ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍົກເຢຍຣະມັນເຕືອນ​ວ່າ "ມັນ​ຈະ​ມີ​ຜົນ​ຕາມ​ມາ" ຖ້າ​ຫາກ​ຈີນ​ ສົ່ງ​ອາ​ວຸດ​ໃຫ້​ແກ່​ຣັດ​ເຊຍ


ນາຍົກລັດຖະມົນຕີເຢຍຣະມັນ, ທ່ານໂອລາຟ ໂຊລສ໌ ຕ້ອນ​ຮັບ ປະທານກໍາມາທິການຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ເພື່ອ​ເຂົ້າ​ໄປ​ໃນ​ຫ້ອງ​ປະ​ຊຸມ​ປິດ​ລັບ​ຂອງ​ລັດ​ຖະ​ບານ​ເຢຍ​ຣະ​ມັນ ທີ່​ດຳ​ເນີນ​ໄປ​ສອງວັນ ຢູ່​ທີ່​ທຳ​ນຽບ Meseberg ໃກ້​ນະ​ຄອນ​ຫລວງ​ເບີ​ລິນ, ວັນ​ທີ 5 ມີ​ນາ, 2023.
ນາຍົກລັດຖະມົນຕີເຢຍຣະມັນ, ທ່ານໂອລາຟ ໂຊລສ໌ ຕ້ອນ​ຮັບ ປະທານກໍາມາທິການຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ເພື່ອ​ເຂົ້າ​ໄປ​ໃນ​ຫ້ອງ​ປະ​ຊຸມ​ປິດ​ລັບ​ຂອງ​ລັດ​ຖະ​ບານ​ເຢຍ​ຣະ​ມັນ ທີ່​ດຳ​ເນີນ​ໄປ​ສອງວັນ ຢູ່​ທີ່​ທຳ​ນຽບ Meseberg ໃກ້​ນະ​ຄອນ​ຫລວງ​ເບີ​ລິນ, ວັນ​ທີ 5 ມີ​ນາ, 2023.

ນາຍົກລັດຖະມົນຕີເຢຍຣະມັນ, ທ່ານ​ໂອ​ລາ​ຟ ໂຊ​ລ​ສ໌ (Olaf Scholz) ກ່າວວ່າ ມັນຈະມີ “ຜົນຕາມ​ມາ” ຖ້າຈີນສົ່ງອາວຸດໃຫ້ແກ່ຣັດເຊຍ ເພື່ອເຮັດສົງຄາມຂອງມົສກູ ໃນຢູເຄຣນ, ແຕ່ທ່ານກໍມີ​ຄວາມຫວັງໃນ​ແງ່ດີ ວ່າປັກກິ່ງຈະຫຼີກລ້ຽງການກະທຳດັ່ງກ່າວ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ຄຳ​ເຫັນ​ຂອງ​ທ່ານໂຊລສ໌ ມີ​ຂຶ້ນຢູ່​ໃນ​ການ​ໃຫ້​ສຳພາດ​ຕໍ່ອົງ​ການ​ຂ່າວ CNN ທີ່​ອອກ​ອາກາດ​ໃນ​ວັນ​ອາທິດ​ວານ​ນີ້ ສອງ​ມື້​ພາຍ​ຫຼັງ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ເຕືອນ​ເມື່ອ​ມໍ່ໆມາ​ນີ້​ວ່າ ຈີນ​ອາດ​ຈະ​ອອກ​ຈາກການ​ເປັນ​ຜູ້​ຢືນ​ເບິ່ງຢູ່​ຂ້າງ​ນອກ ແລະ​ເລີ້ມ​ຈັດສົ່ງອາ​ວຸດ ​ແລະ​ລູກ​ປືນ​ໃຫ້ແກ່​ມົສ​ກູ. ກ່ອນ​ການ​ເດີນ​ທາງ​ຂອງ​ທ່ານນັ້ນ, ທ່ານ ໂຊລສ໌ ​ໄດ້​ຮຽກຮ້ອງ​ໃຫ້​ປັກ​ກິ່ງ​ຫຼີກ​ລ້ຽງ​ການ​ສົ່ງ​ອາວຸດ ​ແລະ ​ກົງ​ກັນ​ຂ້າມໃຫ້​ໃຊ້​ອິດ​ທິພົນ​ຂອງ​ຕົນ ​ເພື່ອ​ກົດ​ດັນ​ໃຫ້ຣັດ​ເຊຍຖອນ​ທະຫານ​ອອກ​ຈາກ​ຢູ​ເຄຣນ.

ເມື່ອຖືກຖາມໂດຍ CNN ວ່າ ທ່ານສາມາດວາດ​ພາບ ​ໃຫ້​ເຫັນເຖິງການລົງໂທດຈີນ ໄດ້ບໍ ຖ້າວ່າ​ຈີນຊ່ວຍຣັດເຊຍ ທ່ານໂຊລສ໌ ຕອບວ່າ, "ຂ້າພະ​ເຈົ້າຄິດວ່າມັນຈະມີ ຜົນຕາມ​ມາ, ແຕ່​ດຽວນີ້ ພວກເຮົາຢູ່ໃນຂັ້ນຕອນທີ່ພວກເຮົາຢາກບອກ​ໃຫ້​ຮູ້​ຢ່າງຈະແຈ້ງວ່າ ເລື້ອງນີ້ບໍ່ຄວນເກີດຂຶ້ນ, ແລະ "ຂ້າພະ​ເຈົ້າ ກໍ່ຂ້ອນ​ຂ້າງມີຄວາມຫວັງ ໃນແງ່ດີຢູ່ວ່າ ພວກເຮົາຈະປະສົບຜົນສໍາເລັດ ກັບຄໍາຮ້ອງຂໍຂອງພວກເຮົາ ໃນກໍລະ ນີນີ້, ແຕ່ພວກເຮົາຈະຕ້ອງໄດ້ເບິ່ງ (ມັນໄປ) ແລະພວກເຮົາກໍຕ້ອງມີຄວາມລະ ມັດລະວັງຫຼາຍ."

ທ່ານບໍ່ໄດ້ອະທິບາຍຢ່າງລະອຽດ ກ່ຽວກັບລັກສະນະຂອງຜົນ​ຕາມ​ມາ​ທີ່​ວ່ານັ້ນ. ເຢຍ​ຣະ​ມັນ ​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ຢູ​ໂຣບ ແລະ​ຈີນ​ແມ່ນ​ຄູ່ຄ້າລາຍ​ໃຫຍ່​ທີ່​ສຸດ​ພຽງຜູ້​ດຽວ​ຂອງ​ປະ​ເທດ​ນັ້ນ​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ເມື່ອກັບຄືນໄປເຢຍຣະມັນແລ້ວ ທ່ານໂຊລສ໌ ຖືກຖາມໃນວັນອາທິດວານນີ້, ຫຼັງຈາກ ຄະນະລັດຖະບານຂອງທ່ານ ໄດ້ພົບກັບ ປະທານກໍາມາ​ທິການຢູ​ໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢນ (Ursula von der Leyen) ວ່າ ທ່ານໄດ້ຮັບຫຼັກຖານ ທີ່ແນ່ນອນ ຈາກສະຫະລັດບໍ່ ວ່າຈີນກໍາລັງພິຈາລະນາການຈັດສົ່ງອາວຸດ ແລະ ຖາມ ວ່າ ທ່ານຈະສະຫນັບສະຫນຸນການລົງໂທດຕໍ່ປັກກິ່ງ ຫຼືບໍ່ ຖ້າຈີນຊ່ວຍປະກອບອາວຸດໃຫ້​ແກ່​ຣັດເຊຍ.

​ທ່າ​ນາ​ຍົກ​ຕອບ​ວ່າ "ພວກ​ເຮົາ​ຫມົດທຸກ​ຄົນ​ເຫັນ​ດີນຳ​ກັນ​ວ່າ ​ຈະ​ຕ້ອງ​ບໍ່ໃຫ້​ມີ​ການ​ຈັດ​ສົ່ງ​ອາ​ວຸດ​ ແລະ​ລັດ​ຖະ​ບານ​ຈີນ​ກໍ​ກ່າວ​ວ່າຕົນ ​ຈະ​ບໍ່ຈັດ​ສົ່ງໃຫ້​ຈັກ​ເທື່ອ​.​" "ນັ້ນແມ່ນ ສິ່ງທີ່ພວກເຮົາຮຽກຮ້ອງ​ໃຫ້​ເຮັດ ແລະພວກເຮົາກໍາລັງຕິດ​ຕາມເບິ່ງຢູ່."

ທ່ານບໍ່ໄດ້ຕອບຄໍາຖາມກ່ຽວ​ກັບການລົງໂທດເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG