ກຣີສແລະບັນດາເຈົ້າໜີ້ຢູໂຣບ ຕ່າງກໍກ່າວຊົມເຊີຍ ການຕົກ
ລົງກັນໃນວັນສຸກວານນີ້ ເພື່ອເລື່ອນເວລາໃນການໃຊ້ໜີ້ກ່ຽວ
ກັບການກອບກູ້ເສດຖະກິດຂອງກຣິສແລະອຳນວຍໃຫ້ກຣີສ ຫລີກລ່ຽງຈາກການລົ້ມລະລາຍທີ່ອາດມີຂຶ້ນໃນອາທິດໜ້ານີ້.
ການຕົກລົງດັ່ງກ່າວ ແມ່ນໃຫ້ເວລາແກ່ກຣີສຕື່ມອີກ 4 ເດືອນ
ເພື່ອຈ່າຍເງິນໃຫ້ແກ່ພວກເຈົ້າໜີ້ ແລະເປີດໂອກາດໃຫ້ກຣີສ
ສະເໜີີແຜນການປະຕິຮູບເສດຖະກິດຂອງຕົນ.
ລັດຖະມົນຕີການເງິນຂອງກຣີສ ທ່ານ Yanis Varoufakis
ກ່າວວ່າ ຂໍ້ຕົກລົງດັ່ງກ່າວນີ້ ໄດ້ອຳນວຍໃຫ້ທັງສອງຝ່າຍເລີ້ມ ດຳເນີນການໃນທາງບວກຫຼາຍຂຶ້ນ ລຸນຫລັງທີ່ໄດ້ປະສົບກັບບັນຫາວຸ້ນວາຍ.
ທ່ານກ່າວຕໍ່ພວກນັກຂ່າວວ່າ ນັບແຕ່ວັນສຸກມື້ນີ້ໄປພວກເຮົາຈະເລີ້ມເປັນຜູ້ຮ່ວມໃນການ ກຳນົດຊະຕາກຳຂອງພວກເຮົາເອງ.
ກຣີສມີແຜນການທີ່ຈະນຳສະເໜີບັນຊີລາຍຊື່ການປະຕິຮູບຕ່າງໆຕໍ່ພວກເຈົ້າໜ້າທີ່ຢູໂຣບ ພາຍໃນວັນຈັນນີ້.
ແຕ່ແນວໃດກໍຕາມ ກຣີສບໍ່ໄດ້ຮັບທຸກໆຢ່າງທີ່ຕົນຕ້ອງການ. ກຣີສໄດ້ຮ້ອງຂໍ ໃຫ້ເລື່ອນເວ ລາອອກໄປຕື່ມອີກ 6 ເດືອນກ່ຽວກັບການໃຊ້ໜີ້ຄືນ ແຕ່ໄດ້ຮັບພຽງແຕ່ 4 ເດືອນເທົ່ານັ້ນ.
ກຣີສໄດ້ປະສົບກັບວິກິດການດ້ານເງິນຂອງໂລກໃນປີ 2008 ຮ້າຍແຮງສຸດ ຊຶ່ງຕ້ອງການ
ເງິນ 270 ພັນລ້ານໂດລາ ເພື່ອຊ່ອຍກອບກູ້ເສດຖະກິດຈາກທະນາຄານກາງຢູໂຣບແລະ ອົງການກອງທຶນສາກົນ IMF ເພື່ອຫລີີກລ່ຽງບໍ່ໃຫ້ເສດຖະກິດພັງທະລາຍລົງຢ່າງສິ້ນເຊີງ.
ແຕ່ຂໍ້ຕົກລົງດັ່ງກ່າວ ໄດ້ບັງຄັບໃຫ້ກຣີສ ຕ້ອງປະຕິຮູບເສດຖະກິດຢ່າງເຂັ້ມງວດຮວມທັງ ການຕັດການໃຊ້ຈ່າຍຂອງລັດຖະບານລົງຢ່າງໃຫຍ່ຫຼວງ ຊຶ່ງປະຊາຊົນຊາວກຣີສຈຳນວນ
ຫຼວງຫຼາຍກ່າວວ່າ ໄດ້ສ້າງຄວາມທຸກທໍລະມານແບບບໍ່ມີເຫດຜົນ.
ນາຍົກລັດຖະມົນຕີຄົນໃໝ່ ທີ່ອຽງຊ້າຍ ຂອງກຣີສ ທ່ານ Alexis Tsipras ໄດ້ໂຄສະນາ ຫາສຽງ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະປົວແປງໃນອັນທີ່ທ່ານເຊື່ອວ່າ ເປັນການຕົກລົງທີ່
ບໍ່ດີ ໂດຍອະດີດລັດຖະບານນິຍົມແນວທາງເດີມນັ້ນ.