ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ເຢຍຣະມັນ ປ່ອຍໂຕ ຊາຍຕູນີເຊຍ ທີ່ສົງໄສວ່າ ພົວພັນກັບ ຜູ້ໂຈມຕີໃນເບີລິນ

ພວກຄົນຈຳນວນໜຶ່ງ ຍ່າງຜ່ານສິ່ງກີດຂວາງ ຢູ່ປະຕູທາງເຂົ້າ Brandenburg, ກ່ອນໜ້າ ມື້ໜຶ່ງ ຂອງການສະເຫຼີມສະຫຼອງ ປີໃໝ່ ສາກົນ ໃນນະຄອນຫຼວງເບີລິນ, ວັນທີ 27 ທັນວາ 2016.
ພວກຄົນຈຳນວນໜຶ່ງ ຍ່າງຜ່ານສິ່ງກີດຂວາງ ຢູ່ປະຕູທາງເຂົ້າ Brandenburg, ກ່ອນໜ້າ ມື້ໜຶ່ງ ຂອງການສະເຫຼີມສະຫຼອງ ປີໃໝ່ ສາກົນ ໃນນະຄອນຫຼວງເບີລິນ, ວັນທີ 27 ທັນວາ 2016.

ທາງການເຢຍຣະມັນ ໄດ້ປ່ອຍໂຕ ຊາຍຊາວຕູນີເຊຍ ຜູ້ທີ່ໄດ້ຖືກຄວບຄຸມຕົວ ຖານມີ ການເຊື່ອມໂຍງ ກັບທ້າວ Anis Amri ຜູ້ຕ້ອງສົງໄສ ທີ່ໄດ້ປະຕິບັດການໂຈມຕີ ທີ່ຮ້າຍແຮງເຮັດໃຫ້ມີຄົນຊີວິດ ຢູ່ຕະຫຼາດ ຄຣິສມັສ ໃນນະຄອນ Berlin.

ບັນດາໄອຍະການ ກ່າວວ່າ ພວກເພິ່ນໄດ້ພິຈາລະນາແລ້ວວ່າ ບຸກຄົນຜູ້ທີ່ຖືກຄຸມຕົວ ເມື່ອວັນພຸດຜ່ານມາ “ບໍ່ແມ່ນຜູ້ຕ້ອງສົງໄສທີ່ທ້າວ Anis Amri ຕິດຕໍ່ນຳ.”

ທ້າວ Anis Amri is ທີ່ເຫັນຢູ່ໃນພາບໃບປິວນີ້ ຈາກສຳນັກງານ Bundeskriminalamt ອາຊະຍາກຳ ເຢຍຣະມັນ ແຫ່ງຊາດ. ທ້າວ Amri ເປັນຜູ້ຕ້ອງສົງໄສ ໃນການໂຈມຕີດ້ວຍລົດບັນທຸກ ມື້ວັນຈັນ ຜ່ານມາ ຢູ່ທີ່ຕະຫຼາດ ຄຣິສມັສ ໃນນະຄອນ ເບີລິນ.

ທ້າວ Anis Amri ໄດ້ໃຊ້ລົດບັນທຸກ ແລ່ນຢຽບຝຸງຄົນທີ່ໜາແໜ້ນ ຢູ່ຕະຫຼາດດັ່ງກ່າວ ເຮັດໃຫ້ 10 ຄົນເສຍຊີວິດ ແລະ ອີກ 56 ຄົນໄດ້ຮັບບາດເຈັບ. ກ່ອນໜ້າການໂຈມຕີ ລາວໄດ້ບັນທຶກວີດີໂອ ອັນໜຶ່ງ ຊຶ່ງໃນນັ້ນ ລາວໄດ້ປະຕິຍານຄວາມຈົງຮັກພັກດີ ຕໍ່ກຸ່ມກໍ່ການຮ້າຍ ລັດອິສລາມ ແລະ ຜູ້ນຳຂອງກຸ່ມ Abu Bakr al-Baghdadi.

ພາຍຫຼັງທີ່ລາວໄດ້ຍົກຍ້າຍຖິ່ນຖານຢ່າງຜິດກົດໝາຍ ຈາກເທີກີ ໃນປີ 2011 ທ້າວ
Amri ໄດ້ຖືກຈຳຄຸກ ຍ້ອນເຜົາ ສູນຄຸມຂັງພວກຍົກຍ້າຍຖິ່ນຖານ ໃນອີຕາລີ. ໃນ ເວລາທີ່ລາວຖືກປ່ອຍໂຕເປັນອິດສະລະ ທາງການໄດ້ພະຍາຍາມ ເນລະເທດລາວ ກັບຄືນໄປຕູນີເຊຍ ແຕ່ໄດ້ລົ້ມແຫລວ ຍ້ອນເຫດຜົນທາງລາຊະການ. ຜົນຕໍ່ຈາກນັ້ນ
ມາ ລາວໄດ້ເດີນທາງໄປສະວິດເຊີແລນ ແລະ ຕໍ່ຈາກນັ້ນ ໄປເຢຍຣະມັນ ບ່ອນທີ່ລາວ ປະກົດວ່າ ຕົກຢູ່ພາຍໃຕ້ອິດທິພົນ ຂອງເຄືອຂ່າຍພວກຫົວຮຸນແຮງ ທີ່ຖືກກ່າວຫາວ່າ ເກນເອົາຄົນໃຫ້ກຸ່ມລັດອິສລາມ.

ເຖິງແມ່ນວ່າ ເຢຍຣະມັນ ໄດ້ປະຕິເສດຄຳຮ້ອງຂໍລີ້ໄພຂອງລາວ ເມື່ອຕອນລະດູຮ້ອນ ແລະ ໄດ້ໝາຍຕົວລາວວ່າ ອາດເປັນໄພຂົ່ມຂູ່ກໍ່ການຮ້າຍ ກໍຕາມ ບັນດາເຈົ້າໜ້າທີ່ ກໍໄດ້ຄອຍຖ້າດ້ວຍຄວາມອົດທົນ ເພື່ອໃຫ້ຕູນີເຊຍ ສະໜອງເອກະສານ ທີ່ຕ້ອງການ ກ່ອນທີ່ຈະເນລະເທດຜູ້ກ່ຽວໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG