ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຕໍ່ສູ້ກັນ ໄດ້ສັງຫານ ເຈົ້າໜ້າທີ່ຮັກສາຄວາມປອດໄພ ຊາວອັຟການິສຖານ ນອກສະໜາມບິນກາບູລ


ກອງກໍາລັງພິເສດພະຍາຍາມສະຫລາຍຝູງຊົນນອກສະໜາມບິນກາບູລ.
ກອງກໍາລັງພິເສດພະຍາຍາມສະຫລາຍຝູງຊົນນອກສະໜາມບິນກາບູລ.

ກອງທະຫານຂອງເຢຍຣະມັນ ລາຍງານໃນມຶ້ວັນຈັນນີ້ວ່າ ເກີດການຕໍ່ສູ້ກັນຢູ່ນອກປະຕູທາງດ້ານເໜືອຂອງສະໜາມບິນກາບູລ, ໂດຍບໍ່ຮູ້ຜູ້ໂຈມຕີໃນຄັ້ງນີ້ ອັນໄດ້ເຮັດໃຫ້ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອັຟການິສຖານເສຍຊີວິດ 1 ຄົນ ແລະ 3 ຄົນໄດ້ຮັບບາດເຈັບ.

ກອງທະຫານເຢຍຣະມັນກ່າວວ່າ ກອງກໍາລັງຂອງຕົນ ແລະກອງກໍາລັງຈາກສະຫະລັດໄດ້ພົວພັນໃນການຕໍ່ສູ້ໃນຄັ້ງນີ້.

ສະໜາມບິນແຫ່ງນີ້ ໄດ້ເປັນທີ່ຕັ້ງຂອງການອົບພະຍົບປະຊາຊົນຈໍານວນຫລາຍຂອງບັນດາປະເທດຕາເວັນຕົກ, ໂດຍສະເພາະແມ່ນສະຫະລັດ ນັບຕັ້ງແຕ່ກຸ່ມຕາລິບານເຂົ້າຢຶດນະຄອນຫລວງຂອງອັຟການິສຖານເມື່ອນຶ່ງອາທິດທີ່ຜ່ານມາ.

ປະຊາຊົນຊາວອັຟການິສຖານຫລາຍໝື່ນຄົນພາກັນຫລັ່ງໄຫລເຂົ້າໄປໃນພື້ນທີ່ຂອງສະໜາມບິນກາບູລ ໂດຍມີຄວາມຫວັງວ່າ ຈະສາມາດໄດ້ຮັບບ່ອນນັ່ງໃນເຮືອບິນຍົກຍ້າຍຜູ້ຄົນ ລໍາໃດລໍານຶ່ງ, ເຊິ່ງມີຄວາມຢ້ານກົວ ໃນການກັບຄືນມາ ນຳໃຊ້ກົດໝາຍອິດສະລາມ ທີ່ມີການແປຄວາມໝາຍທີ່ເຂັ້ມງວດຮຸນແຮງ ໃນຂະນະທີ່ກຸ່ມຕາລິບານເຄີຍຄວບຄຸມປະເທດເມື່ອ 20 ປີກ່ອນນັ້ນ.

ສະຫະລັດ ບໍ່ປະສົບຜົນສໍາເລັດໃນການຍົກຍ້າຍປະຊາຊົນ 5,000 ຫາ 9,000 ຄົນຕໍ່ມື້ຕາມເປົ້າໝາຍທີ່ໄດ້ຕັ້ງໄວ້ ແລະເປີດເຜີຍໃຫ້ເຫັນສະພາບທີ່ວຸ້ນວາຍໃນທັງຢູ່ໃນແລະບໍລິເວນອ້ອມຮອບສະໜາມບິນ ອັນໄດ້ກໍ່ໃຫ້ເກີດມີການຕ້ອງຕິ ໃນຄວາມພະຍາຍາມຂອງສະຫະລັດດັ່ງກ່າວ.

ຮອງປະທານາທິບໍດີສະຫະລັດທ່ານນາງ ຄາມາລາ ແຮຣິສ (Kamala Harris) ກ່າວໃນລະຫວ່າງການຢ້ຽມຢາມປະເທດສິງກະໂປ ໃນວັນຈັນມື້ນີ້ວ່າ ຍັງມີເວລາອີກຫລາຍທີ່ຈະວິເຄາະເຖິງສິ່ງທີ່ເກີດຂຶ້ນ, ສິ່ງສໍາຄັນທີ່ເນັ້ນໜັກແມ່ນ “ການຍົກ ຍ້າຍຜູ້ຄົນອອກຈາກຂົງເຂດທີ່ພວກເຂົາເຈົ້າຄວນທີ່ຈະໄດ້ຮັບການຍົກຍ້າຍອອກໄປ.”

“ເປົ້າໝາຍສະເພາະຂອງພວກເຮົາ ຄືມຸ້ງເນັ້ນໄປທີ່ການຍົກຍ້າຍ ປະຊາຊົນພົນ
ລະເມືອງອາເມຣິກາ, ຊາວອັຟການິສຖານທີ່ເຮັດວຽກຮ່ວມກັບພວກເຮົາ ແລະປະຊາຊົນຊາວອັຟການິສຖານຜູ້ທີ່ອ່ອນແອ ເຊິ່ງລວມມີບັນດາແມ່ຍິງ ແລະເດັກ ນ້ອຍ,” ທ່ານນາງ ແຮຣິສ ກ່າວ.

ນາຍົກລັດຖະມົນຕີຂອງສິງກະໂປທ່ານ ລີ ຊຽນ ລຸງ (Lee Hsien Loong) ສະເໜີທີ່ຈະສົ່ງເຮືອບິນທະຫານໄປຊ່ວຍໃນພາລະກິດການຍົກຍ້າຍຜູ້ຄົນໃນຄັ້ງນີ້ນໍາດ້ວຍ.

ສ່ວນບັນດາປະເທດອື່ນໆແມ່ນກໍາລັງສົ່ງເຮືອບິນ, ເຊິ່ງລວມມີປະເທດຍີປຸ່ນໂດຍ ກ່າວວ່າກໍາລັງສົ່ງເຮືອບິນທະຫານລຳນຶ່ງ ໃນມື້ວັນຈັນນີ້ ເພື່ອນໍາພົນລະເມືອງຂອງຕົນ ກັບມາຈາກອັຟການິສຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG