ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນ ເລີ້ມຫລຸດຜ່ອນຂໍ້ຈຳກັດສ່ວນໃຫຍ່ ກ່ຽວ​ກັບໂຄວິດ-19


ປ້າຍຊີ້ບອກໃຫ້ໄປຫາສູນກາງກວດສອບ ໄວຣັສໂຄໂຣນາ ຢູ່ເມືອງແອັສເຊິນ ເຢຍຣະມັນຕາເວັນຕົກ ວັນທີ 16 ກຸມພາ 2022.
ປ້າຍຊີ້ບອກໃຫ້ໄປຫາສູນກາງກວດສອບ ໄວຣັສໂຄໂຣນາ ຢູ່ເມືອງແອັສເຊິນ ເຢຍຣະມັນຕາເວັນຕົກ ວັນທີ 16 ກຸມພາ 2022.

ເຢຍຣະມັນຈະເລີ້ມຫລຸດຜ່ອນຂໍ້ຈຳກັດ​ສ່ວນ​ໃຫຍ່​ກ່ຽກ​ວັບໄວຣັສໂຄໂຣນາຂອງຕົນ ໃນວັນທີ 20 ມີນາ ຈະມາເຖິງນີ້ ໃນຂະນະທີ່ອັດຕາການຕິດແປດ​ ຈາກ ການແຜ່ລະບາດຂອງ​ໄວ​ຣັ​ສສາຍພັນ
ໃໝ່ໂອໄມຄຣອນຫຸລດລົງ. ນາຍົກລັດຖະມົນຕີໂອລາຟ ໂຊລສ໌ (Olaf Scholz) ໄດ້ເຫັນພ້ອມກັບແຜນການໃນວັນພຸດວານນີ້ ທີ່ຍົກ​ເລີກສ່ວນໃຫຍ່ຂອງ​ຂໍ້ຈຳກັດຢູ່ໃນສາມຂັ້ນຕອນ ທີ່ຮ້ອງວັນທີ 20 ມີນາ ວ່າເປັນ “​ວັນ​ແຫ່ງເສລີພາບ.”

ການຕັດສິນໃຈຂອງເຢຣະມັນ ມີຂຶ້ນຫຼັງຈາກປະເທດເພື່ອນບ້ານອອສເຕຣຍ ແລະສວິດເຊີແລນ ໄດ້ຍົກ​ເລີກ​ຂໍ້​ຈຳ​ກັດຫຼາຍຢ່າງ ເຖິງແມ່ນວ່າໄວຣັສຍັງສືບຕໍ່ແຜ່​ລະ​ບາດຢ່າງໄວ​ຢູ່​ກໍ​ຕາມ.

​ປະ​ທານ​ປະ​ເທດຈີນ ທ່ານສີ ຈິ້ນຜິງ ໄດ້ກ່າວຕໍ່ຮົງກົງ ໃນວັນພຸດວານນີ້ ໃຫ້ “ເອົາມາດຕະການທີ່ຈຳເປັນທັງໝົດ” ເພື່ອຄວບຄຸມການແຜ່ລະບາດທີ່​ນຳ​ໜ້າ ໂດຍ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ຫຼັງຈາກຫົວ
ໜ້າບໍລິຫານ ຮົງກົງ ທ່ານນາງແຄຣີ ແລມ (Carrie Lam) ໄດ້ຕັດສິນໃຈວາງມາດຕະການທີ່ເຄັ່ງຄັດໃນການຄວບຄຸມໄວ​ຣັ​ສ​ດັ່ງ​ກ່າວ.

ຫົວໜ້າບໍລິຫານຮົງກົງ ໄດ້ກ່າວຕໍ່ບັນດານັກຂ່າວໃ ນວັນອັງຄານທີ່ຜ່ານມາວ່າ ບໍ່ມີແຜນທີ່ຈະວາງມາດຕະການປິດເມືອງທັງໝົດ ຢູ່ໃນສູນ​ກາງ​ການ​ເງິນ ເພື່ອ​ຮັບ​ມືກັບການຕິດແປດທີ່​ເພີ້ມຂຶ້ນໃໝ່ຂອງໄວຣັສໂຄໂຣນາ. ພວກເຈົ້າໜ້າທີ່ສາທາລະນະສຸກ ໄດ້ປະກາດວ່າມີຫຼາຍກວ່າ 1,600 ກໍລະນີ​ໃໝ່​ໃນ​ການ​ຕິດໂຄວິດ-19 ໃນວັນອັງຄານທີ່ຜ່ານມານຶ່ງມື້ຫຼັງຈາກໄດ້​ພິ​ມ​ເຜີຍ​ແຜ່​ໂຕ​ເລກ​ຜູ້​ຕິດ​ເຊື້ອ​ໃໝ່​ທີ່ສູງ​ເປັນ​ປະ​ຫວັດ​ການ 2,071 ກໍ​ລະ​ນີ.

ທ່ານນາງແລມໄດ້ກ່າວໃນວັນຈັນທີ່ຜ່ານມານີ້ວ່າ “ການລະ​ບາດຂອງ​ເຊື້ອ​ໄວ​ຣັ​ສ ຄື້ນຟອງທີຫ້າ ​ໄດ້​ສາ​ງ​ຄວາມ​ເສຍ​ຫາຍຢ່າງໜັກ ​ໃຫ້ແກ່ຮົງກົງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG