ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​​ສູ້ກັບ​ ​ເຢຍຣະມັນ ເພື່ອຍາດທີນຶ່ງ ໃນສາຍ​ ໃນມື້ ສຸດທ້າຍ ຂອງ ຮອບຄັດເລືອກ (ສະໄລດ໌/ວີດີໂອ)


8 ທີ​ມ ຈະ​ລົງແຂ່ງຂັນ ໃນການເຕະບານ​ໂລກ ຫຼື ​World Cup
ໃນ​ວັນ​ພະຫັດ​ມື້​ນີ້ ​ຊຶ່ງ ຈະເປັນ​ມື້​ສຸດ​ທ້າຍ​ໃນ​ການຄັດເລືອກສາຍ
ຕ່າງໆ ແລະ​ທຸກໆ​ທີ​ມກໍ​ມີ​ໂອກາດດ້ວຍ​ກັນ​ທັງ​ນັ້ນ ແຕ່ບາງທີ​ມ
ອາດ​ຈະ​ມີ​ໂອກາດ​ນ້ອຍກວ່າ ​ເພື່ອ​ທີ່​ຈະ​ໄດ້​ເຂົ້າ​ໄປແຂ່ງ​ໃນ​ຮອບ
16 ທີມ​ ​ທີ່​ປະ​ເທດ Brazil.

ຄູ່​ແຂ່ງ​ທີ່​ໜ້າ​ສົນ​ໃຈ ກໍ​ຄື ທີ​ມສະຫະລັດ ​ທີ່​ຈະ​ຕ້ອງ​ປະ​ເຊີນ​ກັບ​ທີ​ມ
​ເຢຍຣະມັນ ໃນການ​ຕໍ່ສູ້ ກັນ ​ເພື່ອເປັນຜູ້ນຳໃນກຸ່ມ G. ທັງສອງທີມ
ຈະໄດ້ເຂົ້າໄປຫລິ້ນໃນຮອບສອງຖ້າສະເໝີກັນ ແຕ່ທັງສອງທີມ ກໍຍັງສາມາດຈະມີໂອກາດ ເຂົ້າໄປຫລິ້ນໃນຮອບຕໍ່ໄປໄດ້ຄືກັນ
ດ້ວຍການເສຍໄຊ ຖ້າຫາກການແຂ່ງຂັນຂອງທີມອື່ນໆໃນສາຍ
ຄື Ghana ທີ່ຈະສູ້ກັບ Portugal ຫາກສິ້ນສຸດລົງດ້ວຍການສະເໝີກັນ.

ທັງທີມ Ghana ແລະ Portugal ຕ້ອງການໃຫ້ທີມເຢຍຣະມັນ ຊະນະ ເພື່ອຕົນຈະໄດ້
ມີໂອກາດອັນດີທີ່ສຸດ ທີ່ຈະເຂົ້າໄປໃນຮອບຕໍ່ໄປ ແຕ່ເຖິງຢ່າງນັ້ນກໍຕາມ Portugal ຈຳ ເປັນທີ່ຈະຕ້ອງໄດ້ຊະນະ Ghana ດ້ວຍຄະແນນຫຼາຍປະຕູ ເພື່ອທີ່ຕົນຈະມີຄະແນນພຽງ ພໍ ນຳໜ້າສະຫະລັດ ທີ່ມີຄະແນນເທົ່າກັນນັ້ນ.

ໃນກຸ່ມ H ທີມ Belgium ໄດ້ມີຄະແນນພຽງພໍແລ້ວ ທີ່ຈະເຂົ້າໄປຫລິ້ນໃນຮອບ 16 ທີມ ແລະຕ້ອງການທີ່ຈະຊະນະ ເພື່ອໄດ້ຄອງທີ 1 ​ໃນສາຍ. Belgium ຈະສູ້ກັບເກົາຫຼີໃຕ້ ທີ່ ຄ້າຍຄືກັນກັບ ທີມ Portugal ຊຶ່ງຈຳເປັນຕ້ອງໄດ້ຈະຊະນະ​ດ້ວຍຄະແນນຢ່າງຫຼວງຫຼາຍ ແລະຕ້ອງການຄວາມຊ່ອຍເຫຼືອອື່ນໆຕື່ມເພື່ອຈະມີໂອກາດໄດ້ເຂົ້າໄປຫລິ້ນໃນຮອບຕໍ່ໄປ.

