ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຢຍ​ຣະ​ມັນ​ ກ່າວ​ວ່າ ​ການ​ຢຸດ​ນຳ​ເຂົ້ານ້ຳ​ມັນ ຣັດ​ເຊຍ ພາຍ​ໃນ​ທ້າຍ​ລະ​ດູ​ຮ້ອນ ແມ່ນ​ມີ​ຄວາມ​ເປັນ​ຈິງ


ຖັງ​ສຳ​ລັບ​ການ​ຜະ​ລິດ​ແກັ​ສ​ຊີ​ວະ​ພາບ ຢູ່​ອ່າວ​ໃນ​ເມືອງ ແຮມ​ເບີກ, ປະ​ເທດ ເຢຍ​ຣະ​ມັນ, 19 ເມ​ສາ 2022.
ຖັງ​ສຳ​ລັບ​ການ​ຜະ​ລິດ​ແກັ​ສ​ຊີ​ວະ​ພາບ ຢູ່​ອ່າວ​ໃນ​ເມືອງ ແຮມ​ເບີກ, ປະ​ເທດ ເຢຍ​ຣະ​ມັນ, 19 ເມ​ສາ 2022.

ເຢຍ​ຣະ​ມັນເວົ້າ​ວ່າ ​ເຂົາ​ເຈົ້າ​ໄດ້​ທຳ​ຄວາມ​ກ້າວ​ໜ້າ ກ່ຽວ​ກັບ ການ​ຫັນ​ຕົນ​ເອງ​ອອກ​ຈາກ​ນ້ຳ​ມັນ​ເຊື້ອ​ໄຟ​ຟອ​ສ​ຊິ​ລ ຂອງ​ຣັດ​ເຊຍ ແລະ ຄາດ​ວ່າ​ ຈະ​ເປັນ​ອິດ​ສະຫຼະ​ຢ່າງ​ເຕັມ​ທີ່​ຈາກ​ການ​ນຳ​ເຂົ້າ​ນ້ຳ​ມັນ​ດິບ​ຂອງ​ຣັດ​ເຊຍ​ພາຍ​ໃນ​ທ້າຍ​ລະ​ດູ​ຮ້ອນນີ້.

ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ແລະ ສະ​ພາບ​ອາ​ກາດ​ທ່ານ ໂຣ​ເບີດ ຮາ​ເບັກ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຢູ​ໂຣບ​ໄດ້ຫຼຸດ​ຮຸ້ນ​ສ່ວນ​ຂອງ​ການ​ນຳ​ເຂົ້າ​ພະ​ລັງ​ງານ​ຣັດ​ເຊຍ​ເປັນ 12 ເປີ​ເຊັນ​ສຳ​ລັບ​ນ້ຳ​ມັນ, 8 ເປີ​ເຊັນ​ສຳ​ລັບ​ຖ່ານ​ຫີນ ແລະ 35 ເປີ​ເຊັນ​ສຳ​ລັບ​ແກັ​ສ​ທຳ​ມະ​ຊາດ. ເຢຍ​ຣະ​ມັນ​ແມ່ນ​ໄດ້​ຖືກ​ກົດ​ດັນ​ຢ່າງ​ໜັກ​ຈາກ​ຢູ​ເຄ​ຣນ ແລະ ປະ​ເທດ​ອື່ນໆ​ໃນ​ຢູ​ໂຣບ​ເພື່ອ​ຕັດ​ການ​ນຳ​ເຂົ້າ​ພະ​ລັງ​ງານ​ຈາກ​ຣັດ​ເຊຍ ທີ່​ມີ​ມູນ​ຄ່າຫຼາຍ​ຕື້​ຢູ​ໂຣ, ເຊິ່ງ​ໄດ້​ຊ່ວຍ​ຕື່ມ​ເຕີມ​ ໃຫ້​ການ​ເຮັດ​ສົງ​ຄາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ.

ທ່ານຮາ​ເບັກ ໄດ້​ກ່າວ​ໃນ​ຖ​ະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ບາດ​ກ້າວທັງ​ໝົດ​ທີ່​ພວກ​ເຮົາ​ໄດ້​ເຮັດ​ນີີ້​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຢ່າງຫຼວງຫຼາຍ​ຈາກ​ຜູ້​ດຳ​ເນີນ​ການ​ທັງ​ໝົດ ແລະ​ມັນ​ຍັງ​ໝາຍ​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ຖືກ​ກະ​ທົບ​ໂດຍ​ທັງ​ເສດ​ຖະ​ກິດ ແລະ ຜູ້​ບໍ​ລິ​ໂພກ. ແຕ່​ມັນ​ມີ​ຄວາມ​ຈຳ​ເປັນ​ຖ້າ​ພວກ​ເຮົາ​ບໍ່​ຢາກ​ຖືກ​ຂົ່ມ​ຂູ່​ໂດຍ​ຣັດ​ເຊຍ​ອີກ​ຕໍ່​ໄປ.”

ການ​ປະ​ກາດ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ທົ່ວ​ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ພິ​ຈາ​ລະ​ນາ​ທີ່​ຈະ​ຫ້າມ​ນຳ​ເຂົ້າ​ນ້ຳ​ມັນ​ຣັດ​ເຊຍ ລຸນຫຼັງ​ການ​ຕັດ​ສິນ​ໃຈ​ຫ້າມ​ການ​ນຳ​ເຂົ້າ​ຖ່ານ​ຫີນ​ຣັດ​ເຊຍ​ເລີ່ມ​ຕົ້ນ​ໃນ​ເດືອນ​ສິງ​ຫານີ້.

ເຢຍ​ຣະ​ມັນ​ສາ​ມາດ​ທີ່​ຈະ​ຫັນ​ປ່ຽນ​ການ​ນຳ​ເຂົ້າ​ນ້ຳ​ມັນ ແລະ ຖ່ານ​ຫີນ​ຈາກ​ປະ​ເທດອື່ນ​ໃນ​ໄລ​ຍະ​ທີ່​ຂ້ອນ​ຂ້າງ​ສັ້ນ, ນັ້ນ​ກໍ່​ໝາຍ​ຄວາມ​ວ່າ “ການ​ສິ້ນ​ສຸດ​ການ​ເພິ່ງ​ພາ​ອາ​ໄສ​ການ​ນຳ​ເຂົ້າ​ນ້ຳ​ມັນ​ດິບ​ຣັດ​ເຊຍ​ພາຍ​ໃນ​ທ້າຍ​ລະ​ດູ​ຮ້ອນນີ້​ແມ່ນ​ມີ​ຄວາມ​ເປັນ​ຈິງ,” ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ຂອງ​ທ່ານ ຮາ​ເບັກ.

ການ​ຫັນ​ເຢຍ​ຣະ​ມັນ​ອອກ​ຈາກ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຣັດ​ເຊຍ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່ກວ່າຫຼາຍ.

ກ່ອນ​ຣັດ​ເຊຍ​ບຸກ​ລຸກ​ຢູ​ເຄ​ຣນ​ໃນ​ວັນ​ທີ 24 ກຸມ​ພາ​ນັ້ນ, ເຢຍ​ຣະ​ມັນ​ໄດ້​ຮັບ​ແກັ​ສ​ທຳ​ມະ​ຊາດ​ຂອງ​ເຂົາ​ເຈົ້າ​ທີ່​ນຳ​ເຂົ້າ​ຈາກ​ຣັດ​ເຊຍຫຼາຍກວ່າ​ເຄິ່ງ​ນຶ່ງ. ຮຸ້ນ​ສ່ວນ​ດັ່ງ​ກ່າວ​ຕອນນີ້​ແມ່ນ​ໄດ້ຫຼຸດ​ລົງ​ເຖິງ 35 ເປີ​ເຊັນ, ສ່ວນ​ນຶ່ງ​ກໍ​ແມ່ນ​ຍ້ອນ​ການ​ເພີ່ມ​ການ​ຈັດ​ຊື້​ຈາກ​ປະ​ເທດ​ນໍ​ເວ ແລະ​ປະ​ເທດ​ເນ​ເທີ​ແລນ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ.

ເພື່ອຫຼຸດ​ຜ່ອນ​ການ​ນຳ​ເຂົ້າ​ຈາກ​ຣັດ​ເຊຍ​ເພີ່ມ​ເຕີມ, ເຢຍ​ຣະ​ມັນ​ມີ​ແຜນ​ທີ່​ຈະ​ເລັ່ງ​ການ​ສ້າງ​ສະ​ຖານ​ທີ່​ສຳ​ລັບ​ແກັ​ສ​ທຳ​ມະ​ຊາດ​ແຫຼວ, ຫຼື LNG. ກະ​ຊວງ​ພະ​ລັງ​ງານ ແລະ ສະ​ພາບ​ອາ​ກາດ​ໄດ້​ກ່າວ​ວ່າ ເຢຍ​ຣະ​ມັນ​ແນ​ເປົ້າ​ທີ່​ຈະ​ນຳ​ເອົາ​ສະ​ຖານ​ທີ່​ແກັ​ສ​ທຳ​ມະ​ຊາດ ຢູ່​ເທິງ​ນ້ຳ​ມາ​ປະ​ຕິ​ບັດ​ການ​ໄວ​ສຸດ​ແມ່ນ​ປີນີ້ ຫຼື​ປີ​ໜ້າ. ນັ້ນ​ແມ່ນ​ເສັ້ນ​ເວ​ລາ​ທີ່​ກະ​ຕື​ລື​ລົ້ນ​ທີ່​ກະ​ຊວງ​ຮູ້​ວ່າ “ຕ້ອງ​ຮຽກ​ຮ້ອງ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫຍ່ຫຼວງ​ຈາກ​ທຸກ​ຄົນ ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG