ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການລົງຄະແນນສຽງ ຖືວ່າເປັນການລົງໂທດ ຕໍ່ນະໂຍບາຍ ກ່ຽວກັບອົບພະຍົບ ຂອງນາຍົກເຢຍຣະມັນ.


ເຈົ້າໜ້າທີ່ເລືອກຕັ້ງຄົນໜຶ່ງນັ່ງລໍຖ້າໃນສະຖານທີ່ປ່ອນບັດ ເລືອກຕັ້ງໃນເມືອງ Stoessen, ປະເທດ ເຢຍລະມັນ 13 ມີນາ, 2016.
ເຈົ້າໜ້າທີ່ເລືອກຕັ້ງຄົນໜຶ່ງນັ່ງລໍຖ້າໃນສະຖານທີ່ປ່ອນບັດ ເລືອກຕັ້ງໃນເມືອງ Stoessen, ປະເທດ ເຢຍລະມັນ 13 ມີນາ, 2016.

ພັກຊາດນິຍົມ ຕໍ່ຕ້ານອົບພະຍົບ ໄດ້ຮັບໄຊຊະນະ ຫຼາຍບ່ອນນັ່ງ
ໃນການເລືອກຕັ້ງສາມພາກພື້ນຂອງເຢຍຣະມັນ ອັນເປັນຜົນທີ່
ເຫັນວ່າ ການບໍ່ເຫັນພ້ອມກັບ ນະໂຍບາຍການເປີດຮັບເອົາອົບ
ພະຍົບ ຂອງນາຍົກລັດຖະມົນຕີ ທ່ານນາງ Angela Merkel.

ພັກທາງເລືອກສຳລັບເຢຍຣະມັນ ຫຼື AfD ທີ່ມີອາຍຸ 3 ປີ ໄດ້ຮັບ
ຊະນະ ການເປັນຕົວແທນ ໃນລັດ Baden-Wuerttemberg
ແລະ Rhineland-Palatinate ໃນພາກຕາເວັນຕົກສຽງໃຕ້
ຂອງເຢຍຣະມັນ ທີ່ຈະເລີນຮຸ່ງເຮືອງ ແລະ ຢູ່ໃນລັດ Saxony-
Anhalt ຢູ່ທາງພາກຕາເວັນອອກ ຂອງເຢຍຣະມັນ ທີ່ເປັນພື້ນທີ່ ດ້ອຍທາງດ້ານເສດຖະກິດ ອີງຕາມຜົນຕ່າງໆ ແລະ ການຢັ່ງ
ຫາງສຽງ ຂອງພວກທີ່ໄປລົງຄະແນນສຽງ ທີ່ຖ່າຍທອດອອກອາກາດ ທາງໂທລະພາບ ຂອງທາງການເຢຍຣະມັນ.

ການເລືອກຕັ້ງນັ້ນ ແມ່ນເປັນການທົດສອບ ດ້ານການເມືອງ ຄັ້ງທຳອິດ ທີ່ສຳຄັນ ນັບຕັ້ງ
ແຕ່ ເຢຍຣະມົນ ໄດ້ລົງທະບຽນ ຊາວອົບພະຍົບ ເກືອບ 1 ລ້ານ 1 ແສນຄົນ ຜູ້ທີ່ຂໍລີ້ໄພ
ເມື່ອປີກາຍນີ້.

ພັກ AfD ໄດ້ຊະນະ 15 ເປີເຊັນ ຂອງຄະແນນສຽງ ໃນລັດ Baden-Wuerttemberg
ແລະ ເກືອບ 13 ເປີເຊັນ ໃນລັດ Rhineland-Palatinate ອີງຕາມຜົນການປະກາດ
ຢ່າງເປັນທາງການ. ພັກດັ່ງກ່າວ ເຂົ້າມາເປັນທີສອງ ໃນລັດ Saxony-Anhalt ດ້ວຍຄະ
ແນນສຽງ 24 ເປີເຊັນ ອີງຕາມການຄາດຄະເນ ໂດຍໂທລະພາບ ARD ແລະ ZDF ຫຼັງ
ຈາກທີ່ມີການນັບເປັນສ່ວນໃຫຍ່ ຂອງເມືອງຕ່າງໆແລ້ວ.

ທ່ານ Andre Poggenbur ຜູ້ນຳພັກ AfD ໃນລັດ Saxony-Anhalt ທີ່ເຄີຍເປັນເຂດ
ເຢຍຣະມັນ ຕາເວັນອອກ ບອກອົງການຂ່າວ Reuters ຫຼັງຈາກທີ່ໄດ້ປ່ອນບັດ ວ່າ “ມີພຽງແຕ່ເສັ້ນທາງດຽວ ຄື ເສັ້ນທາງສາມັກຄີ ຂອງທ່ານນາງ Merkel ແລະ ປະຊາ
ຊົນຢາກມີທາງເລືອກແນວໃໝ່ ພວກເຂົາເຈົ້າຢາກມີການຄັດຄ້ານອັນແທ້ຈິງ ແລະ
ພວກເຮົາກໍຢາກ ຈະຮັບເອົາພາລະກິດອັນນັ້ນ.”

XS
SM
MD
LG