ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ກັບ ນາຍົກ ເມີໂກລ ຈະປຶກສາ ການຄ້າ, ການກໍ່ການຮ້າຍ ແລະຫຼາຍໆເລື້ອງ

Obama Germany
please wait
Embed

No media source currently available

0:00 0:00:42 0:00

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກັບ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ ຈະປຶກສາຫາລືກັນ ເລື້ອງຕ່າງໆເຊັ່ນ ເສດຖະກິດໂລກ ການກໍ່ການຮ້າຍ ຄວາມໝັ້ນຄົງຂ້າມມະຫາສະມຸດ ແອັດແລນຕິກ ແລະ ບັນຫາຕ່າງໆ ຫຼາຍຢ່າງ ໃນລະຫວ່າງ ການຢ້ຽມຢາມເຢຍຣະມັນ ໄລຍະສອງມື້.

ທ່ານໂອບາມາຈະເຂົ້າຮ່ວມເຈລະຈາ ກັບທ່ານນາງ ເມີໂກລ ໃນອີກບໍ່ດົນ ຫຼັງຈາກເດີນ ທາງໄປຮອດ ນະຄອນ Hannover ໃນວັນອາທິດມື້ນີ້.

ທ້ອງຟ້າຢູ່ເທິງເດີ່ນບິນ ມືດຄຶ້ມ ກ່ອນໜ້າການເດີນທາງໄປເຖິງ ສະໜາມບິນ ໃນນະຄອນ Hannover ຢູ່ທາງພາກເໜືອຂອງເຢຍຣະມັນ ຂອງປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ, ວັນທີ 24 ເມສາ 2016.
ທ້ອງຟ້າຢູ່ເທິງເດີ່ນບິນ ມືດຄຶ້ມ ກ່ອນໜ້າການເດີນທາງໄປເຖິງ ສະໜາມບິນ ໃນນະຄອນ Hannover ຢູ່ທາງພາກເໜືອຂອງເຢຍຣະມັນ ຂອງປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ, ວັນທີ 24 ເມສາ 2016.

ຫຼັງຈາກຖະແຫລງຕໍ່ສື່ມວນຊົນແລ້ວ ຜູ້ນຳທັງສອງ ຈະເປີດງານ Hannover Messe ຢ່າງເປັນທາງການ ຊຶ່ງໄດ້ຖືກປະກາດວ່າ ເປັນງານວາງສະແດງ ການຄ້າດ້ານອຸດສາ ຫະກຳ ທີ່ລ້ຳໜ້າຂອງໂລກ. ບັດດາຜູ້ຈັດງານ ຄາດໝາຍວ່າ ມີ 6,500 ຮ້ານວາງສະແດງ ສິນຄ້າ ແລະ ພວກມາຢ້ຽມຊົມ ຫຼາຍກວ່າ 200,000 ຄົນ ຈາກ 70 ປະເທດ.

ບັນດາເຈົ້າໜ້າທີ່ ທຳນຽບຂາວ ກ່າວວ່າ ງານດັ່ງກ່າວ ສະແດງໃຫ້ເຫັນຄວາມສຳຄັນ ຂອງ ການປະສານງານ ລະຫວ່າງ ສະຫະລັດກັບເຢຍຣະມັນ ກ່ຽວກັບຫຼາຍບັນຫາ ລວມທັງ ການຄ້າຂາຍ ແລະ ການພານິດ.

ຜູ້ນຳທັງສອງຫວັງວ່າຈະສ້າງການສະໜັບສະໜູນ ໃຫ້ແກ່ ພາຄີການຄ້າ ແລະການລົງທຶນ ຂ້າມມະຫາສະມຸດແອັດແລນຕິກ ຫຼື TTIP. ຂໍ້ຕົກລົງການຄ້າເສລີ ດັ່ງກ່າວນັ້ນ ແມ່ນກຳ ລັງໄດ້ຮັບການເຈລະຈາ ໂດຍ ສະຫະລັດ ແລະ ສະຫະພາບຢູໂຣບ.

ພວກປະທ້ວງ ແຕ່ງກາຍຄ້າຍຄືກັບ ຮູບປັ້ນເທພີສັນຕິພາບ ຫຼື Statue of Liberty, ຊ້າຍ, ແລະ ເທພີ Europa ຢູ່ເທິງງົວກະທິງ ເຂົ້າຮ່ວມໃນການເດີນຂະບວນ ຕໍ່ຕ້ານ ພາຄີການຄ້າ ແລະການລົງທຶນ ຂ້າມມະຫາສະມຸດ ແອັດແລນຕິກ ຫຼື (T-TIP) ອັນເປັນຂໍ້ຕົກລົງການຄ້າເສລີ ກ່ອນໜ້າ ການເດີນທາງໄປຢ້ຽມຢາມ ຂອງປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຢູ່ໃນນະຄອນ Hannover ຂອງເຢຍຣະມັນ, ວັນທີ 24 ເມສາ 2016.

ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານ Ben Rhode ກ່າວວ່າ ທ່ານປະທານາ ທິບໍດີ ໄດ້ມີຄວາມຮູ້ສຶກວ່າ ມັນມີຄວາມສຳຄັນທີ່ຈະຕ້ອງໄປຢ້ຽມຢາມເຢຍຣະມັນ ໃນລະ ຫວ່າງ ປີສຸດທ້າຍຂອງການດຳລົງຕຳແໜ່ງຂອງທ່ານ ເພາະວ່າ ທ່ານນາງ ເມີໂກລ ໄດ້ ເປັນ “ພັນທະມິດທີ່ໃກ້ຊິດ ສຳລັບທ່ານ ຕະຫຼອດໄລຍະການດຳລົງຕຳແໜ່ງຂອງທ່ານ.”

ອ່ານຂ່າວນີ້ ເປັນພາສາອັງກິດ

A Preview of Obama's German Visit
please wait

No media source currently available

0:00 0:00:57 0:00

XS
SM
MD
LG