ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ປະທານາທິບໍດີໂອບາມາ ຫາກໍຮູ້ ເລື້ອງການສອດແນມ ນາຍົກລັດຖະມຸນຕີ ເຢຍຣະມັນ (ວີດີໂອ)


ນາບົກລັດຖະມຸນຕີເຢຍຣະມັນ ທ່ານນາງ Angela Merkel ໄປຮອດກອງປະຊຸມສຸດຍອດ ຢູໂຣບ ທີ່ກຸງ Brussels, ວັນທີ 25 ຕຸລາ 2013.
ໜັງສືພິມ​ຊັ້ນ​ນຳ​ສະບັບ​ນຶ່ງ​ຂອງ​ສະຫະລັດ ກ່າວ​ວ່າ ປະທານາ
ທິບໍດີ ບາຣັກ ​ໂອ​ບາ​ມາ ແຫ່ງ​ສະຫະລັດ ​ບໍ່​ໄດ້​ຮູ້ຈັກເປັນ​ເວລາ
​ເກືອ​ບ 5 ປີວ່າ​ ພວກ​ສອດ​ແນມຂອງ​ທ່ານ​ໄດ້​ດັກ​ຟັງ​ໂທລະສັບ​
ຂອງ​ບັນດາ​ຜູ້ນຳ​ຂອງ​ໂລກ ຮວມທັງ​ທ່ານ​ນາງ Angela Merkel
ນາຍົກລັດຖະມຸນຕີ​ເຢຍຣະມັນ ​ແລະ​ວ່າ ບັດ​ນີ້​ໂຄງ​ການ​ດັ່ງກ່າວ​
ໄດ້​ຍຸດຕິ​ລົງ​ແລ້ວ.

​ລາຍ​ງານ​ຂອງ​ໜັງສືພິມThe Wall Street Journal ​ໃນ​ວັນ​ຈັນ
​ມື້​ນີ້ ​ທີ່ອ້າງ​ເຈົ້າ​ໜ້າ​ທີ່ສະຫະລັດ​ຈຸ​ນຶ່ງ ​ທີ່​ບໍ່​ໄດ້​ບອກ​ຊື່ໃຫ້​ຮູ້​ ​ເວົ້າວ່າ
ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ຮູ້ຈັກເລື້ອງ​ສອດ​ແນມ​ດັ່ງກ່າວ ​ຫຼັງ
ຈາກອອກ​ຄຳ​ສັ່ງ​ໃຫ້​ທຳ​ການ​ທົບ​ທວນຄືນ​ເບິ່ງ​ພາຍ​ໃນ ​ເມື່ອບໍ່​
ເທົ່າ​ໃດ​ເດືອນ​ຜ່ານມາ​ນີ້​ເອງ.

ລາຍ​ງານ​ໜັງສືພິມດັ່ງກ່າວເວົ້າ​ວ່າການ​ທົບ​ທວນຄືນ​ເບິ່ງ​ໄດ້ພົບ​ເຫັນ​ວ່າອົງການຄວາມ
ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດໄດ້​ດັກ​ຟັງ​ໂທລະສັບ​ຂອງ​ບັນດາ​ຜູ້ນຳ​ຂອງ​ໂລກ 35 ຄົນ
​ແລະ​ເວົ້າ​ຕື່ມ​ວ່າ ທາງອົງການໄດ້​ຢຸດ​ລາຍການສອດ​ແນມ​ດັ່ງກ່າວ​ນີ້​ເປັນສ່ວນ​ຫຼາຍ
​ແລ້ວຫຼັງ​ຈາກ​ທີ່ທຳນຽບຂາວໄດ້​ຮູ້​ເລື້ອງແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ ຫຼື NSA ​ໄດ້ມີ​
ໂຄງການດັກ​ຟັງ​ໂທລະສັບ​ຢ່າງ​ຫຼວງຫຼາຍ​ຈົນ​ບໍ່​ສາມາດ​ທີ່​ຈະລາຍ​ງານ​ໃຫ້​ປະທານາ
ທິບໍດີ ​ຮູ້ທຸກ​ເລື້ອງ​ໄດ້.

ແຕ່​ວ່າ ໜັງສືພິມ Bild am Sonntag ຂອງ​ເຢຍຣະມັນໄດ້​ອ້າງ​ຄຳ​ເວົ້າ​ຂອງເຈົ້າ​ໜ້າທີ່​
NSA ທີ່​ບໍ່ເປີດ​ເຜີຍ​ຊື່​ຄົນ​ນຶ່ງ​ ທີ່ເວົ້າ​ວ່າປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ຮັບ​ລາຍ​ງານໂດຍ​
ສັງ​ເຂ​ບຈາກ​ອົງການ NSAໃນປີ 2010 ທີ່ແຈ້ງ​ໃຫ້​ທ່ານ​ຊາບ​ວ່າ ພວກ​ສອດ​ແນມສະຫະ
ລັດໄດ້​ດັກ​ຟັງ​ໂທລະສັບມື​ຖື​ຂອງ​ນາຍົກລັດຖະມຸນຕີ Angela Merkel.

ອົງການ NSA ​ໄດ້​ປະຕິ​ເສດ​ວ່າ ປະທານາທິບໍດີໂອ​ບາ​ມາ ບໍ່​ເຄີຍ​ໄດ້​ໂອ້​ລົມກ່ຽວ​ກັບ ​
ການ​ປະຕິບັດ​ງານ​ທີ່​ຖືກ​ກ່າວ​ຫາ​ນີ້ທີ່​ພົວພັນ​ກັບ​ນາຍົກລັດຖະມຸນຕີ Angela
Merkel ນັ້ນ​ຈັກ​ເທື່ອ.

ຂ່າວການດັກຟັງໂທລະສັບ ເຮັດໃຫ້ຄວາມສໍາພັນ ຂອງອາເມຣິກາ ກັບພັນທະມິດ ສັ່ນຄອນ:

NSA Spying Charges Shake US Alliances
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ



XS
SM
MD
LG