ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຢຍຣະມັນ ປະຕິຍານວ່າ ຈະບໍ່ມີການຊໍ້າຄືນ ໃນການຫຼັ່ງໄຫຼ ຂອງອົບພະຍົບຄືປີ 2015 ໃນຂະນະທີ່ ການເລືອກຕັ້ງ ໃກ້ຈະເກີດຂຶ້ນ


ຕຳຫຼວດ ເຢຍຣະມັນ ລົງທະບຽນອົບພະຍົບຢູ່ສະຖານີລົດໄຟໃນເມືອງ ຟຣາຍລາສຊິງ, ປະເທດ ເຢຍຣະມັນ. 14 ກັນຍາ, 2015.
ຕຳຫຼວດ ເຢຍຣະມັນ ລົງທະບຽນອົບພະຍົບຢູ່ສະຖານີລົດໄຟໃນເມືອງ ຟຣາຍລາສຊິງ, ປະເທດ ເຢຍຣະມັນ. 14 ກັນຍາ, 2015.

ການໂຄສະນາຫາສຽງເພື່ອເລືອກຕັ້ງເອົາຜູ້ນຳ ເຢຍຣະມັນ ຄົນໃໝ່ໃນເດືອນນີ້ແມ່ນຖືກປົກຄຸມໂດຍຄວາມເປັນຫ່ວງທີ່ວ່າປະເທດຈະປະເຊີນກັບການຫຼັ່ງໄຫຼເຂົ້າປະເທດຄັ້ງໃໝ່ຂອງອົບພະຍົບ, ເຊິ່ງຄັ້ງນີ້ແມ່ນຜູ້ທີ່ຫຼົບໜີຈາກການປົກຄອງ ຕາລີບານ ໃນປະເທດ ອັຟການິສຖານ.

ໃນປີ 2015, ຜູ້ຍົກຍ້າຍຖິ່ນຖານ ຫຼາຍກວ່າ 1 ລ້ານຄົນ, ເຊິ່ງຈຳນວນຫຼາຍແມ່ນຊາວ ຊີເຣຍ ທີ່ຫຼົບນີ້ຈາກສົງຄາມກາງເມືອງຂອງປະເທດເຂົາເຈົ້ານັ້ນ, ໄດ້ເດີນທາງຂ້າມທະເລເມດີເທີເຣນຽນ ແລະ ຢູໂຣບ ເພື່ອໄປຫາປະເທດ ເຢຍຣະມັນ, ອີງຕາມບັນດາເຈົ້າໜ້າທີ່ ເຢຍຣະມັນ.

ທ່ານນາງ ແອນເຈີລາ ເມີໂກລ໌ ແມ່ນບໍ່ໄດ້ຢູ່ໃນການເລືອກຕັ້ງວັນທີ 26 ກັນຍານີ້, ສະນັ້ນປະເທດ ເຢຍຣະມັນ ຈະມີນາຍົກລັດຖະມົນຕີຄົນໃໝ່ໃນໄວໆນີ້, ຜູ້ທີ່ຈະມີໜ້າທີ່ໃນການກຳນົດນະໂນບາຍຕໍ່ ອັຟການິສຖານ ແລະ ອະທິບາຍວິກິດການອົບພະຍົບ.

ທ່ານ ອາມິນ ລາແຊັດ (Armin Laschet) ແມ່ນຜູ້ລົງແຂ່ງຂັນສຳລັບພັກສະຫະພັນປະຊາທິປະ ໄຕ ຄຣິສຕຽນ ຂອງທ່ານນາງ ເມີໂກລ໌, ເຊິ່ງປັດຈຸບັນນີ້ ກຳ ອຳນາດຮ່ວມກັບພັກສັງຄົມປະຊາທິປະ ໄຕ. ໃນການກ່າວຄຳປາໄສບໍ່ດົນຫຼັງຈາກກຸ່ມຕາລີບານໄດ້ຍຶດອຳນາດເມື່ອເດືອນທີ່ຜ່ານມາ, ທ່ານໄດ້ສັນຍາວ່າມັນຈະບໍ່ມີການຫຼັ່ງໄຫຼເຂົ້າປະເທດຂອງອົບພະຍົບຊໍ້າຄືນອີກ.

ທ່ານ ລາແຊັດ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນທີ 16 ສິງຫາທີ່ຜ່ານມາວ່າ “ສະຫະພາບ ຢູໂຣບ ຕ້ອງກຽມພ້ອມທີ່ມັນຈະມີອົບພະຍົບເດີນທາງມາສູ່ ຢູໂຣບ. ແລະເທື່ອນີ້ພວກເຮົາຕ້ອງສະໜອງການຊ່ວຍເຫຼືອຕໍ່ພາກພື້ນ, ຕໍ່ປະເທດຕົ້ນກຳເນີດໃຫ້ທັນເວລາ. ປີ 2015 ຈະບໍ່ຊໍ້າຄືນອີກ. ພວກເຮົາຕ້ອງການການປົກປ້ອງທີ່ເປັນລະບຽບສຳລັບຜູ້ທີ່ກຳລັງມຸ່ງໜ້າມາສູ່ ຢູໂຣບ. ”

ຄູ່ແຂ່ງຂອງທ່ານ ລາແຊັດ, ທ່ານ ໂອລາຟ ຊອລສ໌ (Olaf Scholz) ຈາກພັກສັງຄົມປະຊາທິປະ ໄຕ, ຜູ້ທີ່ມີຄະແນນນຳໜ້າໃນການຢັ່ງຫາງສຽງກໍໄດ້ຢືນຢັນວ່າ ຢູໂຣບ ຕ້ອງແບ່ງປັນພາລະຮ່ວມ ກັນ ກ່ຽວກັບ ການຫຼັ່ງໄຫຼຂອງອົບພະຍົບໃດໆທີ່ໃກ້ຈະເກີດຂຶ້ນນີ້.

ທ່ານ ຊອລສ໌ ໄດ້ກ່າວຕໍ່ໂທລະພາບ ດອຍເຈີ ແວລເລີ (Deutsche Welle) ວ່າ “ມັນບໍ່ມີແຕ່ ເຢຍຣະມັນ ພຽງເທົ່ານັ້ນ, ຢູໂຣບ ທັງໝົດແມ່ນມີຄວາມຮັບ ຜິດຊອບ, ແລະ ພວກເຮົາຕ້ອງຈື່ໄວ້ວ່າ ອົບພະຍົບເກືອບທັງໝົດ, ແລະ ມັນມີຫຼາຍລ້ານຄົນໃນໂລກ, ມັກຈະພົບສະຖານທີ່ພັກອາໄສໃນປະເທດທີ່ຢູ່ໃກ້ຄຽງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG