ໄດ້ເກີດອຸບັດຕິເຫດລົດໄຟໂດຍສານ ຕໍາກັນກັບລົດໄຟຂົນສົ່ງສິນຄ້າ ໃນຕອນແລງວັນເສົາວານນີ້ ຢູ່ໃນພາກຕາເວັນອອກຂອງເຢຍລະມັນ ຊຶ່ງໄດ້ເຮັດໃຫ້ຄົນເສຍຊີວິດ 10 ຄົນ ແລະອີກຢ່າງໜ້ອຍ 33 ຄົນໄດ້ຮັບບາດເຈັບ ຫລາຍຄົນມີອາການສາຫັດ.
ພວກເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ລົດໄຟສອງຄັນນີ້ ໄດ້ແລ່ນຕຳກັນເຊິ່ງໆໜ້າ ຢູ່ ບ້ານ Hordorf ໃກ້ກັບເມືອງ Magdeburg ເມືອງຫລວງຂອງລັດ Saxony-Anhalt. ພວກເຈົ້າໜ້າທີ່ຍັງເວົ້າອີກວ່າ ມີພະນັກງານດັບເພີງ, ຕຳຫລວດ ແລະພະນັກງານກູ້ໄພ ຫລາຍກວ່າ 150 ຄົນໄປເຖິງບ່ອນເກີດເຫດ ແລະການດຳເນີນການກູ້ໄພ ກໍໄດ້ດໍາເນີນສືບຕໍ່ມາໃນເຊົ້າວັນອາທິດມື້ນີ້.
ພວກຕຳຫລວດຍັງບໍ່ທັນມີຂໍ້ມູນບອກໃຫ້ຮູ້ໃນທັນທີນີ້ເທື່ອ
ວ່າແມ່ນຫຍັງກັນແທ້ ທີ່ອາດໄດ້ເປັນສາເຫດພາໃຫ້ເກີດມີອຸບັດຕິເຫດຄັ້ງນີ້. ພວກເຂົາເຈົ້າ
ເວົ້າວ່າຕູ້ລົດໄຟບັນທຸກຄົນໂດຍສານຫລາຍຕູ້ຕົກລາງ ແລະກໍປີ້ນຂວໍ້າ ແລະເຕືອນວ່າຈຳ
ນວນຄົນເສຍຊີວິດອາດມີເພີ້ມສູງຂຶ້ນ.