ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຶກສູນການຄ້າພັງ ຢູ່ປະເທດ ການາ (ສະໄລດ໌)


ພວກກູ້ໄພຊ່ອຍພວກເຄາະຮ້າຍ ອອກມາຈາກຕຶກສູນການຄ້າ ທີ່ພັງລົງ ຢູ່ນະຄອນ Accra. (7 ພະຈິກ 2012)
ພວກກູ້ໄພຊ່ອຍພວກເຄາະຮ້າຍ ອອກມາຈາກຕຶກສູນການຄ້າ ທີ່ພັງລົງ ຢູ່ນະຄອນ Accra. (7 ພະຈິກ 2012)
ທ່ານ John Dramani Mahama ປະທານາທິບໍດີກາ​ນາ ​ໄດ້​ຮັບ
ປາກວ່າ ຈະ​ດໍາ​ເນີນ​ຄະດີ​ຕໍ່​ຜູ້​ໃດກໍ​ຕາມທີ່​ມີ​ຄວາມ​ຜິດ​ໃນເຫດ​ຕຶກ
ຂາຍເຄຶ່ອງຍ່ອຍທີ່​ພັງລົງມາໃນ​ນະຄອນຫຼວງ Accra ຂອງ​ກາ​ນາ
​ນັ້ນ.

ຕຶກຮ້ານ​ຄ້າຂາຍ​ເຄຶ່ອງຍ່່ອຍ ທີ່​ສູງ​ຫົກ​ຊັ້ນ ​ໄດ້​ພັງ​ລົງເມື່ອ​ຕອນ​ເຊົ້າວັນ​ພຸດ​ວານ​ນີ້ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 4 ຄົນ ຊຶ່ງ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຫຼາຍ​ກວ່າ 50 ຄົນ ​ໄດ້​ຖືກ​ເຈົ້າໜ້າ​ທີ່ຊ່ວຍດຶງ​ອອກ​ມາ ຈາກ​ຊາກ​ຫັກ​ພັງ.

ຖະ​ແຫຼງການ​ສະບັບ​ນຶ່ງ​ຈາກທຳນຽບປະທານາທິບໍດີ ​ເວົ້າ​ວ່າ ການ​ພັງຂອງຕຶກ​ດັ່ງກ່າວ​ນີ້ ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ກໍ່ສ້າງ​ທີ່​ບໍ່​ຖືກຕ້ອງ​ກັບ​ກົດລະບຽບ ການ​ກໍ່ສ້າງຂອງ​ປະ​ເທດ. ປະທານາ​ທິບໍດີ ມາ​ຮາ​ມາກ່າວ​ວ່າ ຕຶກ​ສູງໆ​ທັງ ຫຼາຍນັ້ນ ​ຈະ​ຕ້ອງ​ຖືກ​ກວດ​ສອບ ​ເພື່ອ​ຈະ​ຮູ້​ໄດ້​ວ່າ​ ຈະ​ມີ​ເຫດການແບບ​ນີ້​ເກີດ​ຂຶ້ນອີກ​ ໃນ​ອະນາຄົດຫຼືບໍ່.

ການ​ກູ້​ໄພ ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ ພ້ອມ​ດ້ວຍ​ທີ​ມກູ້​ໄພ​ຈໍານວນ 18 ຄົນ ຈາກອີສຣາ​ແອ​ລ ກໍ​ຄາດວ່າ​ ຈະ​ເດີນທາງໄປ​ຮ່ວມ​ການ​ປະຕິບັດ​ງານ​ໃນ​ວັນ​ພະຫັດ ​ມື້​ນີ້ ​ເພື່ອຊ່ວຍຄົ້ນ​ຫາ​ຜູ້​ອາດ​ລອດ​ຊີວິດມາ​ໄດ້.

ສູນ​ການ​ຄ້າ​ດັ່ງກ່າວ ​ບໍລິຫານ​ໂດຍ​ບໍລິສັດ Melcom ທີ່ຊາວ​ອິນ​ເດຍເປັນ​ເຈົ້າຂອງ​. ນາຍ Arvinder Singh ຫົວໜ້າ​ບໍລິສັດ ​ໄດ້​ປະຕິ​ເສດບໍ່ ຮັບ​ເອົາຄວາມ​ຮັບຊອບ​ກ່ຽວ​ກັບ​ເຫດຮ້າຍ​ນີ້ ​ໂດຍ​ກ່າວ​ວ່າ ບໍລິສັດພຽງ​ແຕ່​ໄດ້ເອົາ​ຕຶກດັ່ງກ່າວ​ໃຫ້​ເຊົ່າ.

XS
SM
MD
LG