ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຫຼາຍ​ສິບ​ຄົນ ​ບາດ​ເຈັບ ໃນການປະ​ທ້ວງ ຕ້ານ ກອງ​ປະຊຸມ ​ສຸດຍອດກຸ່ມ G-20


VOA60 World PM - Trump, Merkel Meet Ahead of G-20 Summit in Hamburg
please wait

No media source currently available

0:00 0:01:00 0:00

ທ່ານທຣໍາ ແລະທ່ານ​ນາງ Angela Merkel ພົບປະກັນກ່ອນ ກອງປະຊຸມສຸດຍອດ G-20 ໄຂຂຶ້ນ ທີ່ເມືອງ Hamburg ຂອງເຢຍຣະມັນ

ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ຂະນະ ທີ່​ຕໍາຫລວດ​ເຢຍຣະມັນ​ປະ​ທະ​ກັນ​ກັບ​ພວກ​ເດີນ
​ຂະ​ບວນ ໃນ​ວັນພະຫັດ​ວານ​ນີ້ ຢູ່​ເມືອງ Hamburg ​ໃນ​ຂະນະ​ທີ່​ມີ​ການເດີນ​ຂະ​ບວນປະ
​ທ້ວງ​ຕໍ່ຕ້ານກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ 20 ປະ​ເທດ ຫລື G-20.

ຫລາຍ​ພັນ​ຄົນ​ໄດ້​ເຂົ້າຮ່ວມ​ການປະ​ທ້ວງ​ຕ້ານກອງ​ປະຊຸມ​ສຸດ​ຍອດ​ທາງ​ເສດຖະກິດຂອງ
ກຸ່ມ G-20 ທີ່ໄດ້ຈັດ​ຂຶ້ນ​ໃນ​ວັນ​ສຸກ​ມື້​ນີ້ ​ແລະ​ວັນ​ເສົາ​ມື້ອື່ນ.

ໃນ​ຂະນະ​ທີ່ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລທຣໍາ ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ
ຂອງເຢຍຣະມັນ ທ່ານ​ນາງ Angela Merkel ​ໃນ​ຕອນ​ບ່າຍວັນ​ພະຫັດ ວານ​ນີ້ ຢູ່​ນັ້ນ
ພວກປະ​ທ້ວງຫລາຍ​ພັນ​ຄົນ ​ໄດ້ພາກັນ​ໄປ​ໂຮມ​ຊຸມນຸມຢູ່​ຕະຫລາດ​ຂາຍປາ ທີ່​ເປັນ​ສະ
ຖານ​ທີ່ທາງ​ປະຫວັດສາດ ຢູ່​ເມືອງ Hamburg ​ແລະ​ໄດ້​ຕໍ່ສູ້ກັບ​ຕໍາຫລວດ, ຊຶ່ງ​ບາ​ງຄົນ
ໃນ​ນັ້ນ ກໍ​ໄດ້ແກ່ວງແກ້ວ​ໃສ່​ຕໍາຫລວດ. ​ແລະ​ຕໍາຫລວດ ​ກໍ​ໄດ້​ຕອບ​ໂຕ້​ຄືນ​ດ້ວຍ​ການ​ສີດ
​ນໍ້າ​ແຮງໆ​, ສີດສະ​ເປໝາກ​ເຜັດໃສ່ ​ແລະ​ເອົາ​ຄ້ອນ​ຕີພວກ​ປະ​ທ້ວງ.

​ເຈົ້າໜ້າທີ່ຕໍາຫລວດ​ຄົນ​ນຶ່ງ​ເວົ້າວ່າ ຕໍາຫລວດ​ເກືອ​ບຮອດ 75 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​
ຕອນ​ແລງ​ວານ​ນີ້ ຊຶ່ງ​ສາມ​ຄົນ​ໃນ​ນັ້ນ ຕ້ອງ​ໄດ້ເຂົ້າ​ໂຮງໝໍ ​ເພື່ອ​ໄປ​ຮັບ​ການປິ່ນປົວ. ນັກ​ບິນ
​ເຮລີຄອບເຕີ້ຈຳນວນ​ນຶ່ງ​ຂອງ​ຕຳຫຼວດ ​ໄດ້​ຮັບ​ບາດ​ເຈັບ​ທີ່​ຕາ​ຍ້ອນ​ຖືກ​ແສງແລ​ເຊີ້ຂອງ
ພວກປະ​ທ້ວງ.

ມີນາຍ​ແພດ​ຫລາຍ​ຄົນ​ກໍ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ພວກ​ປະ​ທ້ວງ​ທີ່​ໄດ້​ຮັບ​ບາດ​ເຈັບ ​ໃນ
​ຂະນະທີ່​ມີ​ການ​ເດີນ​ຂະ​ບວນຢູ່​ນັ້ນ.

ວີ​ດິ​ໂອ​ສາກ​ນຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ປະ​ທ້ວງ​ທີ່​ໃສ່ໜ້າກາກ ​ກໍາລັງໃຊ້​ວັດຖຸ​ກໍ່ສ້າງ
​ແລະ​ຕັ້ງກອງ​ໄຟ​ນ້ອຍໆ ຢູ່​ຕາມ​ຖະໜົນ​ເສັ້ນຕ່າງໆ ​ເພື່ອ​ຕັນ​ທາງ​ໄວ້. ສື່ມວນ​ຊົນ​ທ້ອງ​ຖິ່ນ ​
ໄດ້​ລາຍ​ງານວ່າ ມີ​ການ​ທໍາລາຍ​ຊັບ​ສິນ​ບາງ​ບ່ອນ ຊຶ່ງລວມມີການຈູດ​ລົດ ​ແລະທຸບແກ້ວ​
ປ່ອງຢ້ຽມຂອງ​ຫ້າງຮ້ານ​ຕ່າງໆ.

ຕໍາຫລວດ​ເມືອງ Hamburg ຍັງ​ໄດ້​ຂຽນຂໍ້ຄວາມ​ລົງ​ໃນ Twitter ອີກວ່າ ພວກ​ປະ​ທ້ວງ
​ໄດ້ ແກວ່ງ "​ແກ້ວ​ແລະ​ສິ່ງ​ຂອງ​ຕ່າງໆ" ​ໃສ່​ເຂົາ​ເຈົ້າ.

ອີງ​ຕາມຕໍາຫລວດ, ລວມທັງໝົດ​ແລ້ວ ​ຄາດ​ວ່າ​ຈະ​ມີຫລາຍ​ກວ່ານຶ່ງ​ແສນຄົນ ​ໄປ​ເມືອງ
Hamburg ​ເພື່ອ​ຕໍ່ຕ້ານ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ຊຶ່ງປະມານ 8 ພັນ​ຄົນ​ໃນ​ນັ້ນຖື​ວ່າ
​ເປັນ​ສ່ວນ​ນຶ່ງ​ຂອງພວກ​ທີ່​ມາ​ຈາກ​ກຸ່ມອຽງ​ຊ້າຍ ທີ່ໃຊ້​ຄວາມຮຸນ​ແຮງຂອງ​ຢູ​ໂຣບ.

​ເມື​ອງທ່າ​ເຮືອ​ຢູ່ທາງ​ພາກ​ເໜືອຂອງ​ປະ​ເທດ​ແຫ່ງ​ນີ້​ ​ໄດ້​ເພີ້ມກໍາລັງ​ຂອງ​ຕໍາຫລວດຂອງ​ຕົນ​
ໂດຍ​ການ​ເສີມ​ກໍາລັງ​ທີ່ເອົາ​ມາ​ຈາກທົ່ວ​ປະ​ເທດ ​ແລະ​ມີເຈົ້າໜ້າທີ່​ຕໍາຫລວດ 20,000 ຄົນ​
ປະ​ຈໍາ​ການຢູ່ ​ເພື່ອ​ທໍາ​ການ​ລາດຕະ​ເວນຢູ່​ຕາມ​ຖະໜົນ, ຕາມ​ທ້ອງຟ້າ ​ແລະ​ເຂດ​ນ່ານນໍ້າ
ຂອງ​ເມືອງ Hamburg.

ເບິ່ງວີດິໂອກ່ຽວກັບສະພາບການປະທ້ວງທີ່ເຢຍຣະມັນ

XS
SM
MD
LG