ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ການາ ສາບານຕົວ ເຂົ້າຮັບຕໍາແໜ່ງ ອີກສະໄໝນຶ່ງ


ທ່ານ John Dramani Mahama (ທີສອງ ຈາກຊ້າຍ) ໄດ້ເຂົ້າສາບານຕົວ ເຂົ້າຮັບຕໍາແໜ່ງ ອີກສະໄໝນຶ່ງ ຢູ່ໃນພິທີ ຮັບຕໍາແໜ່ງປະທານາທິບໍດີປະເທດການາ ໃນນະຄອນຫລວງ Accra ໃນວັນຈັນ ວັນທີ 7 ມັງກອນ 2013.
ທ່ານ John Dramani Mahama (ທີສອງ ຈາກຊ້າຍ) ໄດ້ເຂົ້າສາບານຕົວ ເຂົ້າຮັບຕໍາແໜ່ງ ອີກສະໄໝນຶ່ງ ຢູ່ໃນພິທີ ຮັບຕໍາແໜ່ງປະທານາທິບໍດີປະເທດການາ ໃນນະຄອນຫລວງ Accra ໃນວັນຈັນ ວັນທີ 7 ມັງກອນ 2013.
ປະທານາທິບໍດີປະເທດການາ ທ່ານ John Dramani
Mahama ໄດ້ເຂົ້າສາບານຕົວ ເຂົ້າຮັບຕໍາແໜ່ງອີກສະໄໝນຶ່ງ ລຸນຫລັງທີ່ໄດ້ຊະນະການເລືອກຕັ້ງ ທີ່ມີຄະແນນໃກ້ຄຽງກັນ
ໃນເດືອນແລ້ວນີ້.

ພັກຮັກຊາດໃໝ່ຫລື NPP ຊຶ່ງເປັນພັກຝ່າຍຄ້ານສໍາຄັນຂອງ
ປະເທດ ໄດ້ຂວໍ້າບາດ ບໍ່ເຂົ້າ ຮ່ວມໃນພິທີດັ່ງກ່າວ ໃນວັນຈັນວານນີ້ ທີ່ນະຄອນຫລວງ Accra. ພວກເຂົາເຈົ້າ ໄດ້ໂຕ້ ຖຽງ ກ່ຽວກັບຜົນການລົງຄະແນນສຽງ ແລະສະແດງການ ຄັດຄ້ານຕໍ່ການເລືອກຕັ້ງ ຢູ່ໃນສານສູງສຸດຂອງປະເທດ.

ທ່ານ Mahama ໄດ້ຮັບຄະແນນສຽງ 50.7% ຂອງຄະແນນສຽງທັງໝົດ ຊຶ່ງຊະນະຜູ້ລົງ ສະມັກເລືອກຕັ້ງຈາກພັກ NPP, ທ່ານ Nana Akufo-Addo ທີ່ໄດ້ເປັນທີສອງ ແລະໄດ້ ຮັບຄະແນນສຽງ 47.7% ນັ້ນ.

ພວກນັກສັງເກດການເລືອກຕັ້ງສາກົນເວົ້າວ່າ ການເລືອກຕັ້ງໄດ້ດຳເນີນໄປຢ່າງເສລີແລະ ຍຸຕິທໍາ.

ທ່ານ Mahama ໄດ້ຂຶ້ນກໍາອໍານາດຄັ້ງທໍາອິດ ໃນເດືອນກໍລະກົດ ລຸນຫລັງທີ່ທ່ານ John Atta Mills ຜູ້ດໍາລົງຕໍາແໜ່ງຄົນກ່ອນ ໄດ້ເສຍຊີວິດໄປຍ້ອນການເຈັບປ່ວຍ.

ປະເທດໃນເຂດທະວີບອາຟຣິກາຕາເວັນຕົກດັ່ງກ່າວ ມີຊື່ສຽງໃນດ້ານມີສະເຖຍລະພາບ ຄວາມໝັ້ນຄົງ ຢູ່ໃນເຂດທີ່ມັກມີຄວາມວຸ້ນວາຍເກີດຂຶ້ນເລື້ອຍໆນັ້ນ ຍ້ອນວ່າມີການໂອນ ອໍານາດທີ່ເປັນໄປຢ່າງສັນຕິ ມີປະຊາທິປະໄຕຂອງຕົນ. ລຸນຫລັງທີ່ການເລືອກຕັ້ງໄດ້ປິດ ລົງ ໃນປີ 2008 ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເອີ້ນປະເທດການາ ວ່າ “ເປັນຕົວແບບດ້ານປະຊາທິໄປໄຕໃນອາຟຣິກາ.”

ການາ ຊຶ່ງເປັນປະເທດນຶ່ງທີ່ມີປະຊາກອນ 25 ລ້ານຄົນນັ້ນ ຍັງເປັນປະເທດນຶ່ງ ໃນບັນ ດາ ປະເທດທີ່ມີເສດຖະກິດຂະຫຍາຍຕົວຢ່າງວ່ອງໄວທີ່ສຸດຂອງທະວີບອາຟຣິກາ ແລະກໍາລັງ
ໄດ້ຮັບຜົນປະໂຫຍດຈາກການຜະລິດນໍ້າມັນເພື່ອຄ້າຂາຍ ທີ່ໄດ້ເລີ້ມຕົ້ນຂຶ້ນໃນປີ 2010. ທະນາຄານໂລກ ຄາດວ່າເສດຖະກິດຂອງປະເທດດັ່ງກ່າວຈະເຕີບໂຕ ໃນລະດັບ 8% ໃນ ປີ 2012 ແລະ 2013.
XS
SM
MD
LG