ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍຣະມັນ ລົງທະບຽນ ອົບພະຍົບກວ່າ 1 ລ້ານຄົນ ໃນປີ 2015


ພວກອົບພະຍົບ ພາກັນລຽນແຖວ ຢູ່ຖະໜົນ ນອກຫ້ອງການສາທາລະນະສຸກ ແລະສັງຄົງສົງເຄາະ ທີ່ນະຄອນ Berlin ປະເທດເຢຍຮະມັນ ວັນທີ 9 ທັນວາ 2015.
ພວກອົບພະຍົບ ພາກັນລຽນແຖວ ຢູ່ຖະໜົນ ນອກຫ້ອງການສາທາລະນະສຸກ ແລະສັງຄົງສົງເຄາະ ທີ່ນະຄອນ Berlin ປະເທດເຢຍຮະມັນ ວັນທີ 9 ທັນວາ 2015.

ເຢຍຣະ​ມັນ​ກ່າວ​ວ່າ ​ເກືອບ 1 ລ້ານ 1 ​ແສນ​ຄົນ ​ໄດ້ລົງທະບຽນ
​ເປັນ​ອົບ​ພະຍົບ ​ໃນ​ປີ​ກາຍ​ນີ້.

​ໃນຈຳນວນ​ດັ່ງກ່າວ ​ທີ່​ເປີດເຜີຍໃນ​ວັນ​ພຸດ​ມື້​ນີ້ ​ເຢຣ​ະ​ມັນກ່າວ
​ວ່າຊາວ​ອົບ​ພະຍົບ 428,468 ຄົນ ແມ່ນ​ເປັນ​ພາກສ່ວນ​ນຶ່ງໃນ
ການ​ຫລັ່ງ​ໄຫລ ຂອງ​ຜູ້​ຄົນ​ອອກ​ຈາກ​ຊີ​ເຣຍ. ຊາວ​ຊີ​ເຣຍຫລົບ
ໜີ​ຈາກ​ສົງຄາມ​ ທີ່​ຮ້າຍ​ແຮງ​ ຢູ່ໃນ​ປະ​ເທດ​ຂອງ​ເຂົາ​ເຈົ້າ ແມ່ນ
ເປັນ​ກຸ່ມດຽວ​ທີ່​ໃຫຍ່ສຸດຂອງຊາວ​ອົບ​ພະຍົບທີ່​ໄດ້​ເຂົ້າໄປ​ເຢຍ
ຣະມັນ.

ອີກ​ສອງ​ປະ​ເທດ​ ທີ່​ມີ​ປະຊາຊົນ​ຫຼາຍທີ່​ສຸດ ຮອງ​ລົງ​ມາ ກໍມາ
​ຈາກ​ບ່ອນ​ທີ່​ໄດ້ເກີດຄວາມ​ຮຸນ​ແຮງຄື ອັ​ຟການິສຖານ ​ມີ​ຊາວ​ອົບ​ພະຍົບລົງ​ທະບຽນ​ເຖິງ 154,046 ຄົນ ຢູ່​ໃນ​ເຢຍຣະມັນ ແລະ​ອີຣັກມີ 121,662 ຄົນ.

​ເຢຣະມັນ​ກ່າວ​ວ່າ ຈຳນວນ​ອົບ​ພະຍົບທີ່​ໄປເຖິງ​ໃນ​ປີ​ກາຍ​ນີ້ ມີ​ປະມານຫ້າ​ເທົ່າຫຼາຍ​ກວ່າ
​ປີ 2014.

ໃນ​ວັນ​ອັງຄານ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຄົ້ນ​ພົບ​ຊາກ​ສົບອົບ​ພະ​ຍົບຢ່າງ​ໜ້ອຍ 36 ຄົນ
ຮວມທັງ​ເດັກນ້ອຍ​ຈຳນວນ​ໜຶ່ງ ທີ່​ຈົມ​ນໍ້າ​ຢູ່​ນອກ​ຝັ່ງ​ເທິ​ກີ ຫຼັງ​ຈາ​ກ​ເຮື​ອ​ເຂົາ​ເຈົ້າ​ຫລົ້ມ​ຢູ່​ໃນ
​ທະ​ເລ​ທີ່​ປັ່ນ​ປ່ວນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ເຂົ້າໄປ​ຫາ​ເກາະ​ Lesbos ຂອງ​ກຣິສ
ອີງ​ຕາມ​ເຈົ້າ​ໜ້າ​ທີ່ ​ແລະລາຍ​ງານ​ຂ່າວ​ຕ່າງໆ.

ພວກ​ອົບ​ພະຍົບອຶ່ນໆອີກ​ສິບ​ສອງ​ຄົນ​ໄດ້​ຖືກ​ກູ້​ໄພຊ່ວຍ​ຊີວິດ​ໄວ້​ໄດ້.

ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວ​ໃນ​ທັນທີ​ວ່າ ມີ​ເຮືອຈັກ​ລຳ​ໄດ້​ຫລົ້ມ​ຍ້ອນ​ລົມ​ແຮງ ​ແຕ່ອົງການ​ຂ່າວ
Dogan ກ່າວ​ວ່າ ຢ່າງ​ໜ້ອຍມີ​ສອງ​ເຫດຮ້າຍເກີດ​ຂື້ນຢູ່​ສອງ​ບ່ອນ.

​ໂສກ​ນາດຕະກຳ ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ທະ​ເລ Aegean ​ໃນ​ປີ 2016 ​ເກີດ​ຂື້ນ​ໃນ​ຂະນະ​ທີ່
ສະຫະພາບຢູ​ໂຣບ ຊອກ​ຫາຊ່ອງ​ທາງ​ຢາກ​ໃຫ້​ເທີ​ກີ ສະກັດ​ກັ້ນການ​ຫລັ່ງ​ໄຫລຂອງ​ອົບ
​ພະຍົບ ຂ້າມຊາຍ​ແດນ​ຂອງ​ຕົນ ​ເພື່ອ​ເແລກປ່ຽນ​ກັບຊ່ວຍ​ເຫລືອ​ດ້ານ​ການ​ເງິນ.

​ບັນດາ​ຊາວ​ຕ່າງ​ດ້າວ ​ແລະ​ອົບ​ພະຍົບ ປະ​ມານ 850,000 ຄົນ ​ໄດ້​ຂ້າມ​ເຂົ້າ ​ໄປ​ໃນ​ປະ​ເທດກຣິສປີ​ກາຍ​ນີ້ໂດຍໄດ້ຈ່າຍ​ເງິນໃຫ້​ແກ່ກຸ່ມລັກ​ລອບຂົນ​ສົ່ງ​ເຂົ້າ​ເຈົ້າ​ຈາກ​ເທີ​ກີໄປໃນ
​ເຮືອ​ທີ່​ຊຸດ​ໂຊມບໍ່​ແຂງ​ແຮງ.

EU Migrants
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG