ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ໄອ​ຍະ​ການ ​ເຢຍຣະມັນ ​ຂໍໃຫ້​ສານ​ ປະຈຳ​​ເຂດ ສົ່ງອະດີດຜູ້ນຳ ຄາຕາໂລເນຍ ກັບຄືນປະເທດ


ທຸງຊາດຂອງພວກແບ່ງແຍກດິນແດນ ຄາຕາໂລເນຍ ທີ່ຫ້ອຍຢູ່ໃກ້
ຄຳຂວັນ ຕໍ່ໜ້າຄຸກ ທີ່ເມືອງເນີມຸນສເຕີ (Neumuenster), ປະເທດເຢຍຣະມັນ, 26 ມີນາ 2018.
ທຸງຊາດຂອງພວກແບ່ງແຍກດິນແດນ ຄາຕາໂລເນຍ ທີ່ຫ້ອຍຢູ່ໃກ້ ຄຳຂວັນ ຕໍ່ໜ້າຄຸກ ທີ່ເມືອງເນີມຸນສເຕີ (Neumuenster), ປະເທດເຢຍຣະມັນ, 26 ມີນາ 2018.

ຄະນະ​ໄອ​ຍະ​ການ​ເຢຍຣະມັນ ​ໄດ້​ຂໍ​ໃຫ້​ສານ​ປະຈຳ​ຂົງ​ເຂດ ອະນຸຍາດໃຫ້​ ມີ​ການ​ສົ່ງ
ອະດີດຜູ້ນຳແບ່ງແຍກດິນແດນຄາຕາໂລເນຍ ທ່ານຄາລ ປຸຍ​ເດີ​ມົງ (Carles Puig-
demount) ຜູ້ຊຶ່ງປະ​ເຊີນ​ໜ້າກັບຂໍ້ຫາກໍ່ກະບົດ ໃນ​ສ​ະເປ​ນ ຍ້ອນຈັດ​ໃຫ້ມີການລົງ
ປະຊາມະຕິເພື່ອເປັນ​ເອກ​ກະລາດ​ນັ້ນ.

ທ່ານ ປຸຍ​ເດີ​ມົງ ໃນຂັ້ນຕົ້ນ ​ແມ່ນ​ໄດ້​ຫລົບໜີ​ຈາກ​ສະ​ເປ​ນ ໄປ​ຍັງແບ​ລຈ້ຽມ ຫຼັງຈາກ
​ການ​ລົງ​ຄະ​ແນນ​ປ່ອນ​ບັດ​ແລ້ວ​ນັ້ນ, ​ແຕ່​ວ່າ ​ໄດ້​ຖືກ​ກັກ​ຂັງ​ທີ່​ເຢຍຣະມັນ ນັບ​ຕັ້ງ​ແຕ່​
ໄດ້​ຖືກ​ຈັບ​ກຸມ ຢູ່ທີ່​ນັ້ນ ​ໃນ​ວັນ​ທີ 25 ມີນາ​ຜ່ານ​ມາ​ນີ້.

ທ່ານ​ໄດ້​ກ່າວໃນ​ການ​ໃຫ້​ສຳພາດ ກັບ​ເວັບໄຊ​ຂ່າວ​ຂອງເຢຍຣະມັນ​ວ່າ ພວກ​ທີ່​ຕ້ອງ
ການເປັນເອກກະລາດ ໃນຂົງເຂດທາງພາກເໜືອຂອງສະເປນນັ້ນ ບໍ່​ແມ່ນ​ພວກ​ກໍ່​ອາ​
ຊະຍາກຳ.

“ພວກ​ເຮົາ​ຕ້ອງການ​ຢາກ​ຕັດສິນໃຈ​ ກ່ຽວກັບ​ອະນາຄົດ​ຂອງ​ພວກ​ເຮົາ ມັນ​ແມ່ນການ​
ກໍ່ອາຊະຍາ​ກຳ​ບໍ? ພວກ​ເຮົາ ກໍ​ໃຊ້​ການປ່ອນ​ບັດ ມັນເປັນການ​ກໍ່​ອາ​ຊະ​ຍາ​ກຳ​ບໍ?”

ຊຶ່ງ​ທ່ານປຸຍ​ເດີ​ມົງ ​ໄດ້ຕັ້ງຄຳ​ຖາມ​ ​ໃນການ​ໃຫ້​ສຳພາດ​ໃນຫ້ອງ​ຂັງນັ້ນ. ທ່ານ​ຍັງ​ກ່າວ​
ຕໍ່ໄປວ່າ “ພວກ​ເຮົາ​ແມ່ນ​ຖືກ​ເລືອກໂດ​ຍປະຊາຊົນ ​ເພ​າະ​ນັ້ນ ອັນ​ໃດ​ລະ ທີ່​ມີ​ບັນຫາ
ກັບເຈົ້າໜ້າ​ທີ່​ທາງ​ການ​ຂອງ​ສ​ະເປ​ນ? ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ ​ບໍ່​ເລີ່​ມການ​ເມືອງ ​
ເພື່ອແກ້ໄຂ​ບັນຫາ​ທາງ​ການ​ເມືອງ​ລະ?”

ອົງການ​ຂ່າວ​ຂອງຝຣັ່ງ ​ໄດ້​ລາຍ​ງານ​ວ່າ ທະນາຍຄວາມ​ຂອງ​ທ່ານປຸຍ​ເດີ​ມົງ ​ແມ່ນ​ໄດ້​
ຂໍອຸທອນ​ຕໍ່​ການ​ຕັດສິນ​ຂອງ​ສານ​ສູງສຸດຂອງ​ສະ​ເປ​ນ ທີ່​ຈະ​ດຳເນີນຄະດີ​ທ່ານ ​ໃນ​ຂໍ້
ຫາ​ກະບົດນັ້ນ. ທະນາຍໄດ້ໂຕ້​ຖຽງ​ວ່າ ຂໍ້ຫາ​ທີ່​ວ່າ​ນີ້ ​ແມ່ນ​ໝາຍຄວາມວ່າ ທ່ານປຸຍ​ເດີ
ມົງ ແມ່ນ​ເປັນຜູ້ຍຸຍົງສົ່ງເສີມ ໃຫ້ລຸກຮືຂຶ້ນ ​ກໍ່​ຄວາມ​ຮຸນ​ແຮງ. ທ່ານ​ໄດ້​ກ່າວ​ວ່າ ຄວາມ
ຮຸນແຮງໃດໆກໍຕາມ ທີີ່ເກີດຂຶ້ນຫລັງຈາກການ​ລົງ​ປະຊາ​ມະຕິ ແມ່ນ​ເປັນ​ຄະດີ​ອັນ​ນຶ່ງ​
ອີກຕ່າງຫາກ ແລະວ່າມັນ​ບໍ່​ເປັນ​ການ​ຍຸຕິ​ທຳ​ ທີ່ຈະເອົາມາຮວມໃສ່ຂໍ້ຫາ​ນີ້.

ລົດທີ່ເຊື່ອວ່າ ເປັນພາຫະນະນຳຜູ້ນຳຊາວຄາຕາໂລເນຍ ທ່ານ ຄາລ ປຸຍເດີມົງ (Carles Puigdemount), ເດີນທາງອອກຈາກຄຸກທີ່ເມືອງເນີມຸນສເຕີ (Neumuenster), 26 ມີນາ 2018.
ລົດທີ່ເຊື່ອວ່າ ເປັນພາຫະນະນຳຜູ້ນຳຊາວຄາຕາໂລເນຍ ທ່ານ ຄາລ ປຸຍເດີມົງ (Carles Puigdemount), ເດີນທາງອອກຈາກຄຸກທີ່ເມືອງເນີມຸນສເຕີ (Neumuenster), 26 ມີນາ 2018.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG