ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນສະຫຼອງຄົບຮອບ 20 ປີ ແຫ່ງການ ທ້ອນໂຮມປະເທດ


ນາຍົກລັດຖະມຸນຕີໄປຮ່ວມການສະຫລອງວັນຄົບຮອບ 20 ປີ ແຫ່ງ ການທ້ອນໂຮມປະເທດເຂົ້າກັນຄືນ ທ່ີເມືອງ Bremen ວັນທີ 3 ຕຸລາ 2010
ນາຍົກລັດຖະມຸນຕີໄປຮ່ວມການສະຫລອງວັນຄົບຮອບ 20 ປີ ແຫ່ງ ການທ້ອນໂຮມປະເທດເຂົ້າກັນຄືນ ທ່ີເມືອງ Bremen ວັນທີ 3 ຕຸລາ 2010

ເຢຍຣະມັນ​ກໍາ​ລັງສະຫລອງ​ວັນ​ຄົບຮອບ 20 ປີ​ແຫ່ງ​ການ​ທ້ອນ​ໂຮມ​ ປະ​ເທດ​ຄືນ​ເຂົ້າກັນ​ ດ້ວຍ​ການ​ສະ​ແດງ​ແລະ​ຫລີ້​ນມ່ວນ​ຊື່ນຕ່າງໆ ແລະ​ ກ່າວ​ຍ້ອງຍໍສັນລະ​ເສີນ​ຜົນສໍາ​ເລັດ​ຕ່າງໆ​ຂອງ​ປະ​ເທດ​ ນັບ​ແຕ່​ອະດີດ ເຢຍຣະມັນ​ຕາ​ເວັນ​ອອກ​ແລະ​ເຢຍຣະມັນ​ຕາ​ເວັນ​ຕົກໄດ້​ໂຮມເຂົ້າກັນເປັນ​ຕົ້ນມາ.

ທ່ານ​ນາງ Angela Merkel ນາຍົກລັດຖະມຸນຕີ​ເຢຍຣະມັນ​ກ່າວ​ຕໍ່ນິຕະຍະສານ Super illu ຂອງ​ເຢຍຣະມັນ​ວ່າ ​ຊາວເຢຍຣະມັນ​ຕາ​ເວັນ​ອອກ ​ແມ່ນ​ປະຕິບັດ​ໄດ້​ດີຫລາຍ​ໃນ​ການ​ປັບ​ໂຕ​ເຂົ້າ​ກັບ​ການ​ປ່ຽນ​ແປງຕ່າງໆ ຂອງ​ໄລຍະ 20 ປີຜ່ານມາ​ນີ້.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ກ່າວ​ວ່າ ການ​ທ້ອນໂຮມ​ເຢຍຣະມັນ​ເຂົ້າກັນ​ຄືນ​ ​ແມ່ນໄດ້​ເປັນຄວາມ​ສໍາ​ເລັດດ້ານ​ປະວັດ​ສາດ​ອັນນຶ່ງ​ ຂອງປະ​ເທດ​ນຶ່ງໃນ​ບັນດາພັນທະ​ມິດ​ທີ່​ໃກ້ຊິດ​ທີ່​ສຸດ​ແລະ​ເພື່ອນ​ມິດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ອະ​ເມ​ຣິ​ກາ. ທ່ານ​ໂອ​ບາ​ມາ​ກ່າວ​ ຢູ່​ໃນ​ຖະແຫລ​ງການ​ສະບັບນຶ່ງວ່າ ມັນ​ໄດ້​ໄຂ​ປະຕູ​ໃຫ້​ແກ່​ເສລີພາບ​ທີ່​ບໍ່​ເຄີຍ​ມີມາ​ກ່ອນ​ໃນ​ທົ່ວ​ທະວີບຢູ​ໂຣບ​ ກໍ​ຄືໃນ​ທົ່ວ​ໂລກ.

ການສະເຫລີມສະຫລອງ ວັນຄົບຮອບ 20 ປີຂອງການເຕົ້າໂຮມເຂົ້າກັນ ຂອງເຢຍຣະມັນ ໃນວັນທີ 3 ຕຸລາ 2010 ຢູ່ທີ່ ນະຄອນເບີລິນ.
ການສະເຫລີມສະຫລອງ ວັນຄົບຮອບ 20 ປີຂອງການເຕົ້າໂຮມເຂົ້າກັນ ຂອງເຢຍຣະມັນ ໃນວັນທີ 3 ຕຸລາ 2010 ຢູ່ທີ່ ນະຄອນເບີລິນ.

ເມືອງ Bremen ​ໃນ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເຢຍຣະ ມັນ​ ເປັນ​ຜູ້​ນໍາພາ​ໃນ​ການ ສະ​ເຫລີ​ມສະຫລອງ​ໃນ​ປີ​ນີ້ ​ໂດຍ​ເປັນ​ເຈົ້າພາບໃນການຈັດ​ງານ ກິນ​ລ້ຽງ​ຂຶ້ນຕາມ​ຖະໜົນ​ສາຍ​ນຶ່ງ ໂດຍ​ມີ​ການສະ​ແດງ​ດົນຕີ​ສົດ​ຊຶ່ງ​ເລີ້​ມມາ​ຕັ້ງ​ແຕ່​ວັນ​ເສົາ​ວານ​ນີ້. ກຸງ Berlin ນະຄອນຫລວງ​ຂອງ​ປະ​ເທດກໍ​ເປັນ​ເຈົ້າພາບ​ຈັດ​ລາຍ​ການບັນ​ເທີ​ງ​ມ່ວນ​ຊື່ນ​ ​ຂຶ້ນ​ຢູ່​ຕໍ່ທາງ​ເຂົ້າ​ເມືອງ ທີ່​ເອີ້ນ​ວ່າ Bradenburg Gate ນັ້ນ.

ເຢຍຣະມັນ​ໄດ້​ຖືກ​ແບ່ງອອກ​ເປັນ​ຄອມ​ມິ​ວນິສຕ໌ເຢຍຣະມັນ​ຕາ​ເວັນ​ອອກ ​ແລະ​ນາຍທຶນເຢຍຣະມັນ​ຕາ​ເວັນ​ຕົກ​ ​ຫລັງ​ຈາກ​ທີ່​ພວກ Nazi ​ໄດ້ຮັບການ​ປາ​ໄຊ​ ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ. ສອງ​ປະ​ເທດ​ໄດ້​ໂຮມ​ເຂົ້າກັນ​ຄືນ​ໃນ​ວັນ​ທີ 3 ​ເດືອນ​ຕຸລາ​ ປີ 1990 ຊຶ່ງ​ເປັນ​ເວລາ 11 ເດືອນ​ ຫລັງ​ຈາກ​ມີ​ການ​ປະ​ທ້ວງ​ຢ່າງ​ສັນຕິຢ່າງ​ຕໍ່​ເນື່ອງ​ໃນ​ເຢຍຣະມັນ​ຕາ​ເວັນ​ອອກ ຊຶ່ງ​ໄດ້​ເຮັດ​ໃຫ້​ລັດຖະບານ​ຄອມ​ມີ​ວນິດ​ທີ່​ອ່ອນ​ແອ​ນັ້ນ ພັງ​ທະລາ​ຍລົງ​.

XS
SM
MD
LG