ທ້າວ Joe Brookreson ຢືນຢູ່ເທິງໂຕະ, ໄຕ່ຕອງຄວາມຄິດຂອງລາວ, ໃນເວລາທີ່ກຳລັງ ອ່ານປຶ້ມຄົວກິນຢູ່, ໃນຂະນະທີ່ພັນລະຍາຂອງລາວສິ້ງຊອມເບິ່ງລາວຢູ່.
ນາງ Susan Brookreson ຖາມວ່າ “ຂ້ອຍກຳລັງເບິ່ງໃນກ່ອງນັ້ນຫວາ?" ກ້ອນເຂົ້າຈີ່ ກຳລັງໄຂ່ຂຶ້ນຢູ່ໂຕະທາງຂ້າງພວກເຂົາເຈົ້າ.
ທ້າວ Joe ກຳລັງໃຫ້ຄຳແນະນຳສຳລັບວິທີິເຮັດເຂົ້າຈີ່ໃຫ້ພັນລະຍາຂອງລາວ.
ທ້າວ Joe ຮູ້ສຶກໄດ້ວ່າ “ມັນມີສອງຢ່າງທີ່ກຳລັງໄຂ່ຂຶ້ນມາ. ນີ້ກໍໝາຍຄວາມວ່າລາວຈະ ບໍ່ສາມາດຈະກັບຄືນບ້ານໄດ້ ຫຼັງຈາກໄປລົງຄະແນນສຽງເລືອກປະທານາທິບໍດີແລ້ວ, ມັນເປັນການລົງຄະແນນສຽງລ່ວງໜ້າຂອງລາວ, ທີ່ມັນທັນເວລາຢ່າງຫວຸດຫວິດ ແຕ່ ກໍທັນເວລາທີ່ຈະໄປເບິ່ງແຍງການອົບເຂົ້າຈີ່ຂອງລາວ. ລາວກ່າວວ່າ “ໂອ້ ພະເຈົ້າ ຊ່ອຍ.”
ທ້າວ Joe ໄດ້ວາງແຜນທີ່ຈະຂັບລົດ 15 ນາທີໄປເມືອງ Martinsburg ໃນລັດ West Virginia, ສຳລັບການລົງຄະແນນສຽງກ່ອນກຳນົດ ແລະ ຫຼັງຈາກນັ້ນກໍຈະກັບບ້ານເພື່ອ ອົບເຂົ້າຈີ່, ແຕ່ເວລາອົບເຂົ້າຈີ່ເພີ່ມເຕີມໄດ້ເຮັດໃຫ້ຕາຕະລາງຂອງລາວມີຄວາມສັບສົນ. ນາງ Susan ໄດ້ບອກລາວເພີ່ມເຕີມວ່າ “ໄປໂລດ. ໄປປ່ອນບັດໂລດມັນສຳຄັນກວ່າ.”
ວັນທີ 8 ພະຈິກແມ່ນຍັງເຫຼືອອີກຫຼາຍກວ່າ 1 ອາທິດ, ແຕ່ໃນທົ່ວ ສະຫະລັດ, ປະຊາຊົນ ຫຼາຍຄົນຄືທ້າວ Brookreson ແມ່ນກຳລັງແລ່ນໄປປ່ອນບັດຂອງຕົນໂດຍໄວ. ການລົງ ຄະແນນສຽງໄດ້ເລີ່ມຂຶ້ນລ່ວງໜ້າໃນວັນທີ 23 ພະຈິກໃນບາງລັດ, ແລະ ຕອນນີ້ໄດ້ອະນຸ ຍາດໃຫ້ 37 ລັດ ແລະ ນະຄອນຫຼວງ ວໍຊິງຕັນ ລົງຄະແນນກ່ອນແລ້ວ. ແຕ່ລະລັດຈະຕັ້ງ ຂັ້ນຕອນ ແລະ ວັນທີຂອງຕົນເອງຂຶ້ນ.