ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມາທິການເລືອກຕັ້ງ ການາ ຮັບຮອງເອົາ ກຸ່ມຕ່າງໆ ສຳລັບການເລືອກຕັ້ງ ເດືອນທັນວາ


ປ້າຍໂຄສະນາ ຂອງຜູ້ລົງແຂ່ງຂັນໃນການເລືອກຕັ້ງແຫ່ງຊາດ ຈາກສອງພັກການເມືອງຂອງ ການາ ຕິດຕັ້ງໄວ້ຢູ່ຕາມແຄມ
ຖະໜົນ Accra ໃນປະເທດ ການາ. 8 ຕຸລາ, 2016.
ປ້າຍໂຄສະນາ ຂອງຜູ້ລົງແຂ່ງຂັນໃນການເລືອກຕັ້ງແຫ່ງຊາດ ຈາກສອງພັກການເມືອງຂອງ ການາ ຕິດຕັ້ງໄວ້ຢູ່ຕາມແຄມ ຖະໜົນ Accra ໃນປະເທດ ການາ. 8 ຕຸລາ, 2016.

ຄະນະກຳມາທິການເລືອກຕັ້ງ ແຫ່ງປະເທດ ການາ ໄດ້ເລີ່ມຂັ້ນຕອນຂອງການຮອງຮັບ ກຸ່ມສັງເກດການຢັ່ງຫາງສຽງທັງພາຍໃນ ແລະ ຕ່າງປະເທດ ເພື່ອຕິດຕາມການເລືອກຕັ້ງ ສະພານິຕິບັນຍັດ ແລະ ປະທານາທິບໍດີໃນວັນທີ 7 ທັນວາເດືອນໜ້າ. ແນວໃດກໍຕາມ ຄະ ນະກຳມາທິການເລືອກຕັ້ງ, ກ່າວວ່າ ກຸ່ມຕ່າງໆທີ່ເປັນພັນທະມິດກັບບັນດາພັກການເມືອງ ຈະບໍ່ຖືກອະນຸຍາດໃຫ້ຕິດຕາມການຢັ່ງຫາງສຽງ.

ເງື່ອນໄຂທີ່ຖືກສະຫຼຸບອອກມາໂດຍຄະນະກຳມະທິການ ເພື່ອໃຫ້ບັນດາກຸ່ມສັງເກດການ ຢັ່ງຫາງສຽງໄດ້ເຮັດຕາມກ່ອນໃບສະໝັກຂອງພວກເຂົາເຈົ້າຈະຖືກພິຈາລະນາລວມມີ ຊື່ ຂອງກຸ່ມຕິດຕາມການຢັ່ງຫາງສຽງ, ຜູ້ນຳພາ, ອົງປະກອບ, ແລະ ປະສົບການຂອງພວກ ເຂົາເຈົ້າໃນການສັງເກດການເລືອກຕັ້ງ ພ້ອມກັບຮູບຕິດໜັງສືຜ່ານແດນ ແລະ ຂໍ້ມູນຕິດຕໍ່ ຂອງພວກເຂົາເຈົ້າ.

ທ່ານ Eric Dzakpasu ໂຄສົກສຳລັບຄະນະກຳມະທິການເລືອກຕັ້ງໄດ້ກ່າວວ່າ “ພວກ ເຮົາໄດ້ຮັບໃບສະໝັກທີ່ຈະສັງເກດການເລືອກຕັ້ງໃນປະເທດຈຳນວນຫຼາຍ. ດັ່ງນັ້ນ ພວກເຮົາໄດ້ຮັບໃບສະໝັກຈາກບັນດາຜູ້ສັງເກດການທັງພາຍໃນ ແລະ ຕ່າງປະເທດ ຈຳນວນຫຼາຍ ພ້ອມກັບ ບັນດາອົງການຈັດຕັ້ງຂອງຕ່າງປະເທດ ແລະ ສະຖານທູດແຫ່ງ ຕ່າງໆດ້ວຍ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG