ສະຖາບັນທໍລະນີສາດ ແລະຊັບພະຍາກອນແຮ່ທາດ ສັງກັດໃນກະຊວງພັດທະນາເສດ
ຖະກິດ ແລະການຮ່ວມມືຂອງລັດຖະບານເຢຍລະມັນ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່
ກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວຢ່າງເປັນທາງການ ເມື່ອບໍ່ນານມານີ້
ພາຍໃຕ້ເປົ້າໝາຍທີ່ຈະຊ່ວຍໃຫ້ທາງການລາວ ມີຄວາມອາດສາມາດໃນການຄຸ້ມຄອງ
ແລະກວດກາພາກອຸດສາຫະກໍາຂຸດຄົ້ນບໍ່ແຮ່ ໃຫ້ມີປະສິດທິພາບສູງຂຶ້ນ.
ທັງນີ້ດ້ວຍການຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດ ສ້າງລະບຽບການ
ມາດຕະຖານທາງດ້ານ ເທັກນິກກ່ຽວກັບການປະເມີນຜົນ, ການເພີ່ມປະສິດທິຜົນຂອງ
ໂຄງການ, ການສ້າງລະບົບຖານຂໍ້ມູນ ແລະ ການສະໜອງເຄື່ອງມືທີ່ຈໍາເປັນຈໍານວນນຶ່ງ
ເພື່ອຮັບໃຊ້ໃຫ້ແກ່ກວດກາ ແລະປະເມີນຜົນໂຄງການຕ່າງໆ ໂດຍແນ່ໃສ່ການພັດທະນາ
ພາກອຸດສາຫະກໍາຂຸດຄົ້ນບໍ່ແຮ່ໄດ້ຢ່າງຍືນຍົງ ທັງຍັງເພື່ອເປັນການເອື້ອອໍານວຍ ໃຫ້ພາກ
ອຸດສາຫະກໍາດັ່ງກ່າວນີ້ ມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ ອັນຈະເປັນການປະກອບ
ສ່ວນ ເຮັດໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງນັ້ນເອງ.
ການຊ່ວຍເຫຼືອດັ່ງກ່າວນີ້ ຈະມີໄລຍະໃນການປະ
ຕິບັດງານເປັນເວລາ 5 ປີຕິດຕໍ່ກັນ ນັບຈາກປີນີ້
ເປັນຕົ້ນໄປ ແລະຈະໃຊ້ຈ່າຍງົບປະມານຄິດເປັນ
ມູນຄ່າລວມບໍ່ໜ້ອຍກວ່າ 2.5 ລ້ານຢູໂຣຫຼື ຫຼາຍ
ກວ່າ 26 ຕື້ກີບ. ສ່ວນສາເຫດທີ່ທາງການເຢຍລະ
ມັນ ໄດ້ຕົກລົງໃຫ້ການຊ່ວຍເຫຼືອລາວໃນໂຄງການ
ດັ່ງກ່າວນີ້ກໍຍ້ອນເຫັນວ່າ ພາກອຸດສາຫະກໍາຂຸດຄົ້ນ
ບໍ່ແຮ່ໃນລາວ ຍັງຂາດລະບົບການຄຸ້ມຄອງ ແລະ
ກວດກາທີ່ໄດ້ມາດຕະຖານສາກົນ ຈຶ່ງເຮັດໃຫ້ມີຜົນ
ກະທົບຕໍ່ສັງຄົມ ແລະສະພາບແວດລ້ອມທໍາມະຊາດ
ໃນລາວຫຼາຍຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 10 ກວ່າປີມານີ້.
ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່
ໄດ້ຖະແຫຼງຍອມຮັບວ່າ ສາເຫດສໍາຄັນທີ່ເຮັດໃຫ້ທາງການລາວຕ້ອງທໍາການດັດແກ້ກົດ
ໝາຍວ່າດ້ວຍແຮ່ທາດ ໃນກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວ
ຊຸດທີ 7 ທີ່ຜ່ານມານີ້ ກໍຄື ເນື່ອງຈາກວ່າມີບົດບັນຍັດຫຼາຍໆມາດຕາ ໃນກົດໝາຍດັ່ງ
ກ່າວ ຍັງບໍ່ມີຄວາມຊັດເຈນ ຊຶ່ງໄດ້ເຮັດໃຫ້ເກີດບັນຫາບໍ່ໜ້ອຍ ໃນການບໍລິຫານງານ
ຂອງພາກລັດ ທີ່ກ່ຽວຂ້ອງໂດຍກົງກັບພາກອຸດສາຫະກໍາຂຸດຄົ້ນແຮ່ທາດ ມາໂດຍ
ຕະຫຼອດ.
ໂດຍສະເພາະແມ່ນໃນດ້ານການກວດສອບ ການປະຕິບັດຕາມສັນຍາສໍາປະທານ
ໃນໂຄງການຕ່າງໆນັ້ນ ຍັງຕ້ອງປະເຊີນກັບບັນຫາຫຍຸ້ງຍາກໃນດ້ານເອກະສານ ແລະການປະຕິບັດຕົວຈິງອີກດ້ວຍ ເນື່ອງຈາກວ່າບໍລິສັດຜູ້ໄດ້ສໍາປະທານ ທີ່ບໍ່ປະຕິ
ບັດຕາມສັນຍານັ້ນ ສາມາດທີ່ຈະຫຼີກລ້ຽງຄວາມຜິດຂອງຕົນໄດ້ ໃນຫຼາຍວິທີ ຫຼື
ຫຼາຍຮູບແບບ ດັ່ງທີ່ທ່ານ ສຸລິວົງ ໄດ້ໃຫ້ການຊີ້ແຈງວ່າ:
“ຮູບການທີ່ນຶ່ງ ແມ່ນ
ມີການຂໍສໍາປະທານ
ຊອກຄົ້ນສໍາຫຼວດຫຼາຍ
ເຂດ, ຫຼາຍບ່ອນ ແລະ
ຫຼາຍແຮ່ທາດ ຮູບການ
ທີ່ສອງແມ່ນຂໍຕໍ່ອາຍຸ
ການຊອກຄົ້ນ ແລະສໍາ
ຫຼວດ ຫຼືຕໍ່ອາຍຸສັນຍາ
ຕ່າງໆ ຫຼາຍຄັ້ງ, ຮູບ
ການທີ່ສາມ ແມ່ນຂໍຂະ
ຫຍາຍເນື້ອທີ່ ຮູບການ
ທີ່ສີ່ ກະແມ່ນຂໍທົດແທນ
ເນື້ອທີ່ ທີ່ບໍ່ເສດຖະກິດ
ໝາຍຄວາມວ່າ ຂໍປ່ຽນ
ເອົາເນື້ອທີ່ ໃໝ່ອີກ.”
ປັດຈຸບັນ ລັດຖະບານລາວໄດ້ອະນຸມັດສໍາປະທານການສໍາຫລວດແລະຂຸດຄົ້ນບໍ່ແຮ່ຢູ່
ໃນລາວ ໃຫ້ແກ່ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວເຖິງ 184 ບໍລິສັດ ຊຶ່ງໃນນີ້ເປັນບໍລິດສັດຕ່າງຊາດ 140 ບໍລິສັດ ທີ່ໄດ້ຮັບສໍາປະທານໃນ 200 ກວ່າໂຄງ
ການ ແລະສ່ວນອີກ 100 ກວ່າໂຄງການນັ້ນ ກໍ່ເປັນສຳປະທານຂອງເອກກະຊົນລາວ
ຈໍານວນ 40 ກວ່າ ບໍລິສັດ ຊຶ່ງສວ່ນໃຫຍ່ກໍາລັງລໍຖ້າທີ່ຈະຮ່ວມທຶນກັບຕ່າງຊາດຕໍ່ໄປ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະ
ຊວງພະລັງງານ ແລະບໍ່ແຮ່ ກໍ
ໄດ້ລາຍງານວ່າ ຕະຫລອດປີ
2011 ທີ່ຜ່ານມານີ້ ການສົ່ງ
ອອກແຮ່ທາດຂອງລາວໄປຕ່າງ
ປະເທດມີມູນຄ່າເພີ້ມຂຶ້ນກວ່າ
40% ເມື່ອທຽບກັບປີ 2010
ໂດຍເມື່ອປະກອບກັບການທີ່
ແຮ່ຄໍາ ແລະແຮ່ທອງແດງ ທີ່ມີ
ລາຄາເພີ້ມຂຶ້ນອີກດ້ວຍນັ້ນ ຈຶ່ງ
ເຮັດໃຫ້ການສົ່ງອອກແຮ່ຄໍາໄປ
ຕ່າງປະເທດ ມີນໍ້າໜັກເກີນກວ່າ 160,000 ອອນ໌ ແລະທອງແດງຫລາຍກວ່າ 180,000
ໂຕນ ແລະແຮ່ເງິນໃນປະລິມານຫລາຍກວ່າ 8 ແສນອອນ໌ ຊຶ່ງສ່ວນໃຫຍ່ເປັນຜົນຜະລິດ
ຈາກບໍ່ແຮ່ເຊໂປນ ແລະພູເບ້ຍນັ້ນເອງ.