທັງຫລາຍ ​ເພື່ອ​ຈະ​ຕັດສິນ​ໃຈ​ວ່າ ຈະ​ດໍາ​ເນີນ​ຕໍ່​ໄປ​ຢ່າງ​ໃດ.

ຄະ​ນະ​ກໍາມະການ​ເລືອກ​ຕັ້ງ​ຂອງ​ກາ​ນາ ກ່າວ​ວ່າ ປະທານາທິບໍດີ Mahama ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ ​ແລະ​ວ່າ ທ່ານ Akufo-Addo ​ໄດ້​ຄະ​ແນນ​ອັນ​ດັບ​ສອງ ຄື​ໄດ້​ຕໍ່າ​ກ່ວາ 48% ໜ້ອຍ​ນຶ່ງ. ທ່ານ Mahama ຕ້ອງ​ໄດ້​ຮັບ​ຄະ​ແນນ​ສຽງ​ຫລາຍ​ກ່ວາ 50% ​ເພື່ອ​ຫລີກ​ເວ້ນ ການ​ປ່ອນ​ບັດ​ຮອບ​ສອງ.

ທ່ານ Kadre Desire Ouedraogo ປະທານ​ກຸ່ມ ECOWAS ຫລື​ປະຊາ​ຄົມ​ເສດຖະກິດ​
ຂອງ​ບັນດາ​ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ ທີ່​ເປັນ​ຜູ້​ນໍາພາ​ຄະນະ​ສັງ​ເກດ​ການເລືອກ​ຕັ້ງ​
ຂອງ​ກຸ່ມ ECOWAS ​ໃນ​ກາ​ນາ ກ່າວ​ວ່າ ທ່ານ​ພໍ​ໃຈ​ນໍາ​ການ​ຈັດການ​ເລືອກ​ຕັ້ງ​ຄັ້ງ​ນີ້.

XS
SM
MD
LG