ເຢຍຣະມັນ ໃຫ້ການຢືນຢັນວ່າ ປະຊາຊົນຂອງຕົນ 2 ຄົນ ໄດ້ຖືກແທງຕາຍ ໃນການ
ໂຈມຕີ ທີ່ໂຮງແຮມ ຢູ່ເມືອງຕາກອາກາດແຫ່ງນຶ່ງ ຂອງອີຈິບ.
ຖະແຫຼງການຂອງກະຊວງການຕ່າງປະເທດເຢຍຣະມັນ ກ່າວວ່າ “ພວກເຮົາສາມາດ
ໃຫ້ການຢືນຢັນດ້ວຍຄວາມເສົ້າສະຫຼົດໃຈ ໃນເວລານີ້ວ່າ ນັກທ່ອງທ່ຽວເຢຍຣະມັນ 2
ຄົນໄດ້ເສຍຊີວິດ ໃນການໂຈມຕີ ທີ່ເມືອງ Hurghada.”
ເຈົ້າໜ້າທີ່ກ່າວວ່າ ນັກທ່ອງທ່ຽວແມ່ຍິງໄດ້ຖືກຂ້າຕາຍໃນວັນສຸກວານນີ້ ເວລາຜູ້ໂຈມ
ຕີໄດ້ລອຍຂຶ້ນຝັ່ງທະເລແດງມາ.
ເຈົ້າໜ້າທີ່ອີຈິບກ່າວວ່າ ຜູ້ໂຈມຕີຖືກເຈົ້າໜ້າທີ່ ຈັບໂຕໄວ້ແລ້ວ.
ໂຄສົກຂອງກະຊວງກາຕ່າງປະເທດເຢຍຣະມັນເວົ້າວ່າ “ອີງຕາມໃນສິ່ງທີ່ພວກເຮົາ
ຮູ້ແລ້ວ ການໂຈມຕີນີ້ ແມ່ນການໂຈມຕີດ້ວຍຄວາມຕັ້ງໃຈຕໍ່ພວກນັກທ່ອງທ່ຽວຊາວ
ຕ່າງປະເທດ ໂດຍສະເພາະແລ້ວ ເປັນການກະທຳທີ່ບໍ່ດີແບບໂຈນຜູ້ຮ້າຍທີ່ເຮັດໃຫ້
ພວກເຮົາເສຍໃຈ ຢ້ານກົວ ແລະໂກດແຄ້ນ.”
ນອກນັ້ນແລ້ວ ຍັງມີອີກ 4 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີດັ່ງກ່າວ.
ເມືອງ Hurghada ເປັນເມືອງຕາກອາກາດແຄມທະເລ ທີ່ໄດ້ຮັບຄວາມນິຍົມສູງທີ່
ສຸດແຫ່ງນຶ່ງຂອງອີຈິບ ໂດຍສະເພາະແມ່ນພວກນັກທ່ອງທ່ຽວຊາວຢູໂຣບ.