ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ຊອກຫາ ຜູ້ຊາຍຕູນີເຊຍ ທີ່ກ່ຽວຂ້ອງ ນຳການໂຈມຕີ ຢູ່ຕະຫຼາດຄຣິສມາສ


ຕຳຫຼວດລາດຕະເວນ ທີ່ຕະຫລາດຄຣິສມາສ ໃນເມືອງ Dortmund ປະເທດເຢຍຣະມັນ. (20 ທັນວາ 2016)​
ຕຳຫຼວດລາດຕະເວນ ທີ່ຕະຫລາດຄຣິສມາສ ໃນເມືອງ Dortmund ປະເທດເຢຍຣະມັນ. (20 ທັນວາ 2016)​

ເຈົ້າໜ້າ​ທີ່​ເຢຍຣະມັນ ​ໃນ​ວັນ​ພຸດ​ມື້ນີ້ ​ພວມ​ຊອກ​ຄົ້ນຫາ​ຜູ້​ທີ່​ຮັບຜິດຊອບ ​ໃນ​ການ​ຂັບ​ລົດ​ບັນທຸກ​ເຂົ້າຢຽບ​ຝູງ​ຊົນ ທີ່​ຕະຫຼາດ​ຄຣິສມາສ​ໃນ​ນະຄອນ​ເບີ​ລິນ ນຶ່ງ​ມື້ຫລັງ​ຈາກ​ໄດ້​ປ່ອຍ​ຊາຍ​ຄົນ​ນຶ່ງ ທີ່​ຖືກ​ຈັບ​ບໍ່​ດົນຫລັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ​ ທີ່​ເຮັດໃຫ້ 12 ຄົນ​ເສຍ​ຊີວິດ.

ສື່​ມວນ​ຊົນ​ຂອງ​ເຢຍຣະມັນ​ກ່າວ​ວ່າ ຕຳຫຼວດກຳລັງ​ຊອກ​ຫາ​ໂຕ​ຜູ້​ຊາຍ​ຊາວ​ຕູ​ນີ​ເຊຍ​ຄົນ ​ນຶ່ງ ອີງ​ຕາມ​ເອກ​ກະສາ​ນທີ່​ພົບ​ເຫັນ​ຢູ່​ໃນ​ລົດ​ບັນທຸກ.

ຕຳຫຼວດ​ໃນ​ນະຄອນ​ເບີ​ລິນ ​ກ່າວ​ວ່າ ຕົນ​ໄດ້​ຮັບ​ຂໍ້​ມູນກ່ຽວຂ້ອງ ​ຈາກ​ການ​ລາຍ​ງານ​ທາງ ໂທລະສັບຈາກ 500 ກວ່າຄົນ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ແລ້ວ.

ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ ທີ່​ມີ​ຂຶ້ນ​ເພື່ອ​ເປັນການສະ ໜອງ​ຕອບ​ຕໍ່​ການ​ຮຽກຮ້ອງ​ໃຫ້​ຜູ້​ຄົນແນ​ເປົ້າໝາຍ​ການ​ໂຈ​ມຕີ​ໃສ່​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ ທີ່​ປະກອບ​ສ່ວນ​ເຂົ້າຮ່ວມ​ໃນ​ແນວ​ໂຮມ ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ​ເພື່ອ​ທຳລາຍ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ.

Germany Mourns Victims, Searches for Perpetrator of Berlin Attack
please wait

No media source currently available

0:00 0:01:49 0:00

​ເຢຍຣະມັນ​ບໍ່​ໄດ້​ຮວມຢູ່​ໃນ​ບັນດາ​ປະ​ເທດ ທີ່​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເປົ້າໝາຍກຸ່ມ​ລັດ​ອິສລາມ​ໃນ​ອີຣັກ​ແລະ​ຊີ​ເຣຍ ​ແຕ່​ຮັບ​ໜ້າ​ທີ່​ເປັນ​ຜູ້​ໃຫ້ການ​ສະໜັບສະໜຸນ​ຮວມທັງ​ຕື່ມ​ ນ້ຳມັນ​ແລະ​ບິນ​ສອດ​ແນມ.

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ທີ່ໄດ້​ວາງ​ດອກ​ກຸຫຼາບຂາວ ​ຢູ່ບ່ອນ​ທີ່​ຖືກ​ໂຈມ​ຕີ ນອກໂບດ​ໃຫຍ່ Kaiser Wilhelm ​ໃນ​ວັນ​ອັງຄານ​ວານ​ນີ້ ກ່າວ​ວ່າ ທ່ານ​ນາງ​ຕື່ນ​ຕົກ​ໃຈ ສັ່ນ ​ແລະ​ຮູ້ສຶກ​ເສົ້າ​ໂສກ​ເປັນ​ທີ່​ສຸດ ກ່ຽວກັບການ​ໂຈມ​ຕີ​ດັ່ງກ່າ​ວ.

ທ່ານ​ນາງ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລງການ ທີ່​ອອກ​ອາກາດ​ ທາງ​ໂທລະພາບ​ທົ່ວ​ປະ​ເທດ​ວ່າ “ສິບ​ສອງ​ຄົນ​ທີ່​ຍັງ​ຢູ່​ນຳ​ພວກ​ເຮົາ​ໃນ​ມື້ວານ​ນີ້ ທີ່​ຫວັງ​ວ່າ​ຈະ​ໄດ້​ສະຫຼອງ ບຸນຄຣິສມາສ ທີ່​ໄດ້​ວາງ​ແຜນ​ ສຳ​ລັບ​ວັນພັກ ບໍ່​ໄດ້​ຢູ່​ນຳ​ພວກ​ເຮົາ ​ອີກ​ຕໍ່​ໄປ​ແລ້ວ. ການ​ກະທຳ​ ທີ່​ໜ້າ​ຢ້ານ​ກົວ​ແລະ​ບໍ່​ສາມາດ​ທີ່​ຈະ​ເຂົ້າໃຈ​ໄດ້​ນັ້ນ ​ໄດ້​ປຸ້ນ​ສະດົມເອົາ​ຊີ​ວິດຂອງ​ພວກ​ເຂົາ​ເຈົ້າ.”

​ໃນ​ຕອນ​ເຊົ້າວັນ​ອັງຄານ​ວານ​ນີ້ ຜູ້​ບັນຊາ​ການ​ຕຳຫຼວດຮັບຜິດຊອບ​ກ່ຽວ​ກັບ​ຄະດີ​ອາ​ຊະ​ຍາ​ກຳ​ຂອງ​ລັດຖະບານ​ກາງ​ເຢຍຣະມັນກ່າວ​ວ່າ ຕຳຫຼວດຍັງ​ບໍ່​ທັນ​ພົບ​ເຫັນປືນທີ່​ເຊື່ອ​ວ່າ​ໄດ້​ມີ​ການ​ໃຊ້​ສັງຫານ​ຄົນ​ຂັບ​ລົດ​ທີ່​ເປັນ​ຊາວ​ໂປ​ແລນ​ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG