ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

ເຢຍຣະມັນ ຮຽກທູດ ສຫລ ເຂົ້າພົບ ກ່ຽວກັບ ການກ່າວຫາ ສອດແນມ ຄັ້ງໃໝ່ (ວີດີໂອ)


ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ເຢຍຣະມັນ ທ່ານ John B. Emerson

ເຢຍຣະ​ມັນ​ໄດ້​ຮຽກໂຕ​ເອກ​ອັກຄະ​ລັດຖະທູດສະຫະລັດ​ເຂົ້າ​ພົບ​
ໃນ​ວັນ​ສຸກ​ວານນີ້ ກ່ຽວ​ກັບ​ການ​ກ່າວ​ຫາ​ວ່າ ຜູ້​ຕ້ອງ​ສົງ​ໄສ​ຄົນ​ນຶ່ງ
​ທີ່​ຖືກ​ຈັບໃນ​ອາທິດ​ນີ້ ​ສອດແນມໃຫ້​ແກ່ສະຫະລັດ.

ກະຊວງ​ການ​ຕ່າງປະ​ເທດເຢຍຣະມັນກ່າວ​ວ່າ ຕົນ​ໄດ້​ຮ້ອງຂໍໃຫ້
ເອກ​ອັກຄະ​ລັດຖະທູດ John B. Emerson ​ຊ່ວຍ​ເຫລືອ​ໃນ​ອັນ
​ທີ່​ຮ້ອງ​ວ່າ “ໃຫ້ຄວາມ​ກະຈ່າງ​ແຈ້ງ​” ກ່ຽວກັບ​ຄະ​ດີນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ເຢຍຣະ​ມັນ ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ຖືກ​ຈັບ​ໃນ​
ວັນ​ພຸດ​ທີ່​ຜ່ານ​ມາ ​ໃນ​ຖານ​ສົງ​ໄສເປັນ​ນັກ​ສືບ​ໃຫ້​ແກ່ອົງການ​ສືບ​ລັບ
​ຕ່າງປະ​ເທດ.

​ເຂົາ​ເຈົ້າ​ບໍ່​ໄດ້​ເປີດ​ເຜີຍ​ຜູ້​ຕ້ອງ​ສົງ​ໄສ ຫລື​ວ່າ​ແມ່ນ​ລັດ​ຖະບານ​ໃດ ທີ່​ລາວ​ສອດ ແນມ​ໃຫ້.

​ແຕ່​ບັນດາ​ໜັງສືພິມ​ເຢຍຣະ​ມັນກ່າວ​ວ່າ ລາວ​ໄດ້​ເຮັດ​ວຽກ​ໃຫ້​ແກ່ຫ້ອງການ​ສືບ​ລັບ​ ເຢຍຣະ​
ມັນ ​ແລະ​ໄດ້​ສົ່ງຂໍ້ມູນ​ໄປ​ໃຫ້ ສະຫະລັດ ໃນການສືບສວນຂອງຄະນະ ກຳມະການສະພາ
ກ່ຽວກັບກິດຈະ​ການສືບ​ລັບ​ຂອງສະຫະລັດ ຢູ່​ໃນ​ເຢຍຣະ​ມັນ.

​ບັນດາ​ເຈົ້າ​ໜ້າ​ທີ່ເຢຍຣະ​ມັນ ​ແລະສະຫະລັດ ຍັງ​ບໍ່​ທັນ​ໄດ້​ຖະ​ແຫລ​ງ​ໃດໆ​ກ່ຽວ​ກັບ​ລາຍ​ງານ
ດັ່ງກ່າວ ​ແຕ່​ນາຍົກລັດຖະມົນຕີ Angela Merkel ​ໄດ້​ຖືກ​ແຈ້ງ​ໃຫ້​ຮູ້​ແລ້ວ ກ່ຽວ​ກັບ​ການ​ຈັບ​
ກຸ​ມນີ້.

​ເຢຍຣະ​ມັນ ​ໄດ້​ສົງ​ໄ​ສກ່ຽວ​ກັບ​ກິດຈະ​ການ​ສືບ​ລັບຂອງສະຫະລັດ ນັບ​ຕັ້ງ​ແຕ່ ໄດ້ມີການເປີດ
ເຜີຍເອກກະສານ ໂດຍ​ອະດີດພະນັກງານ​ສັນຍາ​ຈ້າງຂອງອົງ ການສືບລັບ​ສະຫະລັດ ທ້າວ
Edward Snowden ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ສະຫະລັດໄດ້ສອດແນມເບິ່ງ​ປະຊາຊົນເຢຍຣະ​
ມັນ ​ແລະ​ລັກ​ຟັງໂທລະສັບມື​ຖື​ຂອງທ່ານ​ນາງ Merkel.

GERMANY US SPYING SOT
please wait
Embed

No media source currently available

0:00 0:00:33 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG