ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປອກຕຸຍ​ການ ພົບກັບ ເຢຍຣະມັນ ຢູ່ World Cup ໃນວັນ​ຈັນ​ມື້​ນີ້ (ສະໄລດ໌/ວີດີໂອ)


ນັກເຕະສະ​ວິດ​ເຊີ​ແລນ Steve von Bergen (ຊ້າຍ) ຢາດເອົາບານກັບ ນັກເຕະເອກົວ​ດໍ Felipe Caicedo (ຂວາ) ໃນການແຂ່ງຂັນ World Cup ສາຍ E ຢູ່ທີ່ສະໜາມເຕະບານແຫ່ງຊາດ Brasilia national stadium ໃນເມືອງ Brasilia ວັນ 15 ມິຖຸນາ 2014.
ນັກເຕະສະ​ວິດ​ເຊີ​ແລນ Steve von Bergen (ຊ້າຍ) ຢາດເອົາບານກັບ ນັກເຕະເອກົວ​ດໍ Felipe Caicedo (ຂວາ) ໃນການແຂ່ງຂັນ World Cup ສາຍ E ຢູ່ທີ່ສະໜາມເຕະບານແຫ່ງຊາດ Brasilia national stadium ໃນເມືອງ Brasilia ວັນ 15 ມິຖຸນາ 2014.
ຜູ້ຄອງຕຳແໜ່ງນັກເຕະບານດີເດັ່ນຂອງໂລກ Critiano
Ronaldo ນຳ​ທີ​ມ ປອກຕຸຍ​ການ ຂອງລາວ ລົງແຂ່ງກັບ ​
ເຢຍຣະມັນ ​ໃນ​ການ​ເປີດ​ການ​ແຂ່ງຂັນ World Cup ຢູ່
Brazil ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປັນ​ການ​ແຂ່ງຂັນຮອບທຳ​ອິດ
ລະຫວ່າງສອງ​ທີມ​ ອັນ​ດັບ​ນຶ່ງ​ຂອງ​ໂລກ.

ສ່ວນ​ທີ​ມອື່ນໆ​ໃນ​ສາຍ G ນັ້ນ ສະຫະລັດ ຈະ​ພົບ​ກັບ ການາ
ໃນ​ວັນ​ຈັນ​ມື້​ນີ້​ ຕາມ​ມາ​ດ້ວຍຄູ່​ແຂ່ງ​ລະຫວ່າງ ​ອີຣ່ານ ​ແລະ
ໄນ​ຈີ​ເຣຍ ຊຶ່ງ​ຢູ່​ໃນ​ສາຍ F.


​ໃນ​ການ​ແຂ່ງຂັນ ໃນ​ວັນ​ອາທິດ​ວານ​ນີ້ Lionel Messi
ນັກ​ເຕະຂອງອາ​ເຈັນ​ຕີິນາ ທີ່​ໄດ້​ຄອງ​ຕຳ​ແໜ່​ງ​ນັກ​ເຕະດີ​ເດັ່ນ 4 ປີລຽນຕິດ ​ກ່ອນ​ໜ້າ
Critiano Ronaldo ນັ້ນ ​ໄດ້​ທຳຄະແນນເປັນຄັ້ງ​ທຳ​ອິດ​ໃນ World Cup ຕັ້ງ​ແຕ່​ປີ
2006 ​ມາ ໂດຍ​ໄດ້​ນຳ​ທີ​ມຂອງ​ລາວ​ຍາດເອົາໄຊຊະນະ ຈາກ ບອສ​ເນຍ​ເຮີ​ເຊ​ໂກ​ວີນາ
ມາ​ໄດ້ 2-1.

​ໃນວັນ​ອາທິດ​ວານ​ນີ້ ​ເຊັ່ນ​ກັນ ຝຣັ່ງ ​ເອົາ​ຊະນະ ຮອນ​ດູຣັສ 3-0 ຍ້ອນ​ການ​ທຳ​
ຄະ​ແນນ​ໄດ້ 2 ​ໂກລ​ຂອງ Karim Benzema.
CN - Copacabana Beach Draws World Cup Fans From Near and Far
please wait

No media source currently available

0:00 0:02:25 0:00

ຄູ່​ແຂ່ງ​ທີ່​ຕື່ນ​ເຕັ້ນທີ່​ສຸດ​ຂອງ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ລະຫວ່າງ ສະ​ວິດ​ເຊີ​ແລນ ກັບ
ເອກົວ​ດໍ ທີ່​ມີ​ຄະ​ແນນ​ສະ​ເໝີ​ກັນ 1-1 ​ຫຼັງຈາກ​ໝົດ​ເວລາ ແລ້ວເຂົ້າສູ່​ເວລາ​ເພີ້​ມ​
ຈົນ​ມາ​ຮອດ 2 ນາທີ​ເຄິ່ງຕໍ່​ມາ Haris Seferovic ຂອງ​ສະ​ວິດ​ເຊີ​ແລນ ທີ່​ໄດ້​ຮັບ​
ບານ​ຈາກ​ປີກ​ຊ້າຍ ​ກໍ​ເຕະບານ​ຜ່ານ​ຜູ້​ຮັກ​ສາ​ໂກລຂອງ ​ເອກົວ​ດໍ ​ເຂົ້າໂກລໄປ
ທາງເທິງ​ແຈມຸມຊ້າຍ ຊຶ່ງ​ນຳ​ໄຊຊະນະ​ມາ​ໃຫ້​ສະ​ວິດເຊີ​ແລນ.
XS
SM
MD
LG