ທີ​ມ Algeria ​ແມ່ນ​ເປັນ​ທີ 2 ຢູ່​ໃນ​ສາຍ ​ແລະ​ຈະໄດ້ເຂົ້າໄປຫລິ້ນໃນຮອບຕໍ່ໄປທີ່ເອີ້ນວ່າ ຮອບ knockout ນັ້ນ ດ້ວຍການ​ຊະນະທີມຣັດ​ເຊຍ ​ແຕ່​ການມີຄະແນນສະເໝີກັນຫລືວ່າ ເສຍໄຊນີ້ ​ແມ່ນ​ຈະ​ເປີດ​ໂອກາດ​ໃຫ້ແກ່ທີ​ມເກົາຫຼີໃຕ້.

ການ​ແຂ່ງຂັນ​ຮອບ 16 ທີ​ມ ຈະ​ເລີ້​ມຂຶ້ນ ​ໃນ​ວັນ​ເສົາ ຈະ​ມາ​ເຖິງ​ນີ້.

ທີມ Switzerland, France ແລະ Nigeria ​ແມ່ນມີສິດທີ່ຈະເຂົ້າໄປຫລິ້ນໃນຮອບດັ່ງ ກ່າວແລ້ວ ດ້ວຍການແຂ່ງຂັນ ​ໃນ​ວັນ​ພຸດ​ວານ​ນີ້.

ຝຣັ່ງ​ແຂ່ງ​ກັບ Ecuador ໂດຍສະເໝີກັນ ຊຶ່ງບໍ່ມີຝ່າຍໃດສາມາດພັງປະຕູກັນໄດ້ ​ໃນ ການ
ແຂ່ງຂັນທີ່ເດີ່ນ​ນະຄອນ Rio de Janeiro ເຮັດໃຫ້ຝຣັ່ງໄດ້ເປັນທີ 1 ຂອງ​ກຸ່ມ E ໂດຍໄດ້
7 ຄະແນນ.

Switzerland ​ກໍໄດ້ເຂົ້າໄປຫລິ້ນໃນຮອບຕໍ່ໄປຄືກັນ ​ໂດຍຊະນະ Honduras 3 ປະຕູ ຕໍ່ 0 ຍ້ອນທ້າວ Xherdan Shaqiri ເປັນຜູ້ຍິງເຂົ້າທັງ​ສາມ​ລູກ.

ເຖິງ​ແມ່ນວ່າ ​ໄດ້​ເສຍ​ໃຫ້ທີ​ມ Argentina ໃນກຸ່ມ F ​ໄປ​ແລ້ວ​ກໍ​ຕາມ ທີ​ມ Nigeria ​ກໍ ຈະໄດ້
ເຂົ້າໄປຫລິ້ນໃນຮອບ knockout ຫຼັງ​ຈາກ​ທີ່​ອີຣ່ານ ​ເສ​ຍໄຊ​ໃຫ້ແກ່ Bosnia-Herzegovina 3 ປະຕູ ຕໍ່ 1 ​ທີ່ເດີີ່ນເມືອງ Salvador.

Argentina ຊຶ່ງ​ມີຄະແນນນຳໜ້າຢູ່ໃນສາຍແລ້ວນັ້ນ ໄດ້​ເສັດ​ສິ້ນການ​ແຂ່ງຂັນໂດຍ​ເປັນ​ທີ 1 ໃນກຸ່ມ F ຊຶ່ງໄດ້ຮັບທັງໝົດ​ 9 ຄະ​ແນນ ​ແລະ​ຕິດຕາມ​ດ້ວຍ Nigeria ທີ່​ໄດ້ 4 ຄະ​ແນນ.

FIFA Investigating Apparent Bite by Uruguay's Suarez
please wait

No media source currently available

0:00 0:01:48 0:00

XS
SM
MD
LG