ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວການາ ສົ່ງສະການ ມື້ລາງປະທານາທິບໍດີ John Atta Mills


ຂະບວນແຫ່ສົບຂອງມື້ລາງປະທານາທິບໍດີ ທ່ານ John Atta Mills ໄປຕາມຖະໜົນໃນນະຄອນຫລວງ Accra ຂອງການາ ໃນວັນທີ 10 ສິງຫາ, 2012.
ຂະບວນແຫ່ສົບຂອງມື້ລາງປະທານາທິບໍດີ ທ່ານ John Atta Mills ໄປຕາມຖະໜົນໃນນະຄອນຫລວງ Accra ຂອງການາ ໃນວັນທີ 10 ສິງຫາ, 2012.

ຊາວການາຫລາຍພັນຄົນ ແລະແຂກຕ່າງປະເທດຜູ້ມີກຽດ ໄດ້ໄປສະແດງຄວາມເຄົາລົບ
ເປັນຄັ້ງສຸດທ້າຍ ຕໍ່ມື້ລາງປະທານາທິບໍດີ ທ່ານ John Atta Mills ທີ່ເສຍຊີວິດກະທັນຫັນ ໃນວັນທີ 24 ກໍລະກົດທີ່ຜ່ານມານີ້.

ໃນວັນສຸກຜ່ານມານີ້ ຊາວການາທີ່ນຸ່ງເຄື່ອງສີແດງແລະດໍາ ພາກັນຢືນລຽງກັນ ຢູ່ແຄມ
ຖະໜົນສາຍຕ່າງໆ ໃນນະຄອນຫລວງ Accra ໃນຂະນະທີ່ມີການແຫ່ສົບຂອງທ່ານ
Mills ຜ່ານນະຄອນຫລວງໄປ.

ທ່ານນາງ Hillary Clinton (ກາງ) ໄດ້ສະແດງຄວາມ ເຄົາລົບຕໍ່ມື້ລາງປະທານາທິບໍດີການາພາຍຫລັງທີ່ໄດ້ ເຊັນຊື່ໃສ່ປຶ້ມບັນທຶກແຂກເຂົ້າຮ່ວມພິທີສົ່ງສະການແລ້ວ ໃນວັນທີ 10 ສິງຫາ, 2012
ທ່ານນາງ Hillary Clinton (ກາງ) ໄດ້ສະແດງຄວາມ ເຄົາລົບຕໍ່ມື້ລາງປະທານາທິບໍດີການາພາຍຫລັງທີ່ໄດ້ ເຊັນຊື່ໃສ່ປຶ້ມບັນທຶກແຂກເຂົ້າຮ່ວມພິທີສົ່ງສະການແລ້ວ ໃນວັນທີ 10 ສິງຫາ, 2012

ມີຜູ້ນໍາຂອງປະເທດໃນອາຟຣິກາສິບປາຍ
ຄົນ ພ້ອມທັງລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານນາງ Hillary Clinton ໄດ້
ເຂົ້າຮ່ວມພິທີສົ່ງສະການດັ່ງກ່າວ ທີ່ຈັດຂຶ້ນໃນ
ຈະຕຸລັດເອກະລາດຂອງນະຄອນ Accra.

ທ່ານ Mills ເປັນປະທານາທິບໍດີຜູ້ທີສາມ
ທີ່ໄດ້ຮັບການເລືອກຕັ້ງເອົາແບບມີປະຊາ
ທິປະໄຕ ຊຶ່ງທ່ານໄດ້ຖືກເລືອກຕັ້ງໃນການ
ປ່ອນບັດ ຂອງປີ 2008 ແລະ ມີການຄາດຫວັງກັນວ່າ ທ່ານຈະລົງແຂ່ງຂັນອີກໃນການ
ເລືອກຕັ້ງປະທານາທິບໍດີ ໃນເດືອນທັນວາ ທີ່ຈະມາເຖິງນີ້.

ພາຍໃນເວລາບໍ່ເທົ່າໃດຊົ່ວໂມງລຸນຫລັງທີ່ທ່ານ Mills ໄດ້ເສຍຊີວິດໄປ ຮອງປະທານາທິບໍ
ດີ John Dramani Mahama ກໍໄດ້ສາບານຕົວຂຶ້ນຮັບຕໍາແໜ່ງ ແທນທ່ານ ຊຶ່ງເປັນການ ເນັ້ນເຖິງບົດບາດຂອງປະເທດການາ ໃນນາມທີ່ເປັນ ປະເທດນຶ່ງ ທີ່ມີປະຊາທິປະໄຕທີ່ທຸ່ນ
ທ່ຽງທີ່ສຸດ ໃນທະວີບອາຟຣິກາ.

XS
SM
MD
LG