ພວກໄອຍະການເວົ້າໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າຍັງບໍ່ຮູ້ສາເຫດເທື່ອວ່າ ເປັນ
ຫຍັງຜູ້ຊາຍຊາວເຢຍຣະມັນ ອາຍຸ 48 ປີຄົນນຶ່ງ ຈຶ່ງຂັບລົດຕູ້ແລ່ນເຂົ້າໄປຕໍາຝູງຄົນຢູ່ໃນ
ເມືອງ ມຸນສ໌ເຕີ (Muenster) ຢູ່ທາງພາກຕາເວັນຕົກຂອງປະເທດ ທີ່ໄດ້ສັງຫານຊີວິດຂອງສອງຄົນ ແລະເຮັດໃຫ້ອີກ 20 ຄົນໄດ້ຮັບບາດເຈັບ.
ຊາຍທີ່ບໍ່ໄດ້ຖືກເປີດເຜີຍຊື່ຄົນນີ້ ຍິງໂຕເອງຕາຍ ຢູ່ໃນລົດຕູ້ຄັນນັ້ນໃນເວລາຕໍ່ມາ. ພວກ
ເຈົ້າໜ້າທີ່ເວົ້າອີກວ່າ ໃນຈໍານວນຄົນທີ່ໄດ້ຮັບບາດເຈັບນັ້ນມີ 6 ຄົນທີ່ມີອາການສາຫັດ.
ໃນວັນອາທິດວານນີ້ ຕໍາຫລວດເວົ້າອີກວ່າ ພວກເຂົາເຈົ້າເຊື່ອວ່າ ຊາຍຄົນນັ້ນ ກະທໍາ
ການດັ່ງກ່າວໂດຍລໍາພັງແຕ່ຄົນດຽວ. ພວກເຂົາເຈົ້າອີກເວົ້າວ່າ ຄົນຂັບລົດແມ່ນຄົນທີ່ຕໍາຫລວດຮູ້ດີ ເພາະວ່າລາວມີປະຫວັດໃນການເຮັດຜິດກົດໝາຍ ແລະໄດ້ສະແດງອອກມາໃຫ້ເພື່ອນຢູ່ເຮືອນໃກ້ຄຽງເຫັນວ່າ ລາວມີຄວາມຄິດຢາກຂ້າໂຕຕາຍໃນເດືອນແລ້ວນີ້.
ຫົວໜ້າຕໍາຫລວດຂອງເມືອງມຸນສ໌ເຕີ ທ່ານ ຮາໂຈ ຄູລິສຄ໌ (Hajo Kuhlisch) ເວົ້າວ່າ ອາພາດເມັນຂອງລາວທັງ 4 ບ່ອນ ຊຶ່ງສອງບ່ອນຕັ້ງຢູ່ໃນເມືອງມຸນສ໌ເຕີ (Muenster) ແລະອີກ 2 ບ່ອນຢູ່ເມືອງແຊກຊົນນີ (Saxony) ແລະລົດຂອງລາວຫລາຍຄັນ ໄດ້ຖືກກວດຄົ້ນຢ່າງຖີ່ຖ້ວນ.
ຢູ່ໃນລົດຕູ້ຄັນນັ້ນ, ຕໍາຫລວດໄດ້ພົບເຫັນກະໂພກທີ່ຜິດກົດໝາຍທີ່ລາວເຮັດໃຫ້ຄົນຄິດວ່າເປັນລະເບີດ, ປືນສັ້ນປອມບອກນຶ່ງ ແລະປືນແທ້ບອກນຶ່ງ ທີ່ຄົນຂັບລົດຜູ້ນັ້ນໃຊ້ເພື່ອຍິງຕົນເອງຕາຍ.
ພວກເຂົາເຈົ້າຍັງພົບກະໂພກເພີ້ມອີກ ແລະ“ປືນອາກາ (AK)-47 ທີ່ໃຊ້ການບໍ່ໄດ້ແລ້ວ”
ບອກນຶ່ງ ແລະແກ້ວທີ່ມີອາຍແກັສ ແລະກະປ໋ອງບັນຈຸນໍ້າມັນແອັດຊັງ ແລະບັນຈຸເຫລົ້າ
ກັ່ນຊີວະພາບຫລາຍໆປ໋ອງຢູ່ໃນອາພາດເມັນທີ່ຊາຍຄົນນັ້ນອາໄສຢູ່ ແຕ່ກໍບໍ່ຮູ້ວ່າ ເປັນ
ຫຍັງສິ່ງຂອງເຫລົ່ານັ້ນຈຶ່ງເອົາໄປເກັບໄວ້ຢູ່ຫັ້ນ.
ພວກເຈົ້າໜ້າທີ່ຮູ້ວ່າ ຜູ້ໄດ້ຮັບເຄາະຮ້າຍ ແມ່ນຍິງຊາວເຢຍຣະມັນອາຍຸ 51 ປີ ທີ່ມາ
ຈາກພາກເໜືອຂອງປະເທດ ແລະຊາຍໄວ 65 ປີ ທີ່ມາຈາກເມືອງບຣົກເຄິນ (Broken)
ທີ່ຢູ່ໃກ້ກັບເມືອງມຸນສ໌ເຕີນັ້ນ (Muenster) ນັ້ນ.
ທ່ານ ມາເຄິສ ເລວູ (Markus Lewe) ((pron: LAY vuh)) ເຈົ້າເມືອງມຸນສ໌ເຕີ ກ່າວ
ຕໍ່ນັກຂ່າວໃນວັນເສົາຜ່ານມາວ່າ "ຊາວເມືອງມຸນສ໌ເຕີພາກັນໄວ້ອາໄລສຳລັບເຫດ
ການທີ່ໜ້າສະຫຍອງຂວັນດັ່ງກ່າວນີ້" ໂດຍໄດ້ສະແດງຄວາມເຫັນໃຈ ຕໍ່ຄອບຄົວ
ຂອງພວກທີ່ຖືກຂ້າຕາຍນັ້ນ ແລະອວຍພອນໃຫ້ພວກທີ່ໄດ້ຮັບບາດເຈັບ ຟື້ນຄືນ
ໂດຍໄວ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