ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຢຍຣະມັນ ລົງຄະແນນສຽງ ສະໜັບສະໜູນ ການສູ້ລົບ ຕ້ານກຸ່ມ ລັດອິສລາມ


ນາຍົກລັດຖະມົນຕີ ທ່ານນາງ Angela Merkel (ຂວາ) ປ່ອນບັດລົງຄະແນນ ທີ່ ສະພາເຢຍຣະມັນ ໃນນະຄອນ Berlin ທີ 4 ທັນວາ 2015.
ນາຍົກລັດຖະມົນຕີ ທ່ານນາງ Angela Merkel (ຂວາ) ປ່ອນບັດລົງຄະແນນ ທີ່ ສະພາເຢຍຣະມັນ ໃນນະຄອນ Berlin ທີ 4 ທັນວາ 2015.

ສະພາ​ເຢຍຣະມັນ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ຖ້​ວມລົ້ນທີ່​ຈະ​ສົ່ງ​ການ
​ຊ່ວຍ ​ເຫລືອ​ທາງທະຫານ ​ໄປ​ຮ່ວມ​ທຳ​ການ​ສູ້​ລົບ​ ກັບ​ພວກ​ຫົວ​ຮຸນ
ແຮງລັດ​ອິສລາມ ຢູ່ໃນ​ຊີ​ເຣຍ ​ເພື່ອ​ເປັນ​ການສະໜອງຕອບ​ຕໍ່​ຄຳ
​ຮຽກຮ້ອງ​ຂອງ​ຝຣັ່ງ ​ໃນ​ການຂໍ​ຄວາມ​ຊ່ວຍ​ເຫລືອ ຫລັງ​ຈາກ​ການ
​ໂຈມ​ຕີ ທີ່​ນະຄອນ​ປາຣີເມື່ອ​ເດືອນ​ແລ້ວ​ນີ້.

ບັນດາ​ສະມາຊິກ​ສະພາ​ໃນ​ນະຄອນ​ Berlin ​ໄດ້​ລົງ​ຄະ​ແນນ​ສຽງ
445 ຕໍ່ 146 ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອຈະ​ສົ່ງ​ເຮືອບິນ​ສັງ​ເກດ​ການ
Tornado ​ເຮືອບິນ​ຕື່ມນໍ້າມັນ ​ແລະ​ທ​ະຫານ 1,200 ຄົນ ເຂົ້າ​ຮ່ວມ
ກຳລັງ​ແນວ​ໂຮມ​ຕ້ານກຸ່ມລັດ​ອິສລາມ. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ
​ນັກ​ບິນ​ເຢຍຣະມັນ ຈະ​ບໍ່​ເຂົ້າ​ຮ່ວມການ​ປະຕິບັດ​ງານ​ຂອງ ສະຫະ
ລັດ ອັງກິດ ຝຣັ່ງ ​ແລະ​ຣັດ​ເຊຍ ໂຈມຕີ​ທາງ​ອາກາດ​ ຕໍ່ເປົ້າ​ໝາຍກຸ່ມລັດ​ອິສລາມ ຢູ່​ໃນ​ຊີ​ເຣຍ.

ຫລັງ​ຈາກ​ການ​ໂຈມຕີີ ​ທີ່ນະຄອນ​ປາຣີ ເມື່ອ​ວັນ​ທີ 13 ​ເດືອນ​ພະຈິກ ຜ່ານ​ມານີ້​ແລ້ວ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ​ໄດ້​ຮ້ອງ​ຂໍ ​ຕໍ່​ປະຊາ​ຄົມນາໆ​ຊາດ ​ໃຫ້
​ເພີ້​ມການ​ສູ້​ລົບ​ຕ້ານ​ກຸ່ມ​ລັດ​ອິສ ລາມ ຊຶ່ງ​ກຸ່ມ​ດັ່ງກ່າວໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຂອງ
​ການ​ໂຈມ​ຕີ ຢູ່​ໃນ​ຝຣັ່ງ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 130 ຄົນ.

​ເຖິງ​ແມ່ນ​ວ່າ ​ໄດ້​ຮັບ​ການ​ອະນຸມັດຈາກ​ສະພາ​ແລ້ວ​ກໍ​ຕາມ ລັດຖະມົນຕີ ຕ່າງປະ​ເທດ
​ເຢຍຣະ​ມັນ ທ່ານ Frank-Walter Steinmeier ກ່າວ​ວ່າ ການແກ່ຍາວ​ບັນຫາ​ຂັດແຍ້​ງ
ຢູ່​ໃນ​ຊີ​ເຣຍບໍ່​ແມ່ນ​ຜົນ​ປະ​ໂຫຍ​ດອັນ​ດີ​ເລີດ ຂອງ​ໃຜ​ທັງ​ໝົດ ​ແລະ​ການ​ແກ້​ໄຂ​ດ້ານ​ການ​
ເມືອງ ​ຍັງ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ.

ທ່ານ Steinmeier ກ່າວຕື່ມ​ວ່າ “ບໍ່​ມີ​ໃຜ​ໝົດ ບໍ່​ແມ່ນ​ຊາວ​ອາ​ເມຣິກັນ ບໍ່​ແມ່ນ​ພວກ​ເຮົາ
ຫລືຣັດ​ເຊຍ ທີ່ຕ້ອງການໃຫ້ການ​ປະຕິບັດ​ງານ​ດັ່ງກ່າວ​ນີ້ ​ແກ່ຍາວ​ເປັນ​ເວລາ​ຫລາຍ​ປີ.”
ຂ້າພະ​ເຈົ້າ​ກ້າ​ທີ່​ຈະ​ກ່າວ​ວ່າ ຖ້າ​ຫາກ​ພວກ​ເຮົາ​ທຳ​ຄວາ​ມຄືບ​ໜ້າ ​ກ່ຽວ​ກັບ​ການ​ແກ້​ໄຂ
ທາງ​ດ້ານ​ການ​ເມືອງ ​ເວລາ​ທີ່​ພວກ​ເຮົາ​ເອົາ​ບາດກ້າວ​ໄປ​ໜ້າ​ຢ່າງ​ແທ້​ຈິງ ​ເວ​ລານັ້ນ​ການ​
ຂັດ​ແຍ້​ງທາງ​ທະຫານ ຈຶ່ງ​ຈະ​ສາມາດ​ຄຸ້ມ​ຄອງ​ໄດ້​ໃນ​ລະຍະ​ຍາວ.”

Germany Islamic State
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG