ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີເຢຍຣະມັນ ທ່ານໂຊລສ໌ ຮຽກຮ້ອງໃຫ້ມີການເຈລະຈາເພີ່ມຕື່ມ ຫຼັງຈາກກອງປະຊຸມຊຸດຍອດຢູເຄຣນ ທີ່ນຳພາໂດຍຊາອຸດີ


ແຟ້ມພາບ - ນາຍົກລັດຖະມົນຕີເຢຍລະມັນທ່ານໂອລາຟ ໂຊລສ໌ (Olaf Scholz) ສະແດງທ່າທາງໃນລະຫວ່າງໃຫ້ສຳພາດ ໃນນະຄອນຫຼວງເບີລິນ ວັນທີ 3 ກໍລະກົດ 2023
ແຟ້ມພາບ - ນາຍົກລັດຖະມົນຕີເຢຍລະມັນທ່ານໂອລາຟ ໂຊລສ໌ (Olaf Scholz) ສະແດງທ່າທາງໃນລະຫວ່າງໃຫ້ສຳພາດ ໃນນະຄອນຫຼວງເບີລິນ ວັນທີ 3 ກໍລະກົດ 2023

ນາຍົກລັດຖະມົນຕີເຢຍລະມັນທ່ານໂອລາຟ ໂຊລສ໌ (Olaf Scholz) ໃນວັນອາທິດວານນີ້ ໄດ້ກ່າວຍິນດີກັບກອງປະຊຸມສຸດຍອດທີ່ນຳພາໂດຍ ຊາອຸດີ (Saudi) ເມື່ອບໍ່ດົນມານີ້ ກ່ຽວກັບຂໍ້ຕົກລົງສັນຕິພາບ ເພື່ອຢຸດຕິການສູ້ລົບຢູ່ໃນຢູເຄຣນ ແລະຮຽກຮ້ອງໃຫ້ມີຄວາມພະຍາຍາມ ທາງດ້ານການທູດຕື່ມອີກ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ຜູ້ຕາງຫນ້າຈາກປະມານ 40 ປະເທດ, ລວມທັງຈີນ, ເຢຍ​ຣະມັນ, ອິນເດຍແລະສະຫະລັດ, ໄດ້ເຂົ້າຮ່ວມການຊຸມນຸມໃນທ້າຍອາທິດທີ່ຜ່ານມາ ​ຢູ່ນະຄອນເຈດດາ (Jeddah), ເຖິງແມ່ນວ່າ​ຣັດເຊຍຈະບໍ່ໄດ້ຖືກເຊື້ອເຊີນກໍ່ຕາມ.

ທ່ານ ໂຊລສ໌ (Scholz) ກ່າວ​ໃນ​ການ​ໃຫ້​ສຳ​ພາດຊ່ວງລະດູຮ້ອນ​ປະຈຳ​ປີກັບສະຖານນີໂທລະພາບເຢຍຣະມັນ ຊີດີເອຟ ZDF ວ່າ "ມັນ​ເປັນເລື້ອງສົມເຫດສົມຜົນ​ສຳ​ລັບ​ພວກ​ເຮົາ ​ທີ່​ຈະດຳເນີນການເຈລະຈາເຫຼົ່ານີ້ຕໍ່ໄປ, ເພາະພວກ​ເຂົາ​ເຈົ້າ​ເພີ່ມ​ຄວາມ​ກົດ​ດັນ​ໃຫ້ຣັດ​ເຊຍ ​ຮັບ​ຮູ້​ວ່າ​ຕົນ​ໄດ້​ເດີນ​ທາງ​ຜິດ​ ແລະ ຈຳ ເປັນ​ຕ້ອງ​ຖອນ​ທະ​ຫານ​ອອກ ແລະ​ເຮັດ​ໃຫ້​ສັນ​ຕິ​ພາບ​ເປັນ​ໄປ​ໄດ້".

ການ​ເຈ​ລະ​ຈາ​ສາ​ກົນ​ທີ່​ຄ້າຍ​ຄື​ກັນ ​ເພື່ອຫາ​ລື​ ກ່ຽວ​ກັບ​ເສັ້ນ​ທາງ​ໄປ​ສູ່​ສັນ​ຕິ​ພາບ​ຍັງ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່ນະຄອນຫຼວງ ໂກເປັນເຮເກັນ (Copenhagen) ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ.

ທ່ານ ໂຊລສ໌ (Scholz) ເອີ້ນ​ການ​ເຈ​ລະ​ຈາ​ຢູ່​ເດັນ​ມາກ ແລະ ຊາ​ອຸ​ດີ ອາ​ຣາ​ເບຍ, ທີ່​ຈັດ​ຂຶ້ນ​ຢູ່​ໃນ​ລະ​ດັບ​ທີ່​ປຶກ​ສາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດວ່າ, "ພິ​ເສດ​ຫຼາຍ."

"ກອງປະຊຸມເຫລົ່ານັ້ນ ມີຄວາມສໍາຄັນຫຼາຍ ແລະເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ," ທ່ານ ໂຊລສ໌ (Scholz) ກ່າວ.

ຢູ​ເຄຣນ ກ່າວ​ໃນ​ວັນ​ຈັນນີ້​ວ່າ “ພໍ​ໃຈ” ກັບ​ກອງ​ປະຊຸມ​ສຸດ​ຍອດຊາອຸດີ (Saudi) ​ໃນ​ລະຫວ່າງ​ທີ່ກີຢິບ (Kyiv) ​ພະຍາຍາມລະດົມ​ການ​ສະໜັບສະໜຸນ​ຕໍ່​ແຜນການ​ສັນຕິພາບ 10 ​ຂໍ້​ຂອງ​ຕົນ ເຊິ່ງຮວມ​ທັງ​ການ​ຖອນ​ທະຫານຣັດ​ເຊຍ​ອອກ​ຈາກ​ດິນ​ແດນ​ຢູ​ເຄຣນຢ່າງສົມບູນ.

​ໃນ​ຂະນະ​ດຽວ​ກັນ ມົສກູ ກ່າວ​ວ່າ ຂໍ້ຕົກລົງ​ສັນຕິພາບ​ຈະ​ເປັນ​ໄປ​ໄດ້​ກໍ​ພຽງ​ແຕ່​ຖ້າກີຢິບ (Kyiv) ຍອມ​ຈຳ​ນົນ​ຫຼືວາງ​ອາວຸດ​ເທົ່າ​ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG