ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ເມສາ ໒໐໒໖

ເຢຍ​ຣະ​ມັນ​ ເວົ້າ​ວ່າ​ເຂົາ​ເຈົ້າ​ຈະ​ສືບ​ຕໍ່​ການ​ເນ​ລະ​ເທດ​ຄົນ​ກັບ​ໄປ ອັ​ຟ​ກາ​ນິ​ສ​ຖານ

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ລະ​ນຶກ​ເຖິງ​ເພື່ອນ​ຮ່ວມ​ງານ​ໃນ​ເມືອງ ແມນ​ໄຮ​ມ໌, ຫຼັງ​ຈາກ​ຮູ້​ວ່າ​ຕຳຫຼວດ​ທີ່​ຖືກ​ແທງ​ໄດ້​ເສຍ​ຊີ​ວິດ, 2 ມິ​ຖຸ​ນາ 2024. (AP Photo/Michael Probst, File)
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ລະ​ນຶກ​ເຖິງ​ເພື່ອນ​ຮ່ວມ​ງານ​ໃນ​ເມືອງ ແມນ​ໄຮ​ມ໌, ຫຼັງ​ຈາກ​ຮູ້​ວ່າ​ຕຳຫຼວດ​ທີ່​ຖືກ​ແທງ​ໄດ້​ເສຍ​ຊີ​ວິດ, 2 ມິ​ຖຸ​ນາ 2024. (AP Photo/Michael Probst, File)

ເຢຍ​ຣະ​ມັນ ເວົ້າ​ວ່າ​ເຂົາ​ເຈົ້າ​ໄດ້​ສືບ​ຕໍ່​ສົ່ງ​ຜູ້​ທີ​ຖືກ​ຕັດ​ສິນ​ວ່າ​ເປັນ​ອາ​ຊະ​ຍາ​ກອນ​ຄົນ​ສັນ​ຊາດ ອັ​ຟ​ກາ​ນິ​ສ​ຖານ ກັບ​ຄືນ​ໄປ​ປະ​ເທດ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ສຸກມື້ນີ້, ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ເບີ​ລິນ ໄດ້​ຕ່າວ​ປີ້ນ​ນະ​ໂຍ​ບາຍ​ເພື່ອ​ໂຈະ​ການ​ເນ​ລະ​ເທດ​ຄົນ​ກັບ​ໄປ​ປະ​ເທດ​ທີ່​ຖືກ​ປົກ​ຄອງ​ໂດຍ​ກຸ່ມ​ຕາ​ລີ​ບານ​ນັ້ນ.

ລັດ​ຖະ​ບານ​ປະ​ສົມ​ດັ່ງ​ກ່າວ​ໄດ້​ຖືກ​ກົດ​ດັນ​ເພື່ອ​ເອົາ​ທ່າ​ທີ​ທີ່​ໜັກ​ໜັກ​ແໜ້ນກວ່າ​ເກົ່າ ກ່ຽວ​ກັບ ຄົນ​ເຂົ້າ​ເມືອງ ຫຼັງ​ຈາກ​ການ​ໃຊ້​ມີດ​ແທນ​ຄົນ​ທີ່​ໂຫດ​ຮ້າຍ​ໄດ້​ເຊື່ອມ​ໂຍງ​ກັບ​ກຸ່ມ​ລັດ ອິ​ສ​ລາມ ຢູ່​ງານ​ເທດ​ສະ​ການ​ຂອງ​ເມືອງ​ນຶ່ງ​ເມື່​ອ​ອາ​ທິດ​ແລ້ວນີ້ ແລະ ​ຫລັງ​ຈາກ​ຜູ້​ຊາຍ ອັ​ຟ​ກາ​ນິ​ສ​ຖານ ໄດ້​ແທງ​ຕຳ​ຫຼວດ ເຢຍ​ຣະ​ມັນ ຕາຍ​ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ.

ວາ​ລະ​ສານ ສ​ປີ​ໂກ ໄດ້​ລາຍ​ງານ​ວ່າ ຖ້ຽວ​ບິນໄປ​ນະ​ຄອນຫຼວງ ກາ​ບູ​ລ ໄດ້​ບິນ​ອອກ​ຈາກ​ເມືອງ ໄລ​ບ​ຊິກ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ພ້ອມ​ກັບ​ອາ​ຊະ​ຍາ​ກອນ​ 28 ຄົນ​ຢູ່​ເທິງ​ເຮືອ​ບິນ ​ຫລັງ​ຈາກ​ການ​ເຈ​ລະ​ຈາ​ລັບຫຼາຍ​ເດືອນ​ກັບ​ຜູ້​ໄກ່​ເກ່ຍ ປະ​ເທດ ກາ​ຕ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Germany said it resumed flying convicted criminals of Afghan nationality to their home country on Friday, as Berlin reverses a policy to hold off on deportations to the Taliban-ruled country.

The coalition government has come under pressure to take a tougher stance on migration after a deadly stabbing linked to Islamic State at a city festival a week ago and after an Afghan man stabbed a German policeman to death in a knife attack in June.

Spiegel magazine reported that a Kabul-bound flight took off from Leipzig early on Friday with 28 convicted criminals onboard after months of secret negotiations with mediator Qatar.

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG