ປະທານາທິບໍດີເຢຍຣະມັນ ທ່ານ Christian Wulff ໄດ້ລາອອກທ່າມກາງທີ່ມີການກ່າວ
ຫາວ່າ ທ່ານໄດ້ໃຊ້ຕຳແໜ່ງທາງການເມືອງຂອງທ່ານເມື່ອກ່ອນນີ້ ໄປໃນທາງທີ່ບໍ່ຖືກຕ້ອງ
ໂດຍໄດ້ຮັບເອົາຂອງຂວັນຈຳນວນນຶ່ງ.
ການປະກາດກ່ຽວກັບການລາອອກຂອງປະທານາທິບໍດີເຢຍຣະມັນ ໄດ້ມີຂຶ້ນໃນມື້ວັນສຸກ
ວານນີ້ ນຶ່ງມື້ຫຼັງຈາກຄະນະໄອຍະການ ໄດ້ຂໍຮ້ອງໃຫ້ມີການຍົກເລີກສິດພິເສດຂອງທ່ານ
Wulff ເພື່ອພວກເຂົາເຈົ້າ ຈະສາມາດທຳການສືບສວນກ່ຽວກັບວ່າ ທ່ານໄດ້ໃຊ້ຕຳແໜ່ງ
ຂອງທ່ານ ໃນຖານະຜູ້ປົກຄອງລັດ Lower Saxony ໄປໃນທາງຜິດຫຼືບໍ່.
ທ່ານ Wulff ໄດ້ປະເຊີນກັບຫຼາຍໆຂໍ້ຫາຮວມທັງອະນຸຍາດໃຫ້ໝູ່ເພື່ອນຂອງທ່ານຄົນນຶ່ງ
ທີ່ເປັນຜູ້ຜະລິດຮູບເງົາ ຈ່າຍຄ່າໂຮງແຮມໃຫ້ທ່ານ ແລະຮັບເອົາເງິນກູ້ຢືມກ້ອນໃຫຍ່ຈາກ
ເພື່ອນທີ່ຮັ່ງມີຄົນນຶ່ງຂອງພັນລະຍາທ່ານ.
ນາຍົກລັດຖະມົນຕີ Angela Merkel ເປັນຄົນເລືອກເອົາທ່ານ Wulff ດ້ວຍໂຕທ່ານນາງ
ເອງ ເພື່ອໃຫ້ເຂົ້າຮັບຕຳແໜ່ງປະທານາທິບໍດີ ຊຶ່ງຕົ້ນຕໍແລ້ວແມ່ນເປັນຕຳແໜ່ງທາງດ້ານພິ
ທີການເທົ່ານັ້ນໃນປີ 2010. ນາຍົກລັດຖະມົນຕີ Merkel ໄດ້ເລື່ອນການເດີນທາງໄປຢ້ຽມ
ຢາມອີຕາລີໃນມື້ວັນສຸກວານນີ້ ເນື່ອງຈາກມີການຄາດຄະເນກັນ ກ່ຽວກັບການລາອອກຂອງ
ທ່ານ Wulff.
ບັນດາສະມາຊິກລັດຖະສະພາຂອງເຢຍຣະມັນ ມີເວລາ 30 ມື້ ສຳຫຼັບຈັດກອງປະຊຸມນັດ
ພິເສດຂຶ້ນເພື່ອເລືອກເອົາຜູ້ທີ່ຈະມາຮັບຕຳແໜ່ງແທນທ່ານ Wulff.